ກອງປະຊຸມລະດັບສູງ ກ່ຽວກັບ ສິດທິເດັກ ຈັດຂຶ້ນໃນວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີ ( 20 ພະຈິກ 1889-20 ພະຈິກ 2019 ) ຂອງ ສົນທິສັນຍາ ວ່າດ້ວຍ ສິດທິເດັກ ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ທ່ານ ນາງ ກາຣິນ ຮຸນຊອບ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ, ມີບັນດາເອກອັກຄະລັດຖະທູດ, ຕາງໜ້າຈາກອົງການສາກົນ, ບັນດາຄູ່ຮ່ວມພັດທະນາ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງ-ອົງການ ແລະ ແຂວງ, ບັນດາຕົວແທນພາກທຸລະກິດເອກະຊົນ ແລະ ຕົວແທນເດັກ ແລະ ໄວໜຸ່ມ ເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ:

ວັນທີ 20 ພະຈິກ 1989 ຫຼື 30 ປີກ່ອນໜ້ານີ້, ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ສິດທິເດັກ, ແຕ່ມື້ນັ້ນມາຮອດມື້ນີ້ ສົນທິສັນຍາດັ່ງກ່າວ ໄດ້ກາຍເປັນ ສົນທິສັນຍາສິດທິມະນຸ ທີ່ມີຈໍານວນປະເທດສະມາຊິກເປັນພາຄີຫຼາຍທີ່ສຸດໃນປະຫວັດສາດ ມີເຖິງ 196 ປະເທດ, ສົນທິສັນຍາດັ່ງກ່າວ ໄດ້ປະກອບ ສ່ວນວາງຮາກຖານ ແລະ ກໍານົດມາດຕະຖານດ້ານການສຶກສາ, ສຸຂະພາບ ແລະ ການບໍລິການສັງຄົມ, ພ້ອມທັງໃຫ້ສິດແກ່ເດັກໃນການສະເໜີຄໍາຄິດເຫັນຕໍ່ນະໂຍບາຍ ແລະ ນິຕິກໍາທີ່ມີຜົນກະທົບຕໍ່ເດັກ.

ສປປ ລາວ ກໍຄືປະເທດຕ່າງໆໃນທົ່ວໂລກ, ຍາມໃດກໍໃຫ້ຄວາມສໍາຄັນຕໍ່ ການເບິ່ງແຍງດູແລ ແລະ ພັດທະນາເດັກ, ກ່ອນການເຂົ້າເປັນພາຄີຂອງ ສົນທິສັນຍາ ວ່າດ້ວຍ ສິດທິເດັກ ສປປ ລາວ ກໍມີຫຼາຍການຈັດຕັ້ງທີ່ເຮັດໜ້າທີ່ປົກປ້ອງສິດ ແລະ ພັດທະນາເດັກ, ການຈັດຕັ້ງທີ່ເປັນແກນກາງໃນວຽກງານດັ່ງກ່າວ ລວມເຖິງ ການຈັດຕັ້ງຂອງ ຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ສະຖາບັນການສຶກສາສາມັນ, ການຈັດຕັ້ງທາງສາດສະໜາ ( ວັດ ), ສະຖາບັນຄອບຄົວ ທີ່ມີເຄືອຂ່າຍຢັ່ງຢາຍຢູ່ທົ່ວປະເທດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ທັງຢູ່ໃນເມືອງ ແລະ ຊົນນະບົດ, ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນພາຄີຂອງ ສົນທິສັນຍາດັ່ງກ່າວ ແລະ ມີ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກ, ວຽກງານສິດທິເດັກຍິງ ໄດ້ຮັບການຍົກມາດຕະຖານ ແລະ ຄຸນນະພາບສູງຂຶ້ນ.

ຕະຫຼອດໄລຍະ 28 ປີ ທີ່ ສປປ ລາວ ເຂົ້າເປັນພາຄີຂອງ ສົນທິສັນຍາ ວ່າດ້ວຍ ສິດທິເດັກ, ພວກເຮົາມີຄວາມພາກພູມໃຈທີ່ສາມາດຍາດໄດ້ຜົນສໍາເລັດໃນການປົກປ້ອງ ແລະ ພັດທະນາເດັກນ້ອຍລາວບັນດາເຜົ່າ ເປັນກ້າວໆມາ, ວຽກງານທີ່ເຮັດໄດ້ດີ ກໍລວມເຖິງການປົກປ້ອງສິດທິເດັກ, ການສະກັດກັ້ນ ແລະ ປາບປາມການຄ້າ-ຂາຍເດັກ ແລະ ຄ້າປະເວນີເດັກ, ການກວດກາ ແລະ ປາບປາມການແຜ່ສື່ລາມົກອານາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມສິດ ແລະ ຜົນປະໂຫຍດຂອງເດັກ, ການລຶບລ້າງທຸກຮູບແບບຂອງການຈໍາແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ວຽກງານອື່ນໆທີ່ຕິດພັນກັບ ການປະຕິບັດພັນທະ ແລະ ສົນທິສັນຍາສາກົນກ່ຽວກັບເດັກ.