ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີມອບຜູ້ຖືກຫາທີ່ເຈົ້າໜ້າທີ່ສະເພາະກິດລາວ ຮ່ວມກັບຕໍາຫຼວດ ສປ ຈີນ ແກ້ໄຂຈັບກຸມຜູ້ຖືກຫາສັນຊາດຈີນ ທີ່ເຄື່ອນໄຫວກະທໍາຜິດສໍ້ໂກງຊັບພົນລະເມືອງ ຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບຢູ່ ສປປ ລາວ ໃຫ້ຕໍາຫຼວດ ສປ ຈີນ ໃນວັນທີ 12 ມັງກອນ 2018; ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍ ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ລາວ, ມີກົມໃຫຍ່ຕໍາຫຼວດ, ຫ້ອງວ່າການ, ກອງບັນຊາການຕໍາຫຼວດແຂວງເຫີໜານ ແລະ ນະຄອນຊີອານ ແຂວງຊານຊີ ຈາກ ສປ ຈີນເຂົ້າຮ່ວມ.

ໃນພິທີ, ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ກ່າວວ່າ: ພາຍຫຼັງທີ່ ສປ ຈີນ ສະເໜີຜ່ານສະຖານທູດ ໃຫ້ກໍາລັງປ້ອງກັນຄວາມສະຫງົບລາວ ຊ່ວຍແກ້ໄຂກຸ່ມພົນລະເມືອງສັນຊາດຈີນ ທີ່ເຄື່ອນໄຫວກະທໍາຜິດສໍ້ໂກງຊັບພົນລະເມືອງ ຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບຢູ່ ສປປ ລາວ, ລັດຖະມົນຕີກະຊວງ ປກສ ຈຶ່ງແຕ່ງຕັ້ງໜ່ວຍງານສະເພາະຂຶ້ນ ປະກອບມີ: ກົມໃຫຍ່ສັນຕິບານ, ກົມໃຫຍ່ຕໍາຫຼວດ ແລະ ຫ້ອງວ່າການກະຊວງ ປກສ ເພື່ອສົມທົບກັບຕໍາຫຼວດ ສປ ຈີນ ແກ້ໄຂກຸ່ມຄົນສັນຊາດຈີນ ທີ່ເຂົ້າມາເຄື່ອນໄຫວ, ລະເມີດກົດໝາຍ ແລະ ລະບຽບການຂອງ ສປປ ລາວ; ຫຼັງຈາກນັ້ນ, ເຈົ້າໜ້າທີ່ທັງສອງພາກສ່ວນໄດ້ດໍາເນີນການແກ້ໄຂກຸ່ມແກ້ງດັ່ງກ່າວຢູ່ນະຄອນຫຼວງວຽງຈັນ ແລະ ບາງແຂວງພາຍໃນ ສປປ ລາວ ໄດ້ທັງໝົດ 5 ຈຸດ ສາມາດກັກຕົວຜູ້ຖືກຫາໄດ້ 104 ຄົນ ຍິງ 21 ຄົນ; ຜ່ານການສືບສວນໃນເບື້ອງຕົ້ນຂອງເຈົ້າໜ້າທີ່ລາວ ຮູ້ໄດ້ພຽງແຕ່ວ່າກຸ່ມຄົນດັ່ງກ່າວແມ່ນໄດ້ເຄື່ອນໄຫວກະທໍາຜິດສໍ້ໂກງຊັບພົນລະເມືອງ ຜ່ານລະບົບໂທລະຄົມມະນາຄົມ ແລະ ລັກລອບປະກອບອາຊີບຢູ່ລາວແທ້.

ໂອກາດດຽວກັນ, ທັງສອງຝ່າຍລາວ-ຈີນ ກໍໄດ້ເຊັນບົດບັນທຶກມອບ-ຮັບຜູ້ຖືກຫາຈໍານວນ 104 ຄົນ ຍິງ 21 ຄົນ; ໃນນັ້ນ, ມອບໃຫ້ກອງບັນຊາການຕໍາຫຼວດ ນະຄອນຊີອານ ແຂວງຊານຊີ ຈໍານວນ 63 ຄົນ ຍິງ 12 ຄົນ ແລະ ກອງບັນຊາການຕໍາຫຼວດແຂວງເຫີໜານ 41 ຄົນ ຍິງ 9 ຄົນ; ໃຫ້ກຽດເຊັນບົດບັນທຶກຝ່າຍລາວ ໂດຍ ພັທ ສົມສະໝອນ ຫອມລັດສະໝີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ, ຝ່າຍຈີນ ໂດຍ ພົຈວ ໂອຢາງປາວ ຈຸນ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງເຫີໜານ ແລະ ພົຈວ ຕາງ ຄາຍ ຈຸນ ຫົວໜ້າກອງສືບສວນ-ສອບສວນ ຄະດີອາຍາກອງບັນຊາການນະຄອນຊີອານ ແຂວງຊານຊີ ຈາກ ສປ ຈີນ; ໂດຍຊ່ອງໜ້າ ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ແລະ ທ່ານ ຫຼີເຄີອີ ຜູ້ຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.