6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ

0
1104

ສະພາບການເກີດອຸບັດຕິເຫດ ແລະ ການຈະລາຈອນແອອັດໃນຕົວເມືອງໃຫຍ່ ໄດ້ກາຍເປັນບັນຫາສໍາຄັນເປັນອຸ ປະສັກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ສະພາບການດັ່ງກ່າວ ມີຄວາມຮ້າຍແຮງ ແລະ ໜັກໜ່ວງຂຶ້ນ ທຸກປີ, ເພື່ອເຮັດໃຫ້ອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງໃນ 2020-2024 ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄດ້ສຸມໃສ່ປະຕິບັດ 6 ວຽກງານ ຄື:

6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ
6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ

ການຄຸ້ມຄອງຄວາມປອດໄພທາງ ຫຼວງ (Road safety management ). ຄົ້ນຄວ້າ ແລະ ປັບປຸງດໍາລັດ ສະບັບເລກ ທີ 252/ລບ ລົງວັນທີ 5/11/2016 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄຊປທ; ຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງ ສະບັບເລກ ທີ 001/ຄຊປທ ລົງວັນທີ 23/5/2008 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກອງ ເລຂາ ຄປທຂ, ຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງ ສະບັບເລກທີ 002/ຄຊປທ ລົງວັນທີ 23/5/2008 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄປທຂ, ສະເໜີສ້າງຕັ້ງໜ່ວຍງານ ຫຼື ຫ້ອງການກອງເລຂາ ຄຊປທ ເປັນເສນາທິການ ແລະ ຈຸດປະສານງານໃຫ້ ຄປທຂ ແລະ ກອງເລຂາ ຄຊປທ ; ຈັດກອງປະຊຸມກອງປະຊຸມສາມັນ ຂອງ ຄຊປທ ແລະ ຄປທຂ ຢ່າງໜ້ອຍປີລະໜຶ່ງຄັ້ງ; ສະເໜີລັດຖະບານຮັບຮອງດໍາລັດວ່າດ້ວຍກົດຈະລາຈອນບາງບົກ; ສະເໜີລັດຖະບານຮັບຮອງ ດໍາລັດວ່າດ້ວຍອັດຕາການປັບໃໝຕໍ່ຜູ້ລະເມີດກົດລະບຽບການ ຈະລາຈອນ; ສະເໜີລັດຖະບານຮັບ ຮອງແຜນຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດດ້ານຄວາມພອດໄພທາງຫຼວງ ປີ 2021-2025 ແລະ ວິໄສ ທັດຮອດປີ 2030. ຈັດສັນງົບປະມານທີ່ລັດສະໜອງໃຫ້, ງົບປະມານຈາກການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນອື່ນໆ ໃຫ້ເໝາະສົມ, ນອກຈາກນັ້ນຕ້ອງຈັດວາງບຸລິມະ ສິດວຽກອັນໃດຄວນເຮັດກ່ອນ, ອັນໃດຄວນເຮັດນໍາຫຼັງ, ອັນໃດຄວນເຮັດຄຽງ ຄູ່ກັນໄປ ແລະ ເຮັດວຽກຕ້ອງມີຈຸດສຸມ.

6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ
6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ

ພື້ນຖານໂຄງລ່າງ (Intra-structure) ປັບປຸງການຄຸ້ມຄອງບ່ອນຈອດລົດຄືນໃໝ່, ຍົກເລີກການສໍາປະທານ ໂດຍເອກະຊົນມອບໃຫ້ລັດຈັດສັນ ແລະ ຄຸ້ມຄອງ, ພິຈາລະນາການນໍາໃຊ້ມາດຕະການເດັດຂາດຕໍ່ຊາວຄ້າຂາຍທີ່ຂາຍເຄື່ອງຕາມແຄມທາງ ການບູລະນະຮັກສາ, ສ້ອມແປງທາງຕ້ອງປະຕິບັດເປັນປະຈໍາ ແລະ ທັນເວລາ; ກວດກາແຕ່ ລະເສັ້ນທາງສັງລວມຈໍານວນປ້າຍ, ເຄື່ອງໝາຍສັນຍານຈະລາຈອນ ແລະ ສິ່ງປະກອບເພື່ອຄວາມປອດໄພຂອງເສັ້ນ ທາງເພື່ອຂຶ້ນແຜນ ແລະ ວາງແຜນໃນການ ປັບປຸງແກ້ໄຂ; ສ້າງ, ປັບປຸງ ນິຕິກໍາກ່ຽວກັບມາດຕະຖານຄວາມປອດໄພຂອງ ສະຖານທີ່ກໍ່ສ້າງໃຫ້ຮັດກຸມ. ຍານພາຫະນະປອດໄພ (Sate vehicles): ສ້າງກົດໝາຍວ່າດ້ວຍຍານພາຫະນະຂົນສົ່ງທາງບົກ: ສຶກສາຄວາມເປັນໄປໄດ້ໂຄງການພັດທະນາສ້າງສູນທົດສອບຜະລິດຕະພັນຍານພາຫະນະໃນ ສປປ ລາວ; ອອກດໍາລັດ ຫຼື ຂໍ້ຕົກລົງຂອງລັດຖະມົນຕີ ໃນການຫຼຸດ ຜ່ອນ ຫຼື ຈໍາກັດການນໍາເຂົ້າພາຫະນະຮັບໃຊ້ທີ່ມີຄວາມແຮງສູງ ແລະ ສົ່ງເສີມການນໍາເຂົ້າຍານພາຫະນະຂະໜາດ ນ້ອຍ ປະເພດ Eco Car ເເລະ ລົດທີ່ໃຊ້ ພະລັງງານໄຟຟ້າ; ຊຸກຍູ້ບັນດາເເຂວງໃຫ້ມີສູນກວດກາເຕັກນິກທັນສະທັນສະໄໝ ແລະ ເອົາໃຈໃສ່ຕິດຕາມກວດ ກາບັນດາສູນທີ່ມີແລ້ວໃຫ້ເອົາໃຈໃສ່ ຄຸນນະພາບຂອງການກວດກາ, ຊຸກຍູ້ ແລະ ບັງຄັບໃຫ້ພາຫະນະທີ່ແລ່ນຕາມເສັ້ນທາງ ໄດ້ຜ່ານການກວດກາເຕັກນິກຈາກສູນກວດກາທີ່ໄດ້ມາດຕະຖານ ໂດຍສະເພາະແມ່ນລົດຂົນ ສົ່ງສິນຄ້າ, ໂດຍສານ ແລະ ຂົນສົ່ງນັກທ່ອງທ່ຽວ; ແນະນໍາ ແລະ ໃຫ້ຄວາມຮູ້ທາງດ້ານວິ ຊາການກ່ຽວກັບການຕໍ່ເຕີມ, ດັດເເປງເຕັກນິກພາຫະນະຂົນສົ່ງສິນຄ້າ ແລະ ໂດຍສານ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈ ເເລະ ຮູ້ໄດ້ເຖິງຄວາມອັນຕະລາຍຂອງ ການແປງ ແລະ ຕໍ່ເຕີມ.

6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ
6 ວຽກງານທີ່ສຸມໃສ່ໃນການຫຼຸດຜ່ອນອຸບັດຕິເຫດໃນຕໍ່ໜ້າ

ພຶດຕິກໍາຜູ້ໃຊ້ລົດ-ໃຊ້ຖະໜົນ (Road user behavior ) ບໍາລຸງສ້າງ ພະນັກງານ ທີ່ເຮັດວຽກກ່ຽວກັບຄວາມປອດໄພທາງຫຼວງສະເພາະ ໂດຍການຍົກລະດັບຄວາມຮູ້-ຄວາມສາມາດທາງ ດ້ານວຽກງານວິຊາສະເພາະໃຫ້ເຂົາເຈົ້າ, ສ້າງໃຫ້ເຂົາເຈົ້າເຫຼົ່ານັ້ນມີຄວາມຊໍານິຊໍານານ ແລະ ໃຫ້ມີປະສົບການ ຈຶ່ງສາມາດຊີ້ນໍາໆພາໄດ້; ສ້າງ ແລະ ປັບປຸງນິຕິກໍາກ່ຽວກັບທາດເຫຼົ້າຂອງຜູ້ຂັບຂີ່ ແລະ ນໍາໄປບັງຄັບໃຊ້ໃຫ້ເປັນຮູບປະທໍາ; ໂຄສະນາເພື່ອປູກຈິດສໍານຶກໃຫ້ທຸກຊັ້ນຄົນທີ່ໃຊ້ລົດ-ໃຊ້ຖະໜົນ, ຈັດຝຶກອົບຮົມ ເພື່ອຍົກລະດັບຄວາມ-ຮູ້ຄວາມສາມາດ ແລະ ທັກສະໃນການຂັບລົດ ໃຫ້ແກ່ພະນັກງານຂັບລົດຂົນສົ່ງສິນຄ້າ, ແລະ ນັກທ່ອງທ່ຽວເພື່ອໃຫ້ເຂົາເຈົ້າມີຄວາມຊໍານິຊໍານານ, ມີສະຕິໃນການຂັບລົດ ແລະ ເຄັ່ງຄັດໃນການປະຕິບັດລະບຽບຈະລາຈອນ; ສໍາລັບການຫຼຸດຜ່ອນ ຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກອຸບປະຕິເຫດນັ້ນ ຕ້ອງໄດ້ເອົາໃຈໃສ່ໃນການບັງຄັບໃຊ້ກົດໝາຍ, ໂດຍສະເພາະການໃສ່ໝວກກັນກະທົບ ແລະ ໃສ່ສາຍຮັດນິລະໄພ ໃນເວລາຂັບຂີ່ດ້ວຍການວາງລະດັບຄາດໝາຍໄວ້ ໃນ ປີ 2020 ຈໍານວນຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍລົດຈັກ ຕ້ອງໃສ່ໝວກກັນກະທົບໃຫ້ໄດ້ຢ່າງໜ້ອຍ 85% ແລະ ຈໍານວນຜູ້ຂັບຂີ່, ຜູ້ໂດຍສານລົດຍົນໃສ່ສາຍຮັດນິລະໄພໃຫ້ໄດ້ຢ່າງໜ້ອຍ 60%, ສຶກສາອົບຮົມ, ໃຫ້ຄໍາແນະນໍາ, ຕັກເຕືອນ ເເລະ ປັບໃຫ້ຜູ້ທີ່ຝ່າຝືນລະ ບຽບຈະລາຈອນ ຕາມແຕ່ລະກໍລະນີ;ການຊ່ວຍເຫຼືອສຸກເສີນຫຼັງ ເກີດອຸ ບັດຕິເຫດ (Post crash response) – ຊຸກຍູ້ຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດຜູ້ທີ່ຖືກເຄາະຮ້າຍ ຈາກການເກີດອຸບັດຕິເຫດທາງຖະໝົນ ໂດຍສະເພາະແມ່ນການປະຖົມພະຍາບານກ່ອນຮອດໂຮງ ໝໍ, ການຟື້ນຟູຊີບ ແລະ ການປິ່ນປົວຊຸກຍູ້ສ້າງສູນສັ່ງການດ້ານການເເພດສຸກເສີນ (Dispatch Center) ແລະ ນໍາໃຊ້ເບີໂທດຽວ (1195) ໃນການຂໍຄວາມຊ່ວຍເຫຼືອດ້ານການເເພດສຸກເສີນ.