ລັດຖະມົນຕີ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ

0
1419

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Vladimir KALININ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ຜູ້ໃໝ່ ປະຈໍາ ສປປ ລາວ ໃນວັນທີ 11 ພະຈິກ 2019.

ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນຕໍ່ ທ່ານເອກອັກຄະລັດຖະທູດ ສະຫະພັນລັດເຊຍ ຜູ້ໃໝ່ ປະຈໍາ ສປປ ລາວ; ພ້ອມທັງໃຫ້ຮູ້ວ່າ ຕະຫຼອດໄລຍະຜ່ານມາ ສປປ ລາວ ແລະ ສະຫະພັນລັດເຊຍ ແມ່ນມີສາຍພົວພັນຮ່ວມມືກັນມາແຕ່ດົນນານ ເວົ້າສະເພາະແມ່ນ ສາຍພົວພັນຮ່ວມມືລະຫວ່າງ ກໍາລັງປະກອບອາວຸດຂອງ 2 ປະເທດ ໄດ້ຮັບການພັດທະນາໄປໃນທາງທີ່ດີ, ໄດ້ຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນແມ່ນ ການຮ່ວມມືຕ້ານການກໍ່ການຮ້າຍ, ບັນຫາຢາເສບຕິດ, ການນໍາໃຊ້ E-passport.

ໃນຕໍ່ໜ້າ ຫວັງວ່າ: ສາຍພົວພັນຮ່ວມມືລະຫວ່າງ ລາວ ແລະ ລັດເຊຍ ໂດຍສະເພາະແມ່ນ ສອງກໍາລັງທີ່ເຮັດວຽກງານປ້ອງກັນຄວາມສະຫງົບ ຈະສືບຕໍ່ເສີມສ້າງສາຍພົວພັນດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.

ທ່ານ Vladimir KALININ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃນການຕ້ອນຮັບຄັ້ງນີ້ ພ້ອມທັງຈະສືບຕໍ່ປະຕິບັດໜ້າວຽກງານ, ປະສານສົມທົບກັບຝ່າຍລາວ ເວົ້າສະເພາະ ກໍາລັງ ປກສ ໃນການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ ໃຫ້ມີຜົນສໍາເລັດ ແລະ ສ້າງສາຍພົວພັນອັນດີ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.