ລາຍງານສະພາບນໍ້າຢູ່ນະຄອນປາກເຊ ແຂວງຈຳປາສັກ ( 5 ກັນຍາ ) ລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ

0
1769

ອີງຕາມການລາຍງານຂອງ ນັກຂ່າວທ້ອງຖິ່ນ ປະຈຳແຂວງຈຳປາສັກ ໃຫ້ຮູ້ວ່າ: ລະດັບນໍ້າຂອງ ຢູ່ນະຄອນປາກເຊ ໃນເວລາ 6:00 ໂມງວັນທີ 5 ກັນຍາ 2019 ວັດແທກໄດ້ 13,68 ແມັດ ( ເຂດອັນຕະລາຍ 12 ແມັດ ) ເຊິ່ງເຫັນວ່າ ລະດັບນໍ້າເພີ່ມຂຶ້ນຈາກລະດັບ​ 13,​20​ ແມັດ ເມື່ອເວລາ 10:00 ໂມງຂອງວັນທີ 4 ກັນຍາ 2019 ຫຼື ເພີ່ມຂຶ້ນເກືອບ 50 ຊັງຕີແມັດ ພາຍໃນເວລາ 18 ຊົ່ວໂມງ.

ລາຍງານສະພາບນໍ້າຢູ່ນະຄອນປາກເຊ ແຂວງຈຳປາສັກ ( 5 ກັນຍາ ) ລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ

ແຕ່ຫາກສົມທຽບແຕ່ເວລາ 19:00 ໂມງ ຂອງວັນທີ 4 ກັນຍາ ເຖິງ 6:00 ໂມງຂອງວັນທີ 5 ກັນຍາ ( 11ຊົ່ວໂມງ ) ເພີ່ມຂຶ້ນ 11 ຊັງຕີແມັດ.

ລາຍງານສະພາບນໍ້າຖ້ວມ ຢູ່ແຂວງຈຳປາສັກ ຈາກພະແນກແຮງງານ​ ແລະ​ ສະຫວັດດີການສັງຄົມ ມາຮອດວັນທີ 4 ກັນຍາ 2019 ມີລາຍລະອຽດດັ່ງເອກະສານດ້ານລຸ່ມນີ້: