ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ( ສມປຊ ) ໄດ້ຈັດພິທີມອບ-ຮັບໜ້າທີ່ ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນໃນວັນທີ 25 ຕຸລາ 2019 ທີ່ສະຖາບັນດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມຄໍາສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 081/ກມສພ ລົງວັນທີ 13  ກັນຍາ 2019 ວ່າດ້ວຍ ການໂຍກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ກົມການເມືອງສູນກາງພັກ ຈຶ່ງອອກຄໍາສັ່ງໂຍກຍ້າຍ ທ່ານ ທອງສະລິດ ມັງໜໍ່ເມກ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ( ຜູ້ເກົ່າ ) ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການສູນກາງພັກ ແລະ ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ທ່ານ ພູວົງ ອຸ່ນຄໍາແສນ ຮອງເລຂາພັກ ຮອງຫົວໜ້າ ສມປຊ ເປັນຜູ້ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າ ສມປຊ ( ຜູ້ໃໝ່ ).

ໃນໂອກາດດັ່ງກ່າວ, ສະຫາຍ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານກ່າວວ່າ:

ການທີ່ ກົມການເມືອງສູນກາງພັກ ຕົກລົງໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງນີ້ ແມ່ນຄວາມຈໍາເປັນຂອງໜ້າທີ່ວຽກງານ, ຄວາມຕ້ອງການສໍາລັບພັກ ແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ສອດຄ່ອງກັບລະດັບຄວາມຮູ້-ຄວາມສາມາດຂອງ ພະນັກງານແຕ່ລະຄົນ ບໍ່ວ່າ ພະນັກງານຂັ້ນໃດ, ຈະແມ່ນພະນັກງານການນໍາຂັ້ນສູງ, ກາງ ແລະ ພະນັກງານລັດຖະກອນທົ່ວໄປ ໃນເມື່ອມີຄວາມຮຽກຮ້ອງຕ້ອງການແລ້ວ ກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.

ສະນັ້ນ, ໃນເມື່ອມີການສັບປ່ຽນຜູ້ເປັນແກນນໍາຫຼັກແຫຼ່ງຄືແນວນີ້ ສະເໜີໃຫ້ບັນດາສະຫາຍ ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດຂອງ ພະນັກງານສະມາຊິກພັກ ຢູ່ແຕ່ລະກົມ, ພະແນກການ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ.

ໃຫ້ບັນດາສະຫາຍ ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ໂດຍສະເພາະ ຄວາມສາມັກຄີພາຍໃນ ຄະນະພັກ-ຄະນະນໍາ ຕ້ອງສາມັກຄີກັນຢ່າງແໜ້ນແຟ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ.

ພ້ອມທັງມີຄວາມເຊື່ອໝັ້ນວ່າ: ບັນດາສະຫາຍ ຈະມີຄວາມສາມັກຄີກັນສືບຕໍ່ຊີ້ນຳ-ນໍາພາພະນັກງານ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນ, ຍູ້ແຮງຂະບວນການຮອບດ້ານໃຫ້ມີການຫັນປ່ຽນຢ່າງແຂງແຮງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ກອງປະຊຸມໃຫຍ່ອົງຄະນະພັກຂອງພວກສະຫາຍ ທີ່ຈະມາເຖິງໃນມໍ່ໆນີ້.