ນັບແຕ່ມື້ເປີດງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2019 ບັນດາມວນຊົນທັງພາຍໃນ ແລະ ຕ່າງປະເທດ ແມ່ນຫຼັ່ງໄຫຼກັນໄປທ່ຽວຫຼິ້ນພາຍໃນງານໃນແຕ່ລະວັນ ແລະ ຄືນ ແມ່ນໜາ ແໜ້ນກວ່າທຸກປີໆ, ເຊິ່ງເຕັມໄປດ້ວຍບັນຍາກາດຄວາມເບີກບານມ່ວນຊື່ນ ແລະ ຫຼາຍຄົນກໍມີຄວາມເຊື່ອໝັ້ນສູງດ້ານຄວາມປອດໄພ ເນື່ອງຈາກກໍາລັງທະຫານ, ຕໍາຫຼວດ ແລະ ຊາວໜຸ່ມ ເຮັດໜ້າທີ່ປ້ອງກັນດ້ວຍຄວາມ ຮັບຜິດຊອບສູງ ສະແດງອອກ 5 ວັນ ຜ່ານມາແມ່ນມີຄວາມສະຫງົບຄວາມປອດໄພ ຍັງບໍ່ມີເຫດການຮ້າຍແຮງເກີດຂຶ້ນພາຍໃນງານ.

ເຈົ້າໜ້າທີ່ອະນຸກໍາມະການປ້ອງກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2019 ໃຫ້ສໍາພາດຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 11 ພະຈິກວ່າ: ງານບຸນປີນີ້ ນັບແຕ່ວັນທີ 5-11 ພະ ຈິກ ເປັນຕົ້ນໄປເຫັນວ່າ ມວນຊົນໄປທ່ຽວຊົມໃນແຕ່ລະວັນ ແລະ ຄືນ ແມ່ນຄັບຄາໜາແໜ້ນ, ເຊິ່ງມີທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເມື່ອເບິ່ງດ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເຄີຍເກີດຂຶ້ນຄືປີຜ່ານໆມາ ເຊັ່ນ: ລັກຊັບ, ຊິງຊັບ ແລະ ລ່ວງກະເປົານັກທ່ອງທ່ຽວ ເຫັນວ່າປີນີ້ ຍັງບໍ່ມີເຫດການລັກສະນະດັ່ງກ່າວເກີດຂຶ້ນສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມປອດໄພ 100%. ສະພາບທີ່ພົ້ນເດັ່ນພາຍໃນງານ ກໍມີພຽງແຕ່ແຈ້ງຄົນພັດຫຼົງເຊັ່ນ: ພໍ່ແມ່ ຫຼົງກັນກັບລູກ, ໝູ່ຄູ່ຫຼົງກັນ ແລະ ຜູ້ເຖົ້າຜູ້ແກ່ທີ່ມາຈາກຕ່າງແຂວງ ຈໍານວນ 30 ກວ່າຄົນ, ເຊິ່ງເຈົ້າໜ້າທີ່ໄດ້ປະກາດທາງໂທລະໂຄ່ງໃຫ້ໄປຮັບເອົາ ຫຼື ພົບກັນຢູ່ຜາມກໍາມະການ.

ສ່ວນເຫດການທີ່ບັນດາສື່ອອນໄລໄດ້ລົງວ່າ ໂຈນລັກລົດເກ໊ງສີຂາວນ້ອຍ ແລະ ຈັບຕໍາຫຼວດປອມນັ້ນ ແມ່ນບໍ່ມີ ຄວາມຈິງແຕ່ຢ່າງໃດ. ເຫດການດັ່ງກ່າວ, ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາ ການ, ຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ສໍາພາດວ່າ: ຕໍ່ກັບຄຼິບວີດີໂອທີ່ລົງທາງ Face book ພະຍາຍາມສະກັດຢຸດລົດເກ໊ງນ້ອຍສີຂາວ ທີ່ເກີດຂຶ້ນຢູ່ທາງຕັດໃໝ່ ເຂດສູນການຄ້າລາວ-ໄອເຕັກ ບ້ານໂນນຫວາຍ ເມືອງໄຊເສດຖາ; ວ່າມີຄົນຮ້າຍລັກລົດໃນເວລາປະມານ 19:00 ໂມງຂອງວັນທີ 8 ພະຈິກ, ເຊິ່ງເປັນໄລຍະງານບຸນທາດຫຼວງນັ້ນ. ເຫດການດັ່ງກ່າວ ເປັນເຫດການຢືມລົດຂອງຄົນຮູ້ຈັກກັນ. ແຕ່ບໍ່ເອົາໄປຄືນໃຫ້ເຈົ້າຂອງເດີມໄດ້ປະມານ 2-3 ເດືອນແລ້ວ. ພໍມາຮອດມື້ເກີດເຫດ, ເຈົ້າຂອງລົດຄັນດັ່ງກ່າວໄປພົບເຫັນ ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສະກັດຢຸດລົດ ແລະ ຈັບຕົວຜູ້ຂັບຂີ່. ແຕ່ຜູ້ຂັບຂີ່ໄດ້ຂັດຂື່ນ ແລະ ຂັບລົດໜີໄປ ແຕ່ກໍໄປບໍ່ລອດຈອດປະໄວ້ສະຖານທີ່ແຫ່ງໜຶ່ງ ແລ້ວເອົາຕົວຫຼົບໜີ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ນໍາລົດຄັນດັ່ງກ່າວໄປເກັບຮັກສາໄວ້ກ່ອນ ແລະ ຈະມອບໃຫ້ກັບເຈົ້າຂອງເດີມໃນໄວໆນີ້.

ສ່ວນອີກເຫດການໜຶ່ງມີການຈັບຕໍາຫຼວດປອມ, ຄວາມຈິ່ງແມ່ນເຈົ້າໜ້າທີ່ປ້ອງກັນ ພົບເຫັນຊາຍຄົນໜຶ່ງມີລັກສະນະຜິດປົກກະຕິ ແລະ ນຸ່ງຊຸດຕໍາຫຼວດ. ແຕ່ບໍ່ຕິດບາແລັດ ຫຼື ຊັ້ນເຂົ້າໄປໃນງານບຸນ. ເຈົ້າໜ້າທີ່ຈຶ່ງກັກຕົວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງໄປສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວເປັນຄົນບໍ່ສົມບູນທາງຈິດ (ບ້າ). ປັດຈຸບັນ, ເຈົ້າໜ້າທີ່ໄດ້ນໍາຕົວຜູ້ກ່ຽວມອບໃຫ້ຜູ້ປົກຄອງແລ້ວ.

ຢ່າງໃດກໍຕາມ, ບໍ່ໃນງານບຸນນະມັດສະການພະທາດຫຼວງ ຫຼື ງານບຸນອື່ນໆ ເຮົາກໍບໍ່ຄວນສະຫຼ່າໃຈເດັດຂາດ ນັບທັງວຽກງານປ້ອງກັນ ແລະ ຜູ້ທີ່ມີຈຸດປະສົງໄປທ່ຽວພາຍໃນງານບຸນ ຕ້ອງເພີ່ມສະຕິກວ່າເກົ່າ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີມີໂອກາດລົງມືກໍ່ເຫດໄດ້. ສະນັ້ນ, ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ຄວນຫຼີກລ່ຽງການພົກພາເຄື່ອງມີຄ່າຫຼາຍເກີນໄປ, ມີສະຕິເບິ່ງແຍງລູກຫຼານ ແລະ ໝູ່ຄູ່ ໃນເວລາໄປງານບຸນຕ່າງໆ ເພື່ອບໍ່ໃຫ້ຫຼົງກັນ ທີ່ສໍາຄັນຄວນຈົດເບີໂທລະສັບໃສ່ຖົງເດັກນ້ອຍ ຫຼື ຜູ້ເຖົ້າ. ກໍລະນີຫຼົງກັນ, ເຈົ້າໜ້າທີ່ຈະໄດ້ມີການຕິດຕໍ່ພົວພັນກັນສະດວກ.

ສຳລັບງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2019 ແມ່ນມີຄວາມສະຫງົບ-ປອດໄພດີ.