ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການຜະລິດກະແສໄຟຟ້າ ແລະ ປ່ອຍນໍ້າລົງຄອງເໝືອງ ສົ່ງນໍ້າລົງສູ່ແມ່ນ້ຳເຊບັ້ງໄຟຊົ່ວຄາວ ຍ້ອນລະດັບນໍ້າໃນເຊບັ້ງໄຟ ເຂດເມືອງມະຫາໄຊ ລຸ່ມເຮືອນຈັກໃກ້ຈະລົ້ນຕາຝັ່ງ. ເພື່ອປະຕິບັດຕາມສັນຍາສຳປະທານ ລະຫວ່າງ ບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ໃນສັນຍາທີ່ກໍານົດໄວ້ຄື: ໂຄງການໄຟຟ້ານໍ້າເທີນ 2 ຈະຕ້ອງຫຼຸດອັດຕາການປ່ອຍນໍ້າລົງສູ່ນໍ້າເຊບັ້ງໄຟ ເມື່ອອັດຕາການໄຫຼຂອງນໍ້າເຊ ຢູ່ເມືອງມະຫາໄຊ ຂຶ້ນຮອດລະດັບ 14,4 ແມັດ.

ໃນວັນທີ 4 ກັນຍາ 2019, ຢູ່ເຮືອນຈັກ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ບໍລິສັດໄຟຟ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ, ເຊິ່ງເຂົ້າຮ່ວມມີ ທ່ານ ດຣ. ດູສິດ ພົມມະຈັນ ຫົວໜ້າເຂື່ອນໄຟຟ້ານໍ້າເທີນ 2, ມີ ຕາງໜ້າຫ້ອງວ່າການປົກຄອງ ແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຫົວໜ້າຫ້ອງວ່າການປົກຄອງເມືອງ ທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ຈາກເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ.

ໂດຍອີງຕາມຂໍ້ຕົກລົງເຫັນພ້ອມຂອງສັນຍາສຳປະທານ ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ກຳນົດ ແລະ ຢັ້ງຢືນວ່າ ທາງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການປ່ອຍນໍ້າ ທັງນໍາໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນບ້ານເປົ້າໝາຍລຽບຕາມແຄມນໍ້າເຊບັ້ງໄຟ ໄດ້ຮູ້ສະພາບລວມກ່ຽວກັບອຸປະກອນຕ່າງໆ ທີ່ຕິດຕັ້ງໃນແຕ່ລະຈຸດຂອງລະບົບການວັດແທກນໍ້າ, ການບໍລິຫານຈັດເກັບນໍ້າ ໃນໄລຍະລະດູຝົນ ແລະ ລະດູແລ້ງ.

ທ່ານ ດຣ. ດູສິດ ພົມມະຈັນ ຫົວໜ້າເຂື່ອນໄຟຟ້ານໍ້າເທີນ 2 ຍັງໄດ້ລາຍງານກ່ຽວກັບ ຂໍ້ມູນໃນການດຳເນີນງານຂອງໂຄງການ ລວມທັງການບໍລິຫານນ້ຳຢູ່ອ່າງຈັດເກັບນ້ຳ ພ້ອມທັງໄດ້ໃຫ້ຮູ້ເຖິງຈຸດປະສົງໃນການຢຸດການຜະລິດກະແສໄຟຟ້າຊົ່ວຄາວ ແລະ ຢຸດການປ່ອຍນໍ້າລົງສູ່ຄອງສົ່ງນໍ້າເຊບັ້ງໄຟ ວ່າ:

ເນື່ອງຈາກທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ ໄດ້ມີພາຍຸເຂົ້າມາເຂດພາກາງ ເຊິ່ງໄດ້ມີຝົນຕົກໜັກຢູ່ເຂດອ່າງນໍ້າເທີນ 2 ແລະ ອ່າງຕອນເທິງເຊບັ້ງໄຟ ປະມານ 175 ມິລີແມັດ ພາຍໃນມື້ດຽວ, ເຮັດໃຫ້ລະດັບນໍ້າເຊບັ້ງໄຟສູງຮອດລະດັບເຕືອນໄພ ( ເຂດອັນຕະລາຍ ); ດັ່ງນັ້ນ, ເພື່ອປະຕິບັດຕາມສັນຍາສຳປະທານ ທາງບໍລິສັດໄຟຟ້ານໍ້າເທີນ 2 ແມ່ນໄດ້ມີການປິດປະຕູນໍ້າຈາກເຮືອນຈັກ ໂດຍເລີ່ມປິດຈັກແຕ່ 1 ໂມງແລງ ຂອງວັນທີ 3 ກັນຍາ ແລະ ເລີ່ມປິດສົມບູນ 11:00 ໂມງທ່ຽງຄືນ ກ່ອນລະດັບນໍ້າເຊບັ້ງໄຟຈະສູງ.

ນີ້ແມ່ນເປັນການປະຕິບັດຕາມສັນຍາສຳປະທານ ແລະ ອີກຢ່າງໜຶ່ງ ແມ່ນເພື່ອຮັບປະກັນວ່າ ນໍ້າຢູ່ເຊບັ້ງໄຟຈະບໍ່ມີນໍ້າເທີນ 2 ໄປສົມທົບ ເພື່ອເຮັດໃຫ້ນໍ້າຢູ່ເຊບັ້ງໄຟງສູງກວ່າລະດັບນໍ້າທຳມະຊາດ ທັງເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ມື້ນີ້ກໍເປັນໂອກາດອັນດີທີ່ທາງຄະນະຂອງເມືອງ, ບ້ານ ໄດ້ມາຢ້ຽມຊົມເຮືອນຈັກເຮົາ, ເຄື່ອງຈັກທຸກເຄື່ອງເເມ່ນໄດ້ຢຸດທຳການຜະລິດ, ນໍ້າທີ່ສົ່ງໄປຕາມຄອງສົ່ງນໍ້າແມ່ນໄດ້ປິດ ໃຫ້ໜັ້ນໃຈໄດ້ວ່ານໍ້າເທີນ 2 ແມ່ນໄດ້ຕິດຕາມລະດັບນໍ້າຕະຫຼອດເວລາ, ນໍ້າທີ່ຂຶ້ນແມ່ນນໍ້າມາຈາກທຳມະຊາດ, ຕາມສະຖານີແທກນໍ້າປະຈຸບັນນໍ້າຢູ່ເຊບັ້ງໄຟ ແມ່ນຍັງຈະສືບຕໍ່ຂຶ້ນອີກ ປະມານ 2 – 3 ວັນ ເພາະນໍ້າທາງເໜືອເຂົ້າມາສົມທົບຍັງບໍ່ເມິດ.

ດັ່ງນັ້ນ, ຢາກໃຫ້ພໍ່ແມ່ປະຊາຊົນຈົ່ງໄດ້ຕິດຕາມຂໍ້ມູນຂ່າວສານ ແລະ ກຽມພ້ອມທີ່ຈະຮັບມືກັບນໍ້າທີ່ຈະເກີດຂຶ້ນໃນຂ້າງໜ້ານີ້, ເຊິ່ງຄາດວ່າ ຈະເລີ່ມແລ່ນເຄື່ອງຈັກຜະລິດໄຟຟ້າ ແລະ ປ່ອຍນໍ້າອີກຄັ້ງ ກໍຕໍ່ເມື່ອແມ່ນໍ້າເຊບັ້ງໄຟໄດ້ຫຼຸດລົງ.