ກອງປະຊຸມວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈຳປີ 2017 ແລະ ວາງທິດທາງ 2018 ໄດ້ປິດລົງໃນວັນທີ 12 ມັງກອນ 2018 ພາຍໃຕ້ການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ ຫົວໜ້າ-ຮອງກົມໃຫຍ່, ກອງບັນຊາການ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ-ເມືອງ ທົ່ວປະເທດເຂົ້າຮ່ວມ.

ພົຕ ສົມແກ້ວ ສີລາວົງ ໄດ້ກ່າວວ່າ: ກອງປະຊຸມໄດ້ດຳເນີນໃນວັນທີ 11-12 ມັງກອນ 2018 ເຊິ່ງໄດ້ພ້ອມກັນຮັບຟັງບົດສະຫຼຸບຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີຜ່ານມາ, ເຜີຍແຜ່ບັນດານິຕິກຳທີ່ສຳຄັນໃຫ້ບັນດາກົມກອງ-ທ້ອງຖິ່ນຈຳນວນໜຶ່ງ ພ້ອມນັ້ນ, ປະກອບຄຳຄິດເຫັນຢ່າງກົງໄປ-ກົງມາໃສ່ເນື້ອບົດສະຫຼຸບປະຈຳປີຢ່າງເລິກເຊິ່ງ ແລະ ມີຄວາມຮັບຜິດຊອບສູງ ດ້ວຍບັນຍາການຟົດຟື້ນ ເພື່ອຊອກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລ້ວພ້ອມກັນຊອກຫາທິດທາງແກ້ໄຂໃນຕໍ່ໜ້າ.

ນອກນັ້ນ, ກອງປະຊຸມຍັງໄດ້ມີການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີເງື່ອນໄຂ ແລະ ຜົນງານອັນດີເດັ່ນ ຈຳນວນ 16 ສະຫາຍ. ໃນນັ້ນ, ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ 1 ສະຫາຍ, ພັນເອກ ຂຶ້ນ ພົນຈັດຕະວາ 3 ສະຫາຍ ແລະ ພັນໂທ ຂຶ້ນ ພັນເອກ 13 ສະຫາຍ.

ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳທົ່ວກະຊວງ ປກສ ແຂວງ-ເມືອງ ສືບຕໍ່ນຳເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ນອກນັ້ນ, ຈົ່ງນຳເອົາໄປເຜີຍແຜ່ສຶກສາອົບຮົມໃຫ້ບັນດາພະນັກງານ-ນັກຮົບທຸກສະຫາຍ ເຂົ້າໃຈຕໍ່ເນື້ອໃນທິດທາງກອງປະຊຸມຄັ້ງນີ້ໃຫ້ເລິກເຊິ່ງ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ແລະ ຮັບຜົນສຳເລັດສູງຕາມແຕ່ລະໄລຍະ.