ບັນຍາກາດການດຳເນີນ ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງເມືອງປາກລາຍ ແຂວງໄຊຍະບູລີ ຄັ້ງທີ IX
ບັນຍາກາດການດຳເນີນ ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງເມືອງປາກລາຍ ແຂວງໄຊຍະບູລີ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງເມືອງປາກລາຍ ແຂວງໄຊຍະບູລີ ຄັ້ງທີ IX ໄດ້ໄຂຂຶ້ນໃນອາທິດຜ່ານມາ; ເປັນປະທານໂດຍ ທ່ານ ນາງ ຈັນເພັງ ສີບົວຄຳ ເລຂາຄະນະບໍລິຫານງານສະຫະພັນແມ່ຍິງເມືອງປາກລາຍ; ເຂົ້າຮ່ວມມີ ທ່ານ ສົມຈິດ ຈັນທະວົງ ເລຂາພັກເມືອງ, ເຈົ້າເມືອງໆປາກລາຍ ແລະ ທ່ານ ນາງ ຄຳຜີວ ພັນທະວົງ ຮັກສາການປະທານສະຫະພັນແມ່ຍິງແຂວງໄຊຍະບູລີ; ມີແຂກຮັບເຊີນ, ຜູ້ແທນສົມບູນ, ສະມາຊິກແມ່ຍິງຈາກບັນດາຫ້ອງການ, ກອງ ບັນຊາການ, ບໍລິສັດ, ນັກທຸລະກິດ, ບ້ານ ເຂົ້າຮ່ວມ.

ສະຫະພັນແມ່ຍິງເມືອງປາກລາຍ ຈະພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ

ທ່ານ ນາງ ຈັນເພັງ ສີບົວຄຳ ກ່າວວ່າ: ໄລຍະ 5 ປີຜ່ານມາ, ສະຫະພັນແມ່ຍິງເມືອງປາກລາຍ ໄດ້ສຸມໃສ່ຈັດຕັ້ງປະຕິບັດຄາດໝາຍຕ່າງໆທີ່ວາງໄວ້ມີຜົນສຳເລັດໃນຫຼາຍດ້ານ, ໂດຍ ສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດ, ການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເອື້ອຍ-ນ້ອງແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ເຮັດໃຫ້ບົດບາດການນຳພາຂອງອົງການຈັດຕັ້ງສູງຂຶ້ນ; ສະແດງອອກໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ລາວວາງອອກ ຕິດພັນກັບການຄັດເລືອກໄດ້ພົນລະເມືອງດີ ໄດ້ຈຳນວນ 6.500 ກວ່າສະຫາຍ; ພັດທະນາດີ 6.500 ກວ່າສະຫາຍ; ສ້າງຄອບຄົວດີ ມີຈໍານວນ 6.900 ກວ່າສະຫາຍ. ນອນນັ້ນ, ຍັງໄດ້ຄັດເລືອກເອົາບຸກ ຄົນ 3 ດີປະເພດ 1 ໄດ້ 5.900 ກວ່າສະຫາຍ.
ນອກນັ້ນ, ຜູ້ແທນກອງປະຊຸມຍັງ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ຊຸດທີ VIII, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ 5 ປີ ຜ່ານມາ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່, ມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 27 ສະຫາຍ, ເລືອກຕັ້ງເອົາ 23 ສະຫາຍ.