ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ປະກາດປ່ອຍຕົວກ່ອນກໍານົດ ຈໍານວນ 36 ຄົນ ໃນຕອນເຊົ້າວັນທີ 23 ຕຸລາ 2019 ພາຍຫຼັງປະຕິບັດໂທດມາແລ້ວ 2/3 ຂອງຈໍານວນໂທດ ໂດຍເຂົ້າຮ່ວມຂອງ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມີພະນັກງານທີ່ກ່ຽວຂ້ອງ, ຄອບຄົວນັກໂທດ ແລະ ນັກໂທດ ເຂົ້່າຮ່ວມ.

ພັທ ສີລາ ພົມມະຈັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ການປ່ອຍຕົວນັກໂທດຄັ້ງນີ້ ໂດຍອີງຕາມລັດຖະທໍາມະນູນ ໝວດທີ 4 ມາດຕາ 252, 253 ແລະ 254 ແລະ ອີງຕາມຄໍາຕັດສິນຂອງສານປະຊາຊົນ ແຂວງບໍລິຄໍາໄຊ ສະບັບເລກທີ 195/ຂຕ.ອ ລົງວັນທີ 18 ຕຸລາ 2019 ວ່າດ້ວຍການປ່ອຍຕົວກ່ອນກໍານົດ ໂດຍມີເງື່ອນໄຂ ແລະ ຕາມໃບອະນຸມັດຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເລກທີ 6103/ປກສ.ບຂ ລົງວັນທີ 22 ຕຸລາ 2019 ວ່າດ້ວຍການປ່ອຍຕົວກ່ອນກໍານົດໃຫ້ນັກໂທດ-ດັດສ້າງທີ່ໄດ້ຜ່ານການປະຕິບັດໂທດມາແລ້ວ 2/3 ຂອງກົດໝາຍ. ໃນນັ້ນ, ຜ່ານການຄົ້ນຄວ້າ ແລະ ຄັດເລືອກຕົວຈິງນັກ ໂທດມີຄວາມກ້າວໜ້າ, ຝຶກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ແລະ ມີຜົນງານດີເດັ່ນໃນຂະບວນການອອກແຮງງານ. ສຳລັບຜູ້ທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້, ມີ 36 ຄົນ ຍິງ 4 ຄົນ, ຄົນສັນຊາດຫວຽດນາມ 1 ຄົນ ແລະ ຄົນ ສັນຊາດໄທ 1 ຄົນ.

ໂອກາດນີ້ ພັທ ຄໍາແພງ ນໍາພາວັນ ໄດ້ສະແດງຄວາມຊົມເຊີຍບັນດານັກໂທດທີ່ໄດ້ຮັບການປ່ອຍຕົວກ່ອນກໍານົດໃນຄັ້ງນີ້ ຍ້ອນມີຄວາມຕື່ນຕົວປັບປ່ຽນທັດສະນະຄະຕິ ແລະ ແນວຄິດຂອງຕົນ, ເອົາໃຈໃສ່ປະຕິບັດກົດລະ ບຽບຂອງຄ້າຍຄຸມຂັງ-ດັດສ້າງໄດ້ດີ, ມີຄວາມຫ້າວຫັນໃນຂະບວນການອອກແຮງງານ. ນັບແຕ່ນີ້ເປັນຕົ້ນໄປ, ຜູ້ໄດ້ຮັບການປ່ອຍຕົວແລ້ວ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບ, ກົດໝາຍບ້ານເມືອງຢ່າງເຂັ້ມງວດ, ການດໍາລົງຊີວິດ ແລະ ທໍາມາຫາກິນຢູ່ໃນສັງຄົມຕ້ອງມີຄວາມຊື່ສັດສຸຈະລິດ, ຜູ້ປົກຄອງ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກ ຫຼານຂອງຕົນໃຫ້ກາຍເປັນຄົນດີຂອງຄອບຄົວ, ເປັນພົນລະເມືອງດີຂອງສັງຄົມ, ປະເທດຊາດ ແລະ ບໍ່ກັບໄປກະທໍາຜິດຕໍ່ລະບຽບກົດໝາຍອີກ.