ໃນໄລຍະບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2019 ນັບແຕ່ວັນທີ 5 ຫາ 11 ພະຈິກ 2019 ມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະ ໜົນ 30 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 30 ຄັນ, ສົມຄວນ 29 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 6 ຄົນ, ສົມຄວນ 29 ຄົນ, ສາຫັດ 9 ຄົນ ແລະ ເສຍຊີວິດ 5 ຄົນ.

ອຸບັດຕິເຫດເກີດຂຶ້ນ 30 ຄັ້ງ ເສຍຊີວິດ ໄລຍະບຸນພຣະທາດຫຼວງ
ອຸບັດຕິເຫດເກີດຂຶ້ນ 30 ຄັ້ງ ເສຍຊີວິດ ໄລຍະບຸນພຣະທາດຫຼວງ

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ:

ຄະດີທີ່ເກີດຂຶ້ນມີລາຍລະອຽດດັ່ງນີ້ ໃນ ວັນທີ 5 ພະຈິກ 2019 ເວລາປະມານ 16:00 ໂມງ ລົດຈັກຕໍາລົດເມ ຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໜອງ ບົວທອງ ເມືອງປາກງື່ມ ເຮັດໃຫ້ທ້າວ ທັກສິນ ອາຍຸ 13 ປີ, ບ້ານບໍ່ເຫຼັກ ເມືອງ ໄຊທາ ນີ ເສຍຊີວິດ. ຕໍ່ມາໃນເວລາປະມານ 12:30 ໂມງ ຂອງວັນທີ 7 ພະຈິກ 2019 ລົດບັນທຸກຕໍາຄົນຍ່າງຢູ່ເຂດບ້ານໄຮ່ຄໍາ ເມືອງໄຊເສດຖາ ເຮັດໃຫ້ ນາງ ກະຖິນ ອາຍຸ 3 ປີ ບ້ານເມືອງນ້ອຍ ເສຍຊີວິດ. ນອກນັ້ນ ໃນວັນທີ 9 ພະຈິກ 2019 ເວລາປະມານ 23:30 ໂມງ ລົດຈັກຕໍາລົດຈັກ ຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ເຮັດໃຫ້ ທ້າວ ແວ ໃຫຍ່ ອາຍຸ 28 ປີ, ບ້ານນາຄວາຍກາງ ເມືອງໄຊເສດຖາ ແລະ ທ້າວ ປາງຄໍາ ອາຍຸ 33 ປີ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ເສຍຊີວິດ ແລະ ໃນວັນທີ 10 ພະຈິກ 2019 ເວລາ ປະມານ 13:00 ໂມງ ລົດຈັກຕໍາລົດບັນທຸກຢູ່ ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດໃຫ້ ທ້າວ ອໍາ ໄພ ອາຍຸ 47 ປີ ບ້ານໜອງພະຍາ ຜູ້ຂັບ ຂີ່ລົດຈັກເສຍຊີວິດ.

ອຸບັດຕິເຫດເກີດຂຶ້ນ 30 ຄັ້ງ ເສຍຊີວິດ ໄລຍະບຸນພຣະທາດຫຼວງ
ອຸບັດຕິເຫດເກີດຂຶ້ນ 30 ຄັ້ງ ເສຍຊີວິດ ໄລຍະບຸນພຣະທາດຫຼວງ

ສະພາບການສັນຈອນໃນໄລຍະ ງານບຸນ ພົບວ່າຢູ່ວົງວຽນ 450 ປີ, ສີ່ ແຍກໄຟອໍານາດທາດຫຼວງ ແລະ ເສັ້ນ ທາງໜອງບອນ ມີລົດຕິດຂັດອັ່ງອໍ ເພາະ ວ່າຈຸດດັ່ງກ່າວເປັນບ່ອນເຂົ້າ-ອອກງານ, ໃນຕະຫຼອດງານບຸນ ຈະມີມວນຊົນພ້ອມທັງພາຫະນະໄດ້ມາເຕົ້າໂຮມກັນຢູ່ຈຸດດັ່ງກ່າວ, ຕິດຂັດໜັກທີ່ສຸດກໍຄືສອງຄືນສຸດທ້າຍຂອງງານບຸນ; ຕໍ່ກັບການຈັດຕັ້ງ ປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນ ໄດ້ປະຕິບັດຕາມແຜນການທີ່ວາງໄວ້ ໂດຍເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ທີ່ມາທ່ຽວງານບຸນຢ່າງຕັ້ງໜ້າ ແລະ ສາມາດແກ້ໄຂໄດ້ບໍ່ໃຫ້ຕິດຂັດດົນຈົນ ເກີນໄປ.