ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຈໍາປາສັກ ໄດ້ຍົກສູງວຽກງານໂຄສະນາລະບຽບການສັນ ຈອນເປັນວຽກງານທີ່ສໍາຄັນໃນການຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນບົນທ້ອງຖະໜົນ ທັງເປັນການປູກຈິດສໍານຶກໃຫ້ຜູ້ຂັບມີສະຕິລະວັງຕົວໃນການປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ. ເຊິ່ງໃນວັນທີ 22 ຕຸລາ 2019 ທີ່ຜ່ານມາ ໄດ້ສົມທົບກັບບໍລິສັດ ນິວຈິບເຊັງ ແລະ ຮ້ານຮອນດາ ປຸຄໍາ ໄດ້ເຄື່ອນໄຫວໂຄສະນາວຽກງານດັ່ງກ່າວ ໃຫ້ບັນດາໂຮງຮຽນ ມສ ນະຄອນປາກເຊ.

ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ
ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ

ໃນການລົງເຄື່ອນໄຫວຝຶກອົບຮົມວຽກງານການຂັບຂີ່ປອດໄພໃນຄັ້ງນີ້ ແມ່ນໄດ້ກຳນົດມີ 4 ຈຸດຢູ່ອ້ອມຂ້າງນະ ຄອນປາກເຊ ມີໂຮງຮຽນ ມສ ຂົວຕະພາບ; ໂຮງຮຽນບ້ານກາງ ແລະ ໂຮງຮຽນ ມສ ພັດທະນາຫຼັກ 7. ເຊິ່ງໂຮງຮຽນ ມສ ປາກເຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ມະນີວອນ ແພງສະຫວ່າງ ອຳນວຍການໂຮງຮຽນ ມສ ປາກເຊ, ມີພະແນກຕຳຫຼວດຈະລາຈອນ ປກສ ແຂວງຈຳປາ ສັກ ແລະ ທ່ານ ບຸນຕາ ພົມມາແກ້ວມະນີ ຜູ້ຈັດການໃຫຍ່ ບໍລິສັດ ປຸຄຳ ການຄ້າຂາ ອອກ-ຂາເຂົ້າ ພ້ອມດ້ວຍພະນັກງານວິຊາການ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ
ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ

ໂອກາດນີ້, ພະນັກງານບໍລິສັດ ນິວ ຈິບເຊັງ ກໍໄດ້ຍົກບາງບັນຫາກ່ຽວກັບເຕັກນິກ ແລະ ການຂັບຂີ່ລົດທີ່ຖືກຕ້ອງ ໂດຍສະເພາະກ່ອນຈະອອກລົດ ຕ້ອງໄດ້ມີການກວດກາເບິ່ງສະພາບເຕັກນິກລົດ, ການນຳໃຊ້ໝວກກັນກະທົບ, ການຂັບຂີ່ລົດບ່ອນທີ່ແອອັດ; ທາງໂຄ້ງ ແລະ ທາງ ທີ່ເປັນຄື້ນນັບທັງກ່ອນຈະລ້ຽວຕ້ອງຮັບປະກັນຄວາມປອດໄພ, ຈາກນັ້ນ, ຕ້ອງໄດ້ປະຕິບັດ ເຄົາລົບຕໍ່ລະບົບໄຟອຳນາດ ແລະ ປ້າຍຫ້າມຢ່າງເຂັ້ມງວດ ຕ້ອງໃຫ້ກຽດຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນດວ້ຍກັນ ເປັນເຈົ້າການໃນການຮັກສາກົດລະບຽບການສັນຈອນ. ພ້ອມນັ້ນ, ຍັງໄດ້ມີການສ້າງກິດຈະກຳຕອບຄຳຖາມ ແລະ ຮັບລາງວັນ ປະເພດໝວກກັນກະທົບ, ເສື້ອຍືດຈາກບໍລິສັດ ຮອນດານຳອີກ. ພາຍຫຼັງທີ່ໄດ້ຮ່ຳຮຽນທິດສະດີແລ້ວ ກໍໄດ້ມີການລົງປະຕິບັດຕົວຈິງໃນການຂັບຂີ່ຢູ່ພາກສະໜາມຢ່າງເປັນຂະບວນຟົດຟື້ນ.

ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ
ຈະລາຈອນ ແຂວງຈຳປາສັກຍົກສູງຄວາມສຳຄັນຂອງວຽກງານໂຄສະນາ

ໃນການຫຼຸດຜ່ອນອຸບັດຕິເຫດບົນທ້ອງຖະໜົນພາຍໃນແຂວງຈໍາປາສັກ ເຈົ້າໜ້າທີ່ໄດ້ຖືເອົາວຽກງານໂຄສະນາຄວບຄູ່ກັບການບັງຄັບໃຊ້ກົໄດໝາຍຢ່າງເຂັ້ມງວດ, ນອກຈາກໂຄສະນາຕາມບັນດາໂຮງຮຽນແລ້ວຍັງເຄື່ອນໄຫວໂຄສະນາຜ່ານເຄື່ອງສຽງຕາມເສັ້ນທາງສາຍຕ່າງໆ ໃນນະຄອນ ປາກເຊ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ ຖະໜົນຮັບຮູ້ ແລະ ພ້ອມກັນປະຕິບັດກົດລະ ບຽບການສັນຈອນທີ່ວາງອອກ; ຢ່າງໃດກໍຕາມວຽກງານໂຄສະນາຈະໄດ້ຮັບຜົນນັ້ນ ຂຶ້ນກັບຜູ້ໃຊ້ລົດ-ໃຊ້ຖະໜົນ ປະຕິບັດກົດລະບຽບຈະລາຈອນ ທີ່ວາງອອກ ເປັນຕົ້ນແມ່ນການຂັບຂີ່ລົດບໍ່ໄວເກີນກໍານົດ, ບໍ່ດື່ມສິ່ງມຶນເມົາ ແລະ ບັນຫາອື່ນໆ ທີ່ຈະນໍາໄປສູ່ການເກີດອຸບັດຕິ ເຫດໄດ້ຮັບບາດເຈັບ ແລະ ເສຍຊີວິດ.

ຫົວໜ້າກອງໂຄສະນາ ພະແນກຕໍາ ຫຼວດຈະລາຈອນ ໃຫ້ຮູ້ຕື່ມວ່າ:

ໃນພິທີ ພັຕ ສຸດາວັນ ໂສພາພິລົມ ຫົວໜ້າກອງໂຄສະນາ ພະແນກຕຳຫຼວດ ປກສ ແຂວງຈຳປາສັກ ພ້ອມດ້ວຍບັນດາພະນັກງານວິຊາການຈາກບໍລິສັດ ນິວ ຈິບເຊັງ ແລະ ຮ້ານຮອນດາ ປຸຄຳ ໄດ້ຜັດປ່ຽນກັນຂຶ້ນໂຄສະນາເຜີຍແຜ່ບັນດາເອກະສານຕ່າງໆ. ເປັນຕົ້ນເອກະສານກ່ຽວກັບກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ແລະ ຫຼັກການຂັບຂີ່ປອດໄພ. ທັງນີ້; ກໍເພື່ອແນໃສ່ໃຫ້ພະນັກງານຄູ-ອາຈານ ແລະ ນ້ອງໆ, ນັກຮຽນ, ນັກສຶກສາຜູ້ທີ່ນຳໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນ ເພາະປັດຈຸບັນນີ້ ສະພາບການສັນ ຈອນພາຍໃນນະຄອນປາກເຊ ພາຫະນະເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ເຮັດໃຫ້ເສັ້ນທາງບາງຈຸດແອອັດ ພາໃຫ້ກີດຂວາງການສັນຈອນ ທັງເປັນສາເຫດຂອງການ ເກີດອຸບັດຕິເຫດ ທັງໝົດນັ້ນສ່ວນໃຫຍ່ ແມ່ນເກີດຈາກສະຕິຂອງຜູ້ຂັບຂີ່ ຖ້າຫາກທຸກຄົນພ້ອມກັນຈັດຕັ້ງປະຕິບັດກົດລະບຽບທີ່ວາງອອກ ພວກເຮົາເຊື່ອວ່າອຸບັດຕິເຫດຈະບໍ່ເກີດຂຶ້ນຢ່າງແນ່ນອນ.