ຄະນະພັກຮາກຖານ ຫ້ອງສັນຕິບານ ປກສ ແຂວງເຊກອງ ຈັດກອງປະຊຸມໃຫຍ່ ຄັ້ງທີ II

0
1628

ຄະນະພັກຮາກຖານ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງເຊກອງ ຈັດກອງປະຊຸມໃຫຍ່ ຄັ້ງທີ II ໃນວັນທີ 7 ພະຈິກ 2019 ເປັນປະທານໂດຍ ສະຫາຍ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ສະຫາຍ ພັທ ຄຳບານ ພົມມະນີວົງ ຫົວໜ້າຫ້ອງສັນຕິບານ, ມີແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັຕ ວິຊຽນ ພົນວິໄຊ ຄະນະພັກຮາກຖານຫ້ອງສັນຕິບານ ຮອງຫົວໜ້າຫ້ອງສັນຕິບານ ກ່າວວ່າ:

ໃນ 5 ປີ ຜ່ານມາ, ຄະນະພັກຮາກຖານ ຫ້ອງສັນຕິບານ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ຮັບປະກັນທາງດ້ານປະລິມາມ ແລະ ຄຸນນະພາບ ເພື່ອເຊີດຊູບົດບາດຂອງພັກການຈັດຕັ້ງປະຕິບັດ ແມ່ນຖືເອົາ 5 ມາດຖານ 4 ເງື່ອນໄຂ ແລະ 5 ເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ.

ລົງເຄື່ອນໄຫວຊຸກຍູ້ໜ່ວຍພັກປ້ອງກັນພາຍໃນແຕ່ລະສຳນັກງານ-ອົງການໃຫ້ເອົາໃຈໃສ່ປ້ອງກັນເວນຍາມຮັກສາຄວາມສະຫງົບຢູ່ພາບໃນມີ 9 ຄັ້ງ, ປ້ອງກັນກອງປະຊຸມ, ແຂກພາຍໃນ ແລະ ຕ່າງປະເທດ, ງານໂຮມຊຸມນຸມມິດຕິງ ແລະ ວັນບຸນສຳຄັນຕ່າງໆຂອງຄະນະພັກຂອງຊາດມີ 24 ຄັ້ງ.

ໄດ້ສຸມໃສ່ກຳແໜ້ນສະພາບການຢ່າງຮອບດ້ານ ທັງພາຍໃນ ແລະ ຕ່າງປະເທດ, ຂຶ້ນບັນຊີພົນລະເມືອງລາວ ທີ່ໄປອອກແຮງງານຢູ່ປະເທດໄທມີ 156 ຄົນ ຍິງ 75 ຄົນ, ໄປຖືກຕ້ອງມີ 127 ຄົນ ຍິງ 63 ຄົນ; ໄປບໍ່ຖືກຕ້ອງມີ 29 ຄົນ ຍິງ 12 ຄົນ, ຜູ້ທີ່ກັບມາມີ 23 ຄົນ ຍິງ 6 ຄົນ, ກວດກາເອກະສານຂໍເຮັດໜັງສືຜ່ານແດນ 246 ສະບັບ; ໃນນັ້ນ, ໄປໄທ 139 ສະບັບ, ໄປຈີນ 4 ສະບັບ, ໄປ ສສ ຫວຽດນາມ 92 ສະບັບ, ໄປກຳປູເຈຍ 1 ສະບັບ, ໄປສິງກະໂປ 13 ສະບັບ, ໄປຢີປຸ່ນ 1 ສະບັບ, ໄປອົດສະຕຣາລີ 1 ສະບັບ, ໄປອິນເດຍ 1 ສະບັບ.

ຂຶ້ນສະຖິຕິໂຄງການລົງທຶນພາຍໃນ ແລະ ຕ່າງປະເທດທັງໝົດ 89 ໂຄງການ, ອະນຸມັດຂັ້ນສູນກາງ 24 ໂຄງການ, ຂັ້ນແຂວງ 59 ໂຄງການ; ໄດ້ປະສານສົມທົບກັບ ພະແນກສຶບສວນ-ສອບສວນຫ້ອງຕຳຫຼວດ ດຳເນີນສືບສວນຜູ້ຕ້ອງຫາຈຳນວນ 14 ຄົນ ຍິງ 1 ຄົນ, ອອກປຶ້ມຜ່ານແດນຈຳນວນ 3.628 ຫົວ, ຕໍ່ປື້ມຜ່ານແດນ 677 ຫົວ, ອອກໃບຜ່ານແດນ 5.373 ໃບ, ກວດຄົນເຂົ້າເມືອງທັງໝົດ 63.369 ເທື່ອຄົນ, ຄົນລາວ 20.925 ເທື່ອຄົນ ຍິງ 6.313 ເທື່ອຄົນ.

ຄະນະພັກຮາກຖານຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງເຊກອງ ຊຸດໃໝ່
ຄະນະພັກຮາກຖານຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງເຊກອງ ຊຸດໃໝ່

ຈາກນັ້ນ, ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະພັກຮາກຖານຫ້ອງສັນຕິບານ ຊຸດໃໝ່ ໂດຍມີຜູ້ເຂົ້າສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ; ໃນນີ້, ກອງປະຊຸມປະຖົມມະລືກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພັທ ຄໍາບານ ພົມມະນີວົງ ເປັນເລຂາ; ສະຫາຍ ພັທ ບົວແຂມ ເພັດກອງມັງ ເປັນຮອງເລຂາ; ສະຫາຍ ພັຕ ວິຊຽນ ພົມວິໄຊ ເປັນປະທານກວດກາ; ສະຫາຍ ພັທ ຄຳນັບ ຈະເລີນສຸກ; ສະຫາຍ ພັຕ ວຽງໄຊ ສີລາເພັດ ເປັນຄະນະ.