ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ອົງການໂທລະຄົມມະ ນາຄົມອາຊີ-ປາຊີຟິກ (Asia-Pacific Tele community, APT) ໄດ້ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາ ຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກັນຍາ 2019, ທີ່ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ, ແລະ ທ່ານ ນາງ Areewan HAO-RANGSI, ເລຂາທິການໃຫຍ່ອົງການ APT, ມີບັນດາຜູ້ຕາງໜ້າຈາກກົມທຽບເທົ່າພາຍໃນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ທ່ານ ບຸນສະເຫຼີມໄຊ ເຄນນາວົງ ກ່າວວ່າ: ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນທຸກໆປະ ເທດ. ໂດຍສະເພາະອິນເຕີເນັດ ໄດ້ມີບົດບາດສຳຄັນໃນຊີວິດປະຈຳວັນຂອງພວກເຮົາ, ເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາມີຄວາມທັນສະໄໝ. ປັດຈຸບັນ, ອຸດສາຫະກຳການທ່ອງທ່ຽວໃນປະເທດເຮົາກຳລັງຂະຫຍາຍຕົວໃນແຕ່ລະປີ, ເພື່ອຕອບສະໜອງຄວາມຕ້ອງການໃນການເຂົ້າເຖິງອິນເຕີເນັດໃນທຸກສະຖານທີ່ທ່ອງທ່ຽວໃນປະ ເທດ. ສະເພາະໃນ ສປປ ລາວ, ເຄືອຂ່າຍໂທລະສັບມືຖືກວມເອົາ 94% ແລະ ເຄືອຂ່າຍອິນເຕີເນັດມືຖື ມີເຖິງ 78% ຂອງບ້ານທັງໝົດໃນທົ່ວປະເທດ. ຜູ້ໃຊ້ອິນເຕີເນັດມີເກືອບ 40% ຂອງປະຊາກອນທັງໝົດ, ເຊິ່ງສະແດງໃຫ້ເຫັນການຂະຫຍາຍຕົວຂອງຜູ້ຊົມໃຊ້ສື່ສັງຄົມອອນລາຍໃນລາວເຊັ່ນກັນ.

ກະຊວງ ປທສ ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ
ກະຊວງ ປທສ ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ

ກອງປະຊຸມສໍາມະນາຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍຄະ ນະຮັບຜິດຊອບໂຄງການ ແລະ ເຕັກນິກຊ່ຽວຊານຈາກ ສ.ເກົາຫຼີ, ພ້ອມທັງຍົກໃຫ້ເຫັນເຖິງຄວາມສໍາຄັນໃນການສົ່ງເສີມການນໍາໃຊ້ຟຣີວາຍຟາຍອິນເຕີເນັດ ເຂົ້າໃນວຽກງານການທ່ອງທ່ຽວ ແລະ ການສຶກສາຢູ່ໃນ ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ກໍານົດເອົາການຕິດຕັ້ງລະບົບ 3 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສວນອາຫານນໍ້າພຸ ແລະ ຫໍພະແກ້ວ.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບການຊ່ວຍເຫຼືອຈາກອົງການໂທລະຄົມມະນາ ຄົມອາຊີ-ປາຊີຟິກ ຫຼື APT ໃນການສະໜອງງົບປະມານ ເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມການນໍາໃຊ້ຟຣີ ວາຍຟາຍອິນເຕີເນັດ ເພື່ອສົ່ງເສີມການທ່ອງທ່ຽວໃນລາວ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງ ທ່ຽວ ໃນການຊົມໃຊ້ອິນເຕີເນັດແບບບໍ່ເສຍຄ່າເປັນທາງເລືອກທີ່ດີອີກທາງໜຶ່ງ; ເຊິ່ງໂຄງການນີ້ຖືເປັນການເລີ່ມ ຕົ້ນທໍາອິດທີ່ເຮັດໃຫ້ ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ມີຟຣີອິນເຕີເນັດ ທີ່ນໍາໃຊ້ໃນເຂດສະ ຖານທີ່ທ່ອງທ່ຽວສໍາຄັນ ເປັນຕົ້ນສະໜາມບິນສາກົນວັດໄຕ, ສວນສາທາລະນະນໍ້າພຸໃຈກາງເມືອງ ແລະ ບໍລິ ເວນພິພິທະພັນຫໍພະແກ້ວ, ເຊິ່ງເປັນໄລຍະທົດລອງການໃຫ້ບໍລິການແບບບໍ່ເສຍຄ່າເປັນເວລາໜຶ່ງປີນັບ ແຕ່ມື້ເປີດນຳໃຊ້.

ກະຊວງ ປທສ ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ
ກະຊວງ ປທສ ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດ ຟຣີວາຍຟາຍ

ໃນຕອນທ້າຍກອງປະຊຸມ, ຄະນະປະທານນໍາໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ທ່ານ ນາງ Areewan HAORAGSI, ເລຂາທິການ ໃຫຍ່ອົງການໂທລະຄົມມະນາ ຄົມອາຊີ-ປາຊີຟິກ (APT) ໄດ້ໃຫ້ກຽດຮ່ວມກັນຕັດແຖບຜ້າເປີດນໍາໃຊ້ຟຣີວາຍຟາຍອິນເຕີເນັດ (MPT public free-wifi) ໃນສະຖານທີ່ທ່ອງທ່ຽວດັ່ງກ່າວຢ່າງເປັນທາງການ.