ສະພາບ ນໍ້າຖ້ວມ ຢູເມືອງໄຊພູທອງ
ສະພາບ ນໍ້າຖ້ວມ ຢູເມືອງໄຊພູທອງ
ສະພາບນ້ຳຖ້ວມຢູເມືອງໄຊພູທອງ

ຕາມການລາຍງານຈາກຫ້ອງການກະສິກໍາ-ປ່າໄມ້ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຈາກສະພາບຝົນຕົກລິນຢ່າງຕໍ່ເນື່ອງກັນຫຼາຍວັນ ໃນລະຫວ່າງວັນທີ 30 ສິງຫາ-2 ກັນຍາ 2019; ເຮັດໃຫ້ມີ ນໍ້າຖ້ວມ ຂັງຫຼາຍພື້ນທີ່ເຂດເມືອງໄຊພູທອງ ໂດຍສະເພາະເຂດບ້ານພູມມະເຈດີ ຫາບ້ານໂພນທາດ ເກີດນໍ້າຖ້ວມໜັກ ເຮັດໃຫ້ຂົວສອງເຂດບ້ານດັ່ງກ່າວຫັກ ແລະ ເຂດບ້ານແດງ ຫາບ້ານນາຄໍາ ເສັ້ນທາງຖືກນໍ້າເຊາະເຈື່ອນ ເຮັດໃຫ້ເສັ້ນທາງເປ່ເພ ໜັກສົມຄວນ.

ສະພາບນ້ຳຖ້ວມຢູເມືອງໄຊພູທອງ
ສະພາບນ້ຳຖ້ວມຢູເມືອງໄຊພູທອງ

ສໍາລັບເຂດບ້ານທີ່ມີນໍ້າຖ້ວມ ຂັງຢູ່ ເມືອງໄຊພູທອງ ລວມມີ 8 ບ້ານ ປະກອບມີ 301 ຄອບຄົວ ເນື້ອທີ່ນາ 511,2 ເຮັກຕາ ຖືກຖ້ວມເສຍຫາຍຫຼາຍສົມຄວນ ແຕ່ຍັງບໍ່ສາມາດປະເມີນຜົນໄດ້ຈົນກວ່ານໍ້າຈະບົກລົງ; ເຊິ່ງປະກອບ ມີ: ບ້ານນາຄໍາ 25 ຄອບຄົວ ເນື້ອທີ່ 33,6 ເຮັກຕາ, ບ້ານພູມມະເຈດີ 10 ຄອບຄົວ ເນື້ອທີ່ 11,5 ເຮັກຕາ, ບ້ານຕາກແດດ 54 ຄອບຄົວ ເນື້ອທີ່ 127,6 ເຮັກຕາ, ບ້ານໂພນທາດ 32 ຄອບຄົວ ເນື້ອທີ່ 33,2 ເຮັກຕາ, ບ້ານໂພນສົ້ມໂຮງ 89 ຄອບຄົວ ເນື້ອທີ່ 195,7 ເຮັກຕາ, ບ້ານນາໝາກເກືອ 68 ຄອບຄົວ ເນື້ອທີ່ 88,6 ເຮັກຕາ, ບ້ານມ່ວງໄຂ່ 3 ຄອບ ຄົວ 3 ເຮັກຕາ ແລະ ບ້ານດອນຕູມ 20 ຄອບຄົວ ເນື້ອທີ່ 18 ເຮັກຕາ.

ຢ່າງໃດກໍຕາມ, ຕໍ່ກັບເຫດການດັ່ງກ່າວ ທາງອໍານາດການປົກຄອງເມືອງໄຊພູທອງ ນໍາໂດຍ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ພ້ອມຄະນະພັກ-ຄະນະນໍາຂອງເມືອງທຸກພາກ ສ່ວນ ໄດ້ສົມທົບກັບກຳລັງ ປກຊ-ປກສ ເມືອງ ແລະ ກຸ່ມບ້ານ ສ້າງຂະບວນການອອກແຮງງານລວມ; ໂດຍຂົນເອົາຊາຍມາກັ້ນໃສ່ບ່ອນທີ່ຖືກນໍ້າເຊາະເຈື່ອນ ເພື່ອເຮັດການສັນຈອນໄປມາພໍ່-ແມ່ປະຊາຊົນມີຄວາມສະດວກ ແລະ ນັກທ່ອງທ່ຽວທີ່ເດີນທາງມາສາກາລະບູຊາທີ່ວັດພະທາດໂຜ່ນ ສັນຈອນໄປ-ມາໄດ້ເປັນປົກກະຕິ.

ສະພາບນ້ຳຖ້ວມຢູເມືອງໄຊພູທອງ
ນໍ້າຖ້ວມ ຫຼາຍ ຕຶກກະດຸ້ງເລີຍສະ ພໍໄດ້ປາ-ປູ-ກຸ້ງໄປກິນແລງ
ນໍ້າຖ້ວມ ຫຼາຍ ຕຶກກະດຸ້ງເລີຍສະ ພໍໄດ້ປາ-ປູ-ກຸ້ງໄປກິນແລງ