ທ້າຍອາທິດທີ່ຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ຈັດກອງປະຊຸມການຈັດຕັ້ງເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນປະທານຄະນະ ກໍາມະການຕ້ານການຄ້າມະນຸດລະດັບຊາດ; ມີ ທ່ານ ຄໍາຜອຍ ວັນນະສານ ຮັກສາການເຈົ້າ ແຂວງຜົ້ງສາລີ ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ມີບັນດາກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະກຳມະການຕ້ານການຄ້າມະນຸດ ຈັດກອງປະຊຸມການຈັດຕັ້ງເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ
ຄະນະກຳມະການຕ້ານການຄ້າມະນຸດ ຈັດກອງປະຊຸມການຈັດຕັ້ງເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ

ພັທ ວັນສຸກ ສຸລິຍະ ຄະນະພັກກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຜົ້ງສາລີ ໄດ້ລາຍງານການຈັດຕັ້ງຜັນຂະຫຍາຍດໍາລັດ ເລກທີ 245/ນຍ, ລົງວັນທີ 3 ກໍລະກົດ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຕ້ານການຄ້າມະນຸດ ວ່າ: ໃນໄລຍະ 1 ປີທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ສາມາດແກ້ໄຂ ແລະ ດໍາເນີນຄະດີຄ້າມະນຸດ ທັງໝົດ 35 ຄົນ ຍິງ 27 ຄົນ ແລ້ວສົ່ງກັບຄືນສູ່ຄອບຄົວເປັນທີ່ຮຽບຮ້ອຍ; ນອກນີ້, ຄະນະກໍາມະການຕ້ານການຄ້າ ມະນຸດແຂວງ ໄດ້ຈັດຕັ້ງການເຄື່ອນໄຫວສ້າງແຜນງົບປະມານຂັ້ນແຂວງ ແລະ ຂັ້ນເມືອງໄດ້ສໍາເລັດ ເພື່ອລົງໂຄສະນາຜົນຮ້າຍຂອງການຄ້າມະນຸດຢູ່ບັນດາກຸ່ມເປົ້າໝາຍ, ຈຸດຫຼ່ໍແຫຼມເຂດຫ່າງໄກສອກຫຼີກລຽບຕາມຊາຍແດນລາວ-ຫວຽດ, ລາວ-ຈີນ ມີ 4 ໂຄງການ ຄື: ໂຄງການ ເຜີຍແຜ່ລະບຽບກົດໝາຍ; ແຜນການ, ໂຄງການ ແລະ ການສຶກສາອົບຮົມໃຫ້ສັງຄົມ ແລະ ປະຊາຊົນບັນດາເຜົ່າ, ໂຄງການຮ່ວມມືກັບພາຍໃນ ແລະ ຕ່າງປະເທດໃນການສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ, ໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ຄະນະກໍາມະການ ແລະ ກອງເລຂາ.

ຕອນທ້າຍ, ທ່ານປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຊີ້ນໍາຕໍ່ຄະນະກຳມະການຕ້ານການຄ້າມະນຸດແຂວງ ໃຫ້ໃຊ້ຫຼາຍວິທີການໃນການຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ແລະ ຈົ່ງພ້ອມກັນນໍາເອົາເນື້ອໃນກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສໍາເລັດ.