ໄລຍະຜ່ານມາ, ລັດຖະບານ ໄດ້ສຸມຄວາມພະຍາຍາມຢ່າງສຸດຂີດໃສ່ການຕິດຕັ້ງປະຕິບັດແຜນວຽກຈຸດສຸມ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແນ່ໃສ່ສູ້ຊົນໃຫ້ບັນລຸຄາດໝາຍທີ່ສະພາໄດ້ຮັບຮອງຕາມມະຕິ ເລກທີ 099/ສພຊ ລົງວັນທີ 20/11/2018 ແລະ ມະຕິເລກທີ 01/ສພຊ ລົງວັນທີ 7/6/ 2019 ແຕ່ຫຼາຍບັນ ຫາທີ່ຍັງບໍ່ສາມາດບັນລຸຄາດໝາຍໄດ້ ຍ້ອນວ່າສະພາບແວດລ້ອມທັງສາກົນ ແລະ ພາຍໃນ ໄດ້ສົ່ງຜົນກະທົບທາງ ກົງ ແລະ ທາງອ້ອມຕໍ່ການຄຸ້ມຄອງເສດຖະກິດຂອງປະເທດທີ່ມີຄວາມບອບບາງຢູ່ແລ້ວ ໃຫ້ພົບຄວາມຫຍຸ້ງ ຍາກ ແລະ ທ້າທາຍຫຼາຍຂຶ້ນ ເຮັດໃຫ້ລັດຖະບານຕ້ອງຮີບຮ້ອນແກ້ໄຂ 10 ບັນຫາທີ່ຄົງຄ້າງໃຫ້ສຳເລັດ ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ ດຳເນີນໄປຕາມແຜນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນ ທີ 7 ພະຈິກ 2019 ວ່າ: ໃນໄລຍະ 9 ເດືອນ ຜ່ານມາ, ລັດຖະບານ ຍັງຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຖິງຈະຍັງມີບາງເຫດການເກີດຂຶ້ນຢູ່ພາຍ ໃນ ແລະ ບໍລິເວນຊາຍແດນບາງຈຸດ, ແຕ່ລັດຖະບານ ກໍໄດ້ແກ້ໄຂຢ່າງຮອບຄອບຮັດກຸມ; ສືບຕໍ່ການຄຸ້ມຄອງບໍລິຫານລັດຢ່າງຮັດກຸມ, ປະຕິບັດກົດໝາຍຢ່າງເຄັ່ງຄັດ, ຈໍາກັດການຄ້າ-ຂາຍເຖື່ອນ, ປາບປາມຢາເສບຕິດ; ການຂະຫຍາຍຕົວຂອງເສດຖະກິດ ບັນລຸໄດ້ 6,4% ( ຄາດຄະເນໝົດປີ ), ເຊິ່ງຫຼຸດຄາດໝາຍທີ່ສະພາຮັບຮອງ, ແຕ່ກໍຍັງເປັນຕົວເລກການຂະຫຍາຍຕົວໃນລະດັບດີຕໍ່ເນື່ອງ ທີ່ສໍາຄັນການຂະຫຍາຍຕົວດັ່ງກ່າວແມ່ນການຂະຫຍາຍຕົວທີ່ຂ້ອນຂ້າງມີຄຸນນະພາບກວ່າເກົ່າ; ການດຸ່ນດ່ຽງລາຍຮັບ-ລາຍຈ່າຍພາຍໃນມີທ່າຕັ້ງໜ້າ ອັດຕາ ສ່ວນຂາດດຸນງົບປະມານຕໍ່ GDP ຫຼຸດລົງຈາກປະມານ 6% ໃນໄລຍະປີ 2015-2016 ມາເປັນປະມານ 4% ໃນປີ 2018, ລາຍຮັບຈາກພາຍໃນ ເພີ່ມຂຶ້ນຈາກ ປະມານ 21.000 ຕື້ກີບ ໃນປີ 2016 ມາເປັນປະມານ 26.200 ຕື້ກີບ ໃນ ປີ 2019.

ນອກນີ້, ລັດຖະບານຍັງໄດ້ສືບຕໍ່ແກ້ໄຂບັນຫາໜີ້ສິນໂຄງການລົງທຶນຂອງລັດຢ່າງຕັ້ງໜ້າ, ເຊິ່ງຮອດປັດຈຸບັນ ຊໍາລະໄດ້ 22.147 ຕື້ກີບ ເທົ່າກັບ 50,8% ຂອງແຜນການປີ; ແກ້ໄຂບັນຫາການຜະລິດໄຟຟ້າ ທີ່ບໍ່ມີຕະຫຼາດ ຮອງຮັບທີ່ຜ່ານມາ ໂດຍໄດ້ເຈລະຈາຊື້-ຂາຍ ແລະ ບັນລຸຂໍ້ຕົກລົງ ເພື່ອຂາຍໄຟຟ້າໃຫ້ປະເທດເພື່ອນບ້ານ; ດໍາເນີນ ແລະ ສໍາເລັດການກວດກາໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ທີ່ບໍ່ມີການເຄື່ອນໄຫວນໍາໃຊ້ທີ່ຖືກ ຕ້ອງ; ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຄັ່ງຄັດ ແລະ ສາມາດກວດເຫັນການບຸກລຸກເນື້ອທີ່ປ່າໄມ້ ທັງໝົດ 6.421,73 ເຮັກຕາ, ພາຍຫຼັງລັດຖະບານໄດ້ອອກຄໍາສັ່ງສະບັບດັ່ງກ່າວ ຈົນຮອດເດືອນມິຖຸນາ 2019 ຄະນະຮັບຜິດຊອບການປະມູນຂາຍໄມ້ຢຶດທົ່ວປະເທດ ໄດ້ຮັບໄມ້ຢຶດລວມທັງໝົດ ຈໍານວນ 98.023,42 ແມັດ ກ້ອນ ແລະ 531,44 ໂຕນ.

ເຖິງຢ່າງໃດກໍຕາມ, ລັດຖະບານ ຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020, ເຊິ່ງປະກອບມີ ຄື:

  1. ການຂະຫຍາຍຕົວຂອງເສດຖະກິດ ຫຼື GDPໃນປີ 2019 ບັນລຸພຽງ ປະມານ 6,4% ຕາມຄາດໝາຍແມ່ນ 6,7% ແລະ ສະເລ່ຍຫົວຄົນ ບັນລຸ 2.677 ໂດລາສະຫະລັດ, ເຊິ່ງສາເຫດສໍາຄັນສ່ວນໜຶ່ງ ແມ່ນຍ້ອນເກີດໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງ; ແຕ່ພ້ອມກັນນັ້ນ, ຂະແໜງການ ຜະລິດທີ່ເປັນພື້ນຖານໃນການສ້າງຖານລາຍຮັບທີ່ຍືນຍົງ ກໍຍັງບໍ່ທັນຫຼາກຫຼາຍ ແລະ ຍັງບໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາ ຈຶ່ງເຮັດໃຫ້ການເຕີບໂຕຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງກວ່າປີຜ່ານມາ.
  2. ສະມັດຕະພາບຂອງການຜະລິດຍັງບໍ່ທັນສູງ, ຍັງມີລັກສະນະທໍາມະຊາດ ເຮັດໃຫ້ການຜະລິດກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງບໍ່ທັນຂະຫຍາຍຕົວດີ ແລະ ບໍ່ສາມາດແຂ່ງຂັນກັບສິນຄ້ານໍາເຂົ້າ ແລະ ສິນຄ້າຂອງປະເທດເພື່ອນບ້ານ ທັງເຮັດໃຫ້ເງິນຕາໄຫຼອອກຕ່າງປະເທດ ທີ່ບໍ່ສາມາດຄຸ້ມຄອງໄດ້.
  3. ການປັບປຸງລັດວິສາຫະກິດ ເປັນວຽກງານທີ່ລັດຖະບານໃຫ້ຄວາມສໍາຄັນ ທັງໄດ້ກໍາ ນົດເປົ້າໝາຍບໍລິ ສັດ ທີ່ຈະປັບປຸງຊັດເຈນ ແຕ່ໃນພາກປະຕິບັດ ຍັງມີຄວາມຄືບໜ້າຊ້າຍ້ອນມີບັນຫາສະສົມຊໍາເຮື້ອມາດົນ ແຕ່ຊອກຫາຊ່ອງທາງແກ້ໄຂນັ້ນຍັງບໍ່ຕໍ່ເນື່ອງ, ຊັກຊ້າແກ່ຍາວ ແລະ ບາງບໍລິສັດ ກໍາລັງຈົມເລິກເຂົ້າ ສູ່ວິກິດໄດ້.
  4. ການແກ້ໄຂບັນຫາສະພາບແວດລ້ອມ, ຂັ້ນຂອດ ແລະ ຄວາມໂປ່ງໃສໃນການລົງທຶນ ແລະ ດໍາເນີນທຸ ລະກິດຍັງບໍ່ທັນບຸກທະລຸແທ້, ເຖິງແມ່ນວ່າທະນາຄານໂລກ ຕີລາຄາວ່າ ພວກເຮົາໄດ້ມີຄວາມພະຍາ ຍາມ ແລະ ໄດ້ປັບປຸງດີຂຶ້ນຫຼາຍດ້ານທາງດ້ານນິຕິກໍາ ແຕ່ໃນພຶດຕິກໍາຍັງບໍ່ທັນໄປຕາມໆກັນຍັງ ມີຫຼາຍຕົວຊີ້ວັດຍັງບໍ່ສາມາດແຂ່ງຂັນໄດ້ກັບປະເທດອື່ນໆ ຈຶ່ງພາໃຫ້ອັນດັບຕົວຊີ້ວັດຄວາມຍາກງ່າຍໃນການດໍາເນີນທຸລະກິດ ສໍາລັບປີ 2020 ຍັງຄົງທີ່.
  5. ການປັບປຸງ ແລະ ສົ່ງເສີມການທ່ອງທ່ຽວ ຖືເປັນບຸລິມະສິດທີ່ສໍາຄັນຂອງລັດຖະບານ ທັງໃນປີຜ່ານມາ ແລະ ປີນີ້, ທັງເປັນຂະແໜງເສດຖະກິດ ທີ່ປະເທດເຮົາມີທ່າແຮງບົ່ມຊ້ອນຫຼາຍ, ສາມາດຊຸກຍູ້ການຜະ ລິດ ແລະ ບໍລິການ ເພື່ອສົ່ງອອກກັບທີ່ ແລະ ເປັນກໍາລັງ ແຮງສໍາຄັນ ໃນການກະຕຸ້ນເສດຖະກິດ, ແຕ່ ໃນຕົວຈິງການທ່ອງທ່ຽວຢູ່ປະເທດເຮົາ ໃນປີນີ້ ກໍຍັງບໍ່ທັນຄຶກຄັກ ແລະ ອາດບໍ່ບັນລຸຕາມຄາດໝາຍຈໍານວນນັກທ່ອງທ່ຽວທີ່ວາງໄວ້.
  6. ການເກັບລາຍຮັບຍັງບໍ່ຄົບຖ້ວນ ແລະ ອາດບໍ່ບັນລຸຕາມແຜນການ ຍັງເປັນບັນຫາຕ້ອງແກ້ໄຂຕໍ່ໄປ, ການຄຸ້ມຄອງລາຄາສິນຄ້າຍັງເຮັດບໍ່ທັນໄດ້ດີ, ການຜະລິດສິນຄ້າພາຍໃນຍັງບໍ່ທັນພົ້ນເດັ່ນ, ການລົງທຶນສ່ວນຫຼາຍແມ່ນເນັ້ນໃສ່ແຕ່ການກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງໂຄງການລົງທຶນຂອງລັດ ເຖິງແມ່ນວ່າໄດ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ແຕ່ຍັງບໍ່ເຂັ້ມງວດເທົ່າທີ່ຄວນ, ການ ຊ່ວຍເຫຼືອ-ກູ້ຢືມຈາກຕ່າງປະເທດ ແລະ ການລົງທຶນຂອງພາກເອກະຊົນ ຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ.
  7. ສະຖຽນລະພາບທາງດ້ານເງິນຕາຍັງບໍ່ທັນໜັກແໜ້ນ ເປັນຕົ້ນສະພາບອັດຕາການແລກປ່ຽນມີການເໜັງຕີງແຮງ, ສ່ວນລະຫວ່າງອັດຕາແລກປ່ຽນຕະຫຼາດ ແລະ ທະນາຄານ ຍັງຫຍັບຫ່າງຈາກກັນຫຼາຍ ແລະ ຍັງບໍ່ທັນຖືກແກ້ໄຂຢ່າງຂາດຕົວ, ເຊິ່ງສາເຫດແມ່ນຍ້ອນພື້ນຖານການຜະລິດພາຍໃນຂອງປະເທດ ບໍ່ເຂັ້ມແຂງ ແລະ ນໍາເຂົ້າຫຼາຍກວ່າສົ່ງອອກ.
  8. ລະດັບຄັງສໍາຮອງເງິນຕາຕ່າງປະເທດ ຍັງມີຈໍາກັດ ແລະ ໂຄງປະກອບຂອງຄັງສໍາຮອງເງິນຕາຕ່າງປະເທດຍັງບໍ່ທັນຫຼາກຫຼາຍ, ການຂາດດຸນຊໍາລະປົກກະຕິກັບຕ່າງປະເທດ ແລະ ຍອດໜີ້ສິນຕໍ່ຕ່າງປະເທດ ຍັງຢູ່ໃນລະດັບສູງ ໃນຂະນະການນໍາໃຊ້ເງິນຕາຕ່າງປະເທດຢູ່ໃນສັງຄົມຍັງແຜ່ຫຼາຍ ເນື່ອງຈາກສະພາບອັດ ຕາ ແລກປ່ຽນເງິນກີບອ່ອນຄ່າ ແລະ ຄວາມຕ້ອງການເງິນຕາ ເພື່ອຊໍາລະສະສາງ ທັງຢູ່ພາຍໃນ ແລະ ຕ່າງປະເທດຍັງສູງ; ອັດຕາສ່ວນໜີບໍ່ເກີດດອກອອກຜົນ NPL ສູງກວ່າແຜນການທີ່ກໍານົດ ເນື່ອງຈາກບັນ ຫາໜີ້ສິນຄຸມເຄືອທີ່ຕິດພັນກັບໂຄງການລົງທຶນ.
  9. ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນເຂົ້າສູ່ລວງເລິກເທົ່າທີ່ຄວນ, ຄວາມແຕກໂຕນຂອງການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດຍັງຫ່າງກັນຢູ່.
  10. ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການຫຼິ້ນກິນຟຸມເຟືອຍ, ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ, ອຸບັດຕິເຫດ ແລະ ໄພສັງຄົມອື່ນໆ ເຖິງແມ່ນວ່າໄດ້ເອົາໃຈໃສ່ແກ້ໄຂ ແຕ່ກໍຍັງມີລັກສະນະແຜ່ຫຼາຍ ແລະ ສົ່ງຜົນທາງລົບຕໍ່ສັງຄົມ ໂດຍສະເພາະແມ່ນໄວໜຸ່ມ.