ໃນ 5 ປີຜ່ານມາ, ໜ່ວຍພັກຮາກຖານບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ນຳພາກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ; ໂດຍການນຳພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ໃຫ້ສະມາຊິກພັກ.

ສະຫາຍ ສິງສຸພົມ ໂຄດປັນຍາ
ສະຫາຍ ສິງສຸພົມ ໂຄດປັນຍາ

ສະຫາຍ ສິງສຸພົມ ໂຄດປັນຍາ ເລຂາໜ່ວຍພັກຮາກຖານບ້ານຮ່ອງແກ ກ່າວວ່າ:

ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງໜ່ວຍພັກຮາກຖານ ບ້ານຮ່ອງແກ ໄດ້ຈັດຂຶ້ນ ໃນວັນທີ 22 ສິງຫາ 2019, ເຂົ້າຮ່ວມ ໂດຍສະຫາຍ ຄໍາສະຫວັນ ໂຄດໄຊ ຄະນະປະຈຳພັກເມືອງ ຮອງ ເຈົ້າເມືອງໆໄຊເສດຖາວ່າ: ໃນໄລຍະຜ່ານມາ, ຄະນະໜ່ວຍພັກ ໄດ້ສຸມໃສ່ນຳພາກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ ໂດຍການນຳ ພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ; ລະບຽບກົດໝາຍຂອງລັດໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ສັງຄົມຕະຫຼອດຮອດພໍ່-ແມ່ປະ ຊາຊົນ ໃຫ້ມີສະຕິເຄົາລົບໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ປະກອບສ່ວນເຂົ້າໃນການພັດທະນາບ້ານຢ່າງເປັນຂະບວນຟົດຟື້ນ.

ໜ່ວຍພັກບ້ານຮ່ອງແກ ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ
ໜ່ວຍພັກບ້ານຮ່ອງແກ ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ

ຄຽງຄູ່ກັນນັ້ນ, ໄດ້ນຳພາປະຕິບັດວຽກງານເສດຖະກິດ-ວັດທະນະທຳສັງຄົມ ເຊິ່ງໄດ້ປັບປຸງພື້ນຖານໂຄງລ່າງຖະໜົນຫົນທາງ; ໂດຍໄດ້ຮັບທຶນສົມທົບຈາກປະຊາຊົນ ໃນການກໍ່ສ້າງສ້ອມແປງເສັ້ນທາງໃນການສັນຈອນ ມີຄວາມສະດວກສະບາຍ, ນຳພາພໍ່-ແມ່ປະຊາຊົນສ້າງເສດຖະກິດຄອບຄົວຕາມເງື່ອນໄຂ ໂດຍສະເພາະແມ່ນການ ຄ້າຂາຍ ແລະ ການບໍລິການຕ່າງໆຖືກຕ້ອງຕາມລະບຽບກົດໝາຍ ສະແດງອອກເສດຖະກິດຂອງບ້ານມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍລາຍຮັບໄດ້ 20 ລ້ານກີບຕໍ່ ຄົນ /ຕໍ່ປີ ຢູ່ພາຍໃນບ້ານ ບໍ່ມີຄອບຄົວທຸກຍາກ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາອົງການແນວລາວສ້າງຊາດ ສຸມໃສ່ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າພາຍໃນບ້ານ ເປັນຕົ້ນໃນປີ 2014 ໄດ້ນຳພາສ້າງ ແລະ ປະເມີນຄອບຄົວສາມັກຄີ ແລະ ໄດ້ມອບໃບຢັ້ງຢືນຄອບຄົວສາມັກຄີ ໃນປີ 2016 ໃຫ້ຈຳນວນ 406 ຄອບຄົວ.

ໜ່ວຍພັກບ້ານຮ່ອງແກ ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ
ໜ່ວຍພັກບ້ານຮ່ອງແກ ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ

ຜ່ານການຈັດຕັ້ງປະຕິບັດວຽກງານສາມາດຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສົມບູນ 3 ສະຫາຍ ຍິງ 1 ສະຫາຍ ສຳຮອງ 4 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 4 ປີຕິດຕໍ່ກັນ, ບ້ານໄດ້ຮັບທຸງໄຊນາມມະຍົດ ຫຼຽນໄຊ ແຮງງານຊັ້ນ 2 ມີ 1 ໜ່ວຍ ແລະ ໄດ້ຍ້ອງຍໍປະເພດຕ່າງໆຕໍ່ພະນັກ ງານຂັ້ນບ້ານ ຄື: ຫຼຽນໄຊແຮງງານ ຊັ້ນ II ມີ 1 ສະຫາຍ, ຊັ້ນ III ມີ 2 ສະຫາຍ, ຫຼຽນກາແຮງງານ 6 ສະຫາຍ, ຍ້ອງຍໍລັດຖະບານ 2 ສະຫາຍ, ເຈົ້າຄອງນະຄອນຫຼວງ ວຽງຈັນ ມີ 10 ສະຫາຍ ແລະ ເຈົ້າ ເມືອງໆໄຊເສດຖາ 13 ສະຫາຍ.

ໃນກອງປະຊຸມໄດ້ປ່ອນບັດ ເລືອກເອົາຄະນະໜ່ວຍພັກຊຸດໃໝ່, ຜ່ານການປ່ອນບັດເລືອກໄດ້ ສະຫາຍ ສິງສຸພົມ ໂຄດປັນຍາ ເປັນເລຂາໜ່ວຍພັກ, ສະຫາຍ ແກ້ວ ຄຳມູນ ວົງປັດສາ ຮອງເລຂາ, ສະຫາຍ ລິດສະໄໝ ສີພັນດວງ ເປັນປະທານກວດກາ.