ເຖິງຂັ້ນວິກິດໜັກ! ເຊກອງ ສັ່ງປິດການຮຽນຊົ່ວຄາວ

0
2166

ໂດຍອິງໃສ່ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ, ປັດຈຸບັນ ແຂວງເຊກອງ ກຳລັງປະເຊີນກັບໄພພິບັດທຳມະຊາດ ເກີດນໍ້າຖ້ວມຂັງຫຼາຍຈຸດ ເປັນຕົ້ນແມ່ນ ຖະໜົນຫົນທາງ, ບ້ານເຮືອນປະຊາຊົນ, ໄຮ່ນາຮົ້ວສວນ ລ້ວນແລ້ວແຕ່ຖືກນໍ້າຖ້ວມ; ຫຼ້າສຸດ, ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ໄດ້ສັ່ງໂຈະການຮຽນ ນັບແຕ່ມື້ນີ້ຈົນເຖິງ 6 ກັນຍາ 2019.

ວັນທີ 3 ກັນຍາ 2019, ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ໄດ້ອອກແຈ້ງການດ່ວນເຖິງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ແຂວງ 4 ຕົວເມືອງ, ຜູ້ອຳນວຍການໂຮງຮຽນ ທີ່ຂຶ້ນກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ເລື່ອງໃຫ້ຢຸດການຮຽນຊົ່ວຄາວ.

ເຊິ່ງໃນແຈ້ງການ ໄດ້ລະບຸວ່າ: ທ່ານ ຄຳໂພ ສິມມາວັດ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແຈ້ງມາຍັງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ແຂວງ 4 ຕົວເມືອງ ແລະ ຜູ້ອຳນວຍການໂຮງຮຽນ ທີ່ຂຶ້ນກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ຮັບຮູ້ວ່າ ນັກຮຽນໃຫ້ຢຸດການຮຽນ ນັບແຕ່ວັນທີ 3 – 6 ກັນຍາ 2019 ແລະ ພະນັກງານຫ້ອງການສຶກສາທິການ ແລະ ກິລາ ແຕ່ລະເມືອງ, ພະນັກງານຄູອາຈານ ແຕ່ລະໂຮງຮຽນ ໃຫ້ປະຈຳການປົກກະຕິ ເພື່ອຕິດຕາມສະພາບການຕ່າງໆ ພາຍໃນຄວາມຮັບຜິດຊອບຂອງໃຜລາວ.

ເຊກອງ ສັ່ງປິດການຮຽນຊົ່ວຄາວ