ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ນວ ) ທີ່ຈັດຂຶ້ນໃນລະຫວ່າງວັນທີ 9- 12 ມັງກອນ 2018 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍໄດ້ຄົ້ນຄວ້າບັນຫາຕ່າງໆຂອງ ນວ ຢ່າງລົງເລິກ, ມີຈຸດສຸມ, ສອດຄ່ອງກັບແຕ່ລະເປົ້າໝາຍ ແລະ ມີການປະເມີນຜົນແຕ່ລະໄລຍະ; ໂດຍການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີບັນດາຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

ທ່ານ ປອ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ຕະຫຼອດໄລຍະເວລາ 4 ວັນທີ່ຜ່ານມາ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ແລະ ບັນດາສະມາຊິກສະພາປະຊາຊົນ ນວ ໄດ້ສຸມທຸກສະຕິປັນຍາໃນການຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນ ດ້ວຍຄວາມເປັນເອກະພາບສູງ ເປັນຕົ້ນແມ່ນ: ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງ ນວ, ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ແຜນການປະຈໍາປີ 2018 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ, ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະ ຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງສະພາປະຊາຊົນ ນວ ຊຸດທີ I, ແຜນວຽກຈຸດສຸມປີທ່ອງທ່ຽວລາວ ປີ 2018 ຂອງ ນວ, ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ປະຈໍາປີ 2017 ແລະ ແຜນການປີ 2018 ຂອງ ນວ ແລະ ສະເໜີແຕ່ງຕັ້ງຫົວໜ້າພະແນກການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫົວໜ້າພະແນກວິທະຍາສາດ, ເຕັກໂນໂລຊີ ນວ ຜູ້ໃໝ່.

ພ້ອມທັງເຊື່ອໝັ້ນວ່າປີ 2018 ນີ້, ທ່ານເຈົ້າຄອງ ແລະ ບັນດາສະມາຊິກອົງການປົກຄອງ ນວ ຈະສຸມທຸກສະຕິປັນຍາ, ຄວາມຮູ້-ຄວາມສາມາດ ແລະ ຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການປະຕິບັດໜ້າທີ່-ທີ່ສະພາປະຊາຊົນ ແລະ ປະຊາຊົນຊາວ ນະຄອນຫຼວງວຽງຈັນ ມອບໃຫ້ ດ້ວຍການເສີມຂະຫຍາຍບົດຮຽນ ແລະ ຜົນສຳເລັດໃນການບໍລິຫານລັດໃນຊຸມປີຜ່ານມາ, ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນຊາວ ນວ ພາຍໃຕ້ການນຳພາຂອງພັກ ແລະ ການເສີມຂະຫຍາຍເປັນເຈົ້າການ ແລະ ກຳລັງແຮງສັງລວມຂອງທຸກພາກສ່ວນ ເສດຖະກິດ ແລະ ການນໍາໃຊ້ບັນດານະໂຍບາຍ, ນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງການໃຫ້ມີຄວາມສອດຄ່ອງ, ກົມກຽວ ແລະ ມີມາດຕະການທາງດ້ານເສດຖະກິດ-ສັງຄົມ ທີ່ມີປະສິດທິຜົນ ເພື່ອເຮັດໃຫ້ບັນດາຄາດໝາຍແຜນງານ ແລະ ໂຄງການທີ່ກຳນົດໄວ້ໃນແຜນການປີ 2018 ບັນລຸຜົນສຳເລັດ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການນຳເອົານະຄອນຫຼວງວຽງຈັນ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນ 2020.

ຜົນສຳເລັດຄັ້ງນີ້, ໄດ້ສະແດງເຖິງຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ ຕາມແຜນທີ່ວາງໄວ້ ເຂົ້າໃນການປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນຕື່ມ ເພື່ອສາມາດແບກຫາບພາລະກິດອັນໜັກໜ່ວງທີ່ປະເທດຊາດ ກໍຄືນະຄອນຫຼວງ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ມອບໝາຍໃຫ້.