ພະແນກຕຳຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ຈັດພິທີໂຄສະນາ-ເຜີຍແຜ່ກົດລະບຽບຈະລາຈອນ ຢູ່ໂຮງ ຮຽນມັດທະຍົມຕອນຕົ້ນ ຜາວິ ເມືອງຫຼາ ແຂວງອຸດົມໄຊ ໃນວັນທີ 7 ພະຈິກ 2019 ໂດຍການເຂົ້າຮ່ວມຂອງ ພັທ ສອນວິໄລ ຕຸລາທອງ ຫົວໜ້າຫ້ອງຕໍາ ຫຼວດ ປກສ ແຂວງ; ມີທ່ານ ເພັດໂພນ ໄຊ ອໍານວຍການໂຮງຮຽນ ພ້ອມຄະນະຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໂຄສະນາກົດລະບຽບຈະລາຈອນຢູ່ໂຮງຮຽນມັດທະຍົມຜາວີ
ໂຄສະນາກົດລະບຽບຈະລາຈອນຢູ່ໂຮງຮຽນມັດທະຍົມຜາວີ

ຮອ ພູລົມ ຈັນຕິສຸກ ຮອງຫົວໜ້າ ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ໄດ້ກ່າວຈຸດປະສົງພ້ອມທັງສາຍ ຮູບພາບ ແລະ ອະທິບາຍກ່ຽວກັບການຂັບຂີ່ລົດທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ (ຜິດ) ກົດລະບຽບການສັນຈອນບົນທ້ອງຖະໜົນ ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງບັນດາປ້າຍຫ້າມ, ຈຸດຫ້າມຈອດ, ການແຊງລົດ, ການສົ່ງສັນ ຍານລ້ຽວຊ້າຍ-ລ້ຽວຂວາ; ການລ່ວງລະເມີດໄຟແດງ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ເຕັກນິກລົດບໍ່ຮັບປະກັນ, ການຂັບຂີ່ລົດອອກເສັ້ນທາງນ້ອຍເຂົ້າສູ່ເສັ້ນທາງໃຫຍ່, ຂັບຂີ່ລົດບໍ່ໃຫ້ກຽດເຊິ່ງກັນ ແລະກັນ ທີ່ເປັນສາເຫດພາໃຫ້ເກີດອຸ ບັດຕິເຫດ ແລະອື່ນໆ.

ໂຄສະນາກົດລະບຽບຈະລາຈອນຢູ່ໂຮງຮຽນມັດທະຍົມຜາວີ
ໂຄສະນາກົດລະບຽບຈະລາຈອນຢູ່ໂຮງຮຽນມັດທະຍົມຜາວີ

ຕອນທ້າຍ, ຍັງໄດ້ມອບ-ຮັບເຄື່ອງ ກິລາລະຫວ່າງທີມງານໃຫ້ໂຮງຮຽນດັ່ງ ກ່າວ ປະກອບມີ: ເຄື່ອງກິລາ ຈຳນວນ 25 ຊຸດ, ບານເຕະ 1 ໜ່ວຍ, ບານຕີ 1 ໜ່ວຍ, ກະຕໍ້ຫວາຍ 1 ໜ່ວຍ ແລະ ຕາ ໜ່າງ 1 ອັນ ລວມມູນຄ່າ 2.250.000 ກີບ .