ສະຫະພັນກຳມະບານ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນໃນວັນທີ 30 ສິງຫາ 2019, ໂດຍການເຂົ້າຮ່ວມຂອງທ່ານ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆສີ ໂຄດຕະບອງ, ມີສະມາຊິກກຳມະບານເມືອງເຂົ້າຮ່ວມ.

ທ່ານ ບຸນເຖິງ ວັນນາມະຫາໄຊ
ທ່ານ ບຸນເຖິງ ວັນນາມະຫາໄຊ

ທ່ານ ບຸນເຖິງ ວັນນາມະຫາໄຊ, ປະທານສະຫະພັນກຳມະບານເມືອງ ສີໂຄດຕະບອງ ໄດ້ຜ່ານບົດລາຍງານວ່າ:

ພາຍໃນໄລຍະເວລາ 5 ປີຜ່ານ ມາ ( 2014-2019) ສະຫະພັນກຳມະບານເມືອງ ໄດ້ເອົາໃຈໃສ່ໂຄສະນາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານເປັນບັນຫາຕົ້ນຕໍ, ເປັນຂອດຕັດສິນໃນການເຄືີອນໄຫວວຽກງານ, ເປັນເຈົ້າການໃນການປຸກລະດົມຮໍ່າຮຽນ ເຊື່ອມຊຶມເອກະສານມູນເຊື້ອ ຕ່າງໆຂອງຊາດ-ຂອງພັກ ເປັນຕົ້ນເອກະສານມະຕິກອງປະຊຸມໃຫ່ຍ ຄັ້ງ ທີ X ຂອງສູນກາງພັກ, ລະບຽບ-ກົດໝາຍກຳມະບານ, ເອກະສານຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານລາວວາງອອກ ແລະ ລົງໄປເຜີຍແຜ່ ຮໍ່າຮຽນໃຫ້ແກ່ພະນັກງານສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານຢູ່ຂົງເຂດຄວາມຮັບຜິດຊອບ ເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ປະຕິບັດບັນດາມະຕິ, ຄໍາສັ່ງ, ເຮັດສໍາເລັດໜ້າທີ່ຂອງຕົນຮັບຜິດຊອບ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເສີມຂະຫຍາຍສິດເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ກອງປະຊຸມໃຫຍ່ຂອງສະຫະພັນກຳມະບານ ເມືອງສີໂຄດຕະບອງ

ປັດຈຸບັນ, ທົ່ວເມືອງສີໂຄດຕະບອງ ມີ 33 ຮາກຖານ, ມີ 31 ໜ່ວຍສະມາຊິກກໍາມະບານມີ 975 ສະຫາຍ ຍິງ 596 ສະຫາຍ, ໄດ້ຮັບໃບຍ້ອງ ຍໍ 29 ຮາກຖານ, ມີ 30 ໜ່ວຍ ສະມາຊິກກໍາມະບານ 945 ສະຫາຍ ຍິງ 593 ສະຫາຍ; ໄດ້ມີການມອບຫຼຽນກາ ກໍາມະບານຂອງບຸກຄົນ ຈໍານວນ 15 ຫຼຽນ, ມອບໃບຍ້ອງຍໍກົມກອງລວມໝູ່ຂັ້ນສູງກາງ ຈໍານວນ 32 ໃບ, ຂັ້ນນະຄອນຫຼວງວຽງຈັນ 27 ໃບ; ໃບຍ້ອງຍໍຂອງບຸກຄົນ ຂັ້ນຂັ້ນສູນກາງ ຈໍານວນ 381 ໃບ ຍິງ 231 ໃບ, ຂັ້ນນະຄອນຫຼວງ ຈໍານວນ 536 ສະຫາຍ ຍິງ 346 ສະຫາຍ.ໃບຊົມເຊີຍຂັ້ນນະຄອນຫຼວງ ຂອງບຸກຄົນ ຈໍານວນ 24 ສະຫາຍ ຍິງ 16 ສະຫາຍ.

ກອງປະຊຸມໃຫຍ່ຂອງສະຫະພັນກຳມະບານ ເມືອງສີໂຄດຕະບອງ
ກອງປະຊຸມໃຫຍ່ຂອງສະຫະພັນກຳມະບານ ເມືອງສີໂຄດຕະບອງ

ໃນກອງປະຊຸມໄດ້ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນກໍາມະບານ ເມືອງສີໂຄດຕະບອງ ຊຸດໃໝ່ 19 ສະຫາຍມີຄື: ທ່ານ ບຸນເຖິງ ວັນນາມະຫາໄຊ ເປັນປະທານ; ທ່ານ ກະລຸນາ ແກ້ວມະລາ ເປັນຮອງ ; ທ່ານ ວຽງສຸກ ຮັງເງິນ ເປັນຄະນະ , ພ້ອມດ້ວຍຄະນະ ຈໍານວນ 16 ທ່ານ.