ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ VII ຂອງ  ອົງຄະນະພັກເມືອງຊຽງຮ່ອນ ແຂວງໄຊຍະບູລີ
ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກເມືອງຊຽງຮ່ອນ ແຂວງໄຊຍະບູລີ

ອາທິດຜ່ານມາ, ອົງຄະນະພັກເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກ ຫົວໜ້າກວດກາລັດ ແຂວງໄຊຍະບູລີ; ມີສະຫາຍຊ່ຽວຊານ ບຸນທຽມ ນັນທະກອນ ກຳມະການພັກເເຂວງ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ມີບັນດາສະຫາຍຄະນະບໍລິຫານງານ ພັກເມືອງ, ເລຂາໜ່ວຍພັກ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບຳນານ ພ້ອມດ້ວຍເລຂາໜ່ວຍພັກບ້ານເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເອກກະສານຄຳສັ່ງເແນະນຳຂອງກົມການເມືອງສູນກາງພັກ ສະບັບເລກທີ 04 /ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະ ກຽມດຳເນີນກອງປະຊຸມອົງຄະນະພັກກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ ແລະ ຜ່ານຮ່າງບົດລາຍງານການເມືອງທັງສອງພາກຂອງອົງຄະນະພັກເມືອງຊຽງຮ່ອນ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໃລະຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ; ເຊິ່ງມີຕາງໜ້າຈາກບັນດາຂົງເຂດວຽກງານໄດ້ ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ດ້ານອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງດຳເນີນການທາບທາມບຸກຄະລາກອນທີ່ຈະຮັບສະໝັກເຂົ້າເປັນຄະນະບໍລິຫານງານພັກເມືອງສະໄໝທີ VII; ຕໍານິສົ່ງຂ່າວຕໍ່ບຸກຄົນໃນຄະນະພັກ, ຕໍ່ການນຳພາລວມຂອງອົງຄະນະພັກແຂວງໄຊຍະບູລີ ສະໄໝທີ VI ແລະ ທາບທາມການນຳຂັ້ນແຂວງຕື່ມອີກ.