ຄົງເຊໂດນຍັງໜັກ!! ເກືອບ 70 ບ້ານບໍ່ມີບ່ອນຢູ່, ຕອນນີ້ຕ້ອງການນໍ້າດື່ມ-ອາຫານ

0
1455

ສະຖານະການນໍ້າຖ້ວມຢູ່ພາກໃຕ້ ຍັງໜ້າເປັນຫ່ວງໂດຍສະເພາະແມ່ນ 2 ແຂວງເຂົ້າຂັນວິກິດ ໃນນັ້ນຄື ເມືອງເຊໂດນ ແຂວງສະລະວັນ ເປັນໜຶ່ງເຂດທີ່ໄດ້ຮັບຜົນກະທົບຢ່າງໜັກ, ປະຊາຊົນເກືອບ 70 ບ້ານຖືກນໍ້າຖ້ວມ, ເນື້ອທີ່ນາ 15 ພັນກວ່າເຮັກຕາ ຖືກເສຍຫາຍ, ປັດຈຸບັນຍັງຕ້ອງການການຊ່ວຍເຫຼືອທີ່ຈຳເປັນ ເປັນຕົ້ນແມ່ນ ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ເຂົ້າສານ, ດ້ານການນຳເມືອງ ໄດ້ທະຍອຍຍົກຍ້າຍປະຊາຊົນໄປຢູ່ເຂດທີ່ປອດໄພແດ່ແລ້ວ.

ອີງຕາມບົດລາຍງານຂອງ ຫ້ອງວ່າການປົກຄອງ ເມືອງຄົງເຊໂດນ ໃຫ້ຮູ້ວ່າ:

ຈຳນວນບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນທົ່ວເມືອງ ຮອດວັນທີ 4 ກັນຍາ ມີທັງໝົດ 68 ບ້ານ, ໃນທົ່ວເມືອງ ເພີ່ມຂຶ້ນຈາກວັນທີ 2 ທີ່ຜ່ານມາ ຈໍານວນ 5 ບ້ານ, ຈຳນວນທີ່ຖືກຜົນກະທົບເພີ່ມຂຶ້ນຈາກ 4.670 ຄອບຄົວ ມາເປັນ 8.387 ຄອບຄົວ, ເນື້ອທີ່ນາຖືກຖ້ວມເພີ່ມຂຶ້ນຈາກ 6.328 ເຮັກຕາ ເປັນ 15.119 ເຮັກຕາ, ໜອງປາຖືກຖ້ວມ 418 ໜອງ ເພີ່ມເປັນ 623 ໜອງ, ມີໂຄງການຊົນລະປະທານຖືກຖ້ວມ 33 ແຫ່ງ, ເສັ້ນທາງຖືກນ້ຳຖ້ວມ 16 ເສັ້ນ, ນໍ້າຖ້ວມໂຮງໝໍເມືອງ 1 ແຫ່ງ, ສຸກສະລາ 3 ແຫ່ງ ແລະ ໂຮງຮຽນຖືກຖ້ວມ 42 ແຫ່ງ.

ສ່ວນລະດັບນໍ້າ ແມ່ນຍັງມີການເພີ່ມສູງຂຶ້ນ ໂດຍສະເພາະແມ່ນວັນທີ 3 ກັນຍາ ລະດັບນໍ້າແທກໄດ້ 13,2 ແມັດ, ມາຮອດປັດຈຸບັນ ວັນທີ 4 ກັນຍາ ແທກໄດ້ 14,49 ແມັດ. ການເພີ່ມຂຶ້ນຂອງລະດັບນໍ້າ ສົ່ງຜົນກະທົບຫຼາຍສຸດຕໍ່ເຮືອນຊານຂອງປະຊາຊົນ, ເນື້ອທີ່ທຳການຜະລິດ ລວມເຖິງລະບົບໂຄງລ່າງພື້ນຖານດ້ານຕ່າງໆ ເປັນຕົ້ນແມ່ນ ລະບົບໄຟຟ້າ, ເສັ້ນທາງຄົມມະນາຄົມ ແລະອື່ນໆ ໄດ້ຮັບຄວາມເສຍຫາຍ.

ນອກຈາກນັ້ນ, ຍັງມີສັດລ້ຽງປະເພດ ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ ຕາຍຈຳນວນໜຶ່ງ ເຊິ່ງຜົນເສຍຫາຍແມ່ນຍັງບໍ່ສາມາດປະເມີນໄດ້ ແລະ ປັດຈຸບັນ ຍັງມີຄວາມຕ້ອງການໃນການຊ່ວຍເຫຼືອທີ່ຈຳເປັນຢ່າງຮີບດ່ວນ ເປັນຕົ້ນແມ່ນ ອຸປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ເຂົ້າສາ ສຳລັບການຍົກຍ້າຍປະຊາຊົນໄປຢູ່ເຂດທີ່ປອດໄພ.