ການນໍາພັກ-ລັດ ແລະ ພຸດທະສາສະນິກະຊົນ ຮ່ວມໃສ່ບາດບຸນນະມັດສະການ

0
1903

ການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍຄະນະນໍາຂັ້ນສູງຂອງ ນະຄອນຫຼວງວຽງຈັນ, ພັນລະຍາການນໍາ ແລະ ຊາວພຸດທະສາສະນິກະຊົນທັງຫຼາຍ ໄດ້ຮ່ວມພິທີໃສ່ບາດຖວາຍສັງຄະທານ ໃຫ້ພຣະສົງສາມະເນນຈໍານວນຫຼາຍພັນອົງ ໃນ ວັນທີ 11 ພະຈິກ 2019 ເຊິ່ງເປັນມື້ສຸດທ້າຍຂອງ ງານບຸນນະມັດສະການ ພຣະທາດຫຼວງ ປະຈໍາປີ 2019 ເພື່ອພ້ອມກັນເຮັດບຸນສິນກິນທານ ແຜ່ເມດຕາໄປຫາດວງວິນຍານຂອງ ບັນດາວິລະກະສັດ, ນັກຮົບວິລະຊົນ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປະຊາຊົນຜູ້ທີ່ລ່ວງລັບໄປແລ້ວນັ້ນ ແລະ ທັງເປັນການສ້າງບຸນກຸສົນຮ່ວມກັນ ເສີມດວງຊາຕາບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ, ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ.

ສໍາລັບວາລະໃນຕອນບ່າຍ ເລີ່ມແຕ່ເວລາ 13:30 ໂມງ ມີພິທີແຫ່ລູກຄີອອກຈາກວັດທາດຫຼວງໃຕ້ ເຂົ້າສູ່ ກົມມະລຽນດ້ານໃນພຣະທາດຫຼວງ; ໃນນັ້ນ, ຂະບວນການແຫ່ປະກອບມີ ຂະບວນທັ່ງບັ້ງ, ຂະບວນດົນຕີພື້ນເມືອງ ແລະ ຂະບວນຟ້ອນລໍາແຫ່ ອອກມາຕາມຫຼັງ.

ອີງໃສ່ປະຫວັດເຖົ້າແກ່ບູຮານ ເລົ່າຂານກັນມາວ່າ:

ການຕີຄີ ໄດ້ແບ່ງອອກເປັນ 2 ຝ່າຍ ຄື: ຝ່າຍປະຊາຊົນ ແລະ ຝ່າຍຂ້າລາຊະການ ( ພະນັກງານລັດ ); ເຊິ່ງຜົນການແຂ່ງຂັນຕີຄີປະກົດວ່າ: ຝ່າຍປະຊາຊົນ ເປັນຜູ້ຊະນະ ແລະ ການແຂ່ງຂັນກິລາຕີຄີປີນີ້ ກໍເຫັນວ່າ ເປັນຂະບວນຟົດຟື້ນມ່ວນຊື່ນ.

ສ່ວນຕອນຄໍ່າຄືນສຸດທ້າຍຂອງ ງານບຸນນະມັດສະການ ພຣະທາດຫຼວງ ປະຈໍາປີ 2019 ເວລາ 19:30 ໂມງ ມີພິທີວຽນທຽນ, ຈູດທູບທຽນບູຊາອ້ອມ ພຣະທາດຫຼວງ 3 ຮອບ ແລະ ຈູດບັ້ງໄຟສັກກາລະບູຊາ ພຣະທາດຫຼວງ ເພື່ອເປັນສີຣິມຸງຄຸນ ທັງເປັນການສ້າງສີສັນອັນງົດງາມ ດ້ວຍແສງສີ ແລະ ຄົບງັນຕາມປະເພນີທີ່ເຄີຍປະຕິບັດກັນ ມາ ຈົນເຖິງເວລາ 23:00 ໂມງ ກາງຄືນ, ຈາກນັ້ນ ບຸນກໍໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ແລະ ສ້າງຄວາມປະທັບໃຈໃຫ້ຜູ້ທີ່ມາທ່ຽວຊົມ.