ທີ່ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມການກວດກາສະເພາະກິດ ນໍາຄະນະກວດກາລັດ ຖະບານຢູ່ບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຈໍານວນໜຶ່ງ ເຫັນວ່າບັນດາກະຊວງ ແລະ ອົງການທີ່ກ່າວມານັ້ນ ກໍຄືປະຊາຊົນບັນດາເຜົ່າ ສ່ວນຫຼາຍໄດ້ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍດີຂຶ້ນ, ແຕ່ກໍຍັງເຫັນວ່າບັນດາປະກົດການຫຍໍ້ທໍ້ບາງດ້ານ ເປັນຕົ້ນການລະເມີດກົດໝາຍການຈັດຕັ້ງຂອງລັດ ແລະ ປະ ຊາຊົນບັນດາເຜົ່າຍັງແຜ່ຫຼາຍ ພົ້ນເດັ່ນແມ່ນກົດໝາຍອາຍາ, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍສົ່ງເສີມການລົງທຶນ ແລະອື່ນໆ.

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາຍງານຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການປະຕິບັດບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມການກວດ ກາການເຄົາລົບ ແລະ ປະຕິບັດກົດໝາຍທົ່ວ ໄປບໍ່ທັນແຂງແຮງ ແລະ ເຂັ້ມງວດ, ຈຶ່ງເຮັດ ໃຫ້ມີການລະເມີດກົດໝາຍການຈັດຕັ້ງຂອງລັດ ແລະ ປະຊາຊົນບັນດາເຜົ່າຍັງແຜ່ຫຼາຍໃນການປະຕິບັດໜ້າທີ່ ກໍໄດ້ເພີ່ມທະວີຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການໄອ ຍາການປະຊົນຂັ້ນລຸ່ມ ບ່ອນທີ່ມີຫາງສຽງຕໍ່ ພະນັກງານໄອຍາການ ສາມາດພົບເຫັນພະນັກງານຈໍານວນໜຶ່ງກໍາຫຼັກການກົດໝາຍບໍ່ທັນແໜ້ນ, ຄວາມຮັບຜິດຊອບໜ້າທີ່ບໍ່ສູງ, ຂາດຈັນຍາບັນ, ຈັນຍະທໍາ ແລະ ບໍ່ໂປ່ງໃສໃນ ການປະຕິບັດໜ້າທີ່ ຈຶ່ງດໍາເນີນການກວດກາ ຖືກສໍາຫຼວດປະຕິບັດນິໄນທາງບໍລິຫານດ້ວຍຮູບການຕ່າງໆ ແລະ ຈໍານວນໜຶ່ງຖືກດໍາເນີນຄະດີຕາມກົດໝາຍ. ການສັ່ງຟ້ອງຄະດີ ຈໍານວນ ໜຶ່ງບໍ່ທັນຮັບປະກັນບົນຫຼັກການພື້ນຖານ ຂອງການດໍາເນີນຄະດີ. ນອກນັ້ນ ກົນໄກ ປະສານງານບໍ່ຄ່ອງຕົວ ແລະ ກົມກຽວ ໂດຍ ສະເພາະແມ່ນ 4 ພາກສ່ວນທີ່ດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ແລະ ຍັງມີການ ກ້າວກ່າຍຂອງພາກສ່ວນຕ່າງໆ ເຮັດໃຫ້ຄະດີຈໍານວນໜຶ່ງທີ່ງ່າຍກາຍເປັນສັບສົນຫຍຸ້ງຍາກ ແລະ ບໍ່ມີມື້ສິ້ນສຸດ.

ທ່ານ ນາງ ບົວຄໍາ ທິບພະວົງ ປະທານກໍາ ມາທິການຍຸຕິທໍາຂອງສະພາແຫ່ງຊາດ ເຫັນວ່າ: ເຖິງແມ່ນໄອຍະການປະຊາຊົນ ໄດ້ເອົາ ໃຈໃສ່ຕິດຕາມການກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ ແຕ່ກໍຍັງມີ ຫຼາຍບັນຫາທີ່ຈະຕ້ອງສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂຢ່າງຂາດຕົວ ເປັນຕົ້ນການກັກຂັງປົນກັນລະຫວ່າງຜູ້ຕິດຢາເສບຕິດທີ່ພໍ່ແມ່, ຜູ້ປົກຄອງນໍາເອົາໄປຝາກ ຍັງຂັງລວມກັບຜູ້ຖືກຫາ ແລະ ນັກໂທດ, ການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເຖິງວ່າເຮັດໄດ້ ແຕ່ກໍບໍ່ປົກກະຕິຕໍ່ເນື່ອງ ແລະ ເຂັ້ມງວດ ໂດຍສະເພາະການປະຕິບັດໜ້າທີ່ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານກ່ຽວກັບການຕີລາຄາຫຼັກຊັບ, ການປະມູນຂາຍຊັບ, ການມອບຊັບ, ການນໍາໃຊ້ຊັບຂອງຄູ່ຄວາມ ແລະ ການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຮິບເປັນຂອງລັດບໍ່ທັນໄດ້ເລິກເຊິ່ງ, ຍັງມີບາງເປົ້າໝາຍບໍ່ທັນໄດ້ຮັບການຕິດຕາມກວດກາ, ເກີດຊ່ອງວ່າງບໍ່ໂປ່ງໄສ ເຮັດໃຫ້ເກີດມີສຽງຂອງສັງຄົມ ແລະ ມີ ການຍື່ນຄໍາຮ້ອງຂໍຄວາມເປັນທໍາກ່ຽວກັບການປະຕິບັດຄໍາຕັດສິນຂອງສານທີ່ບໍ່ຖືກຕ້ອງໄປຍັງຫຼາຍພາກສ່ວນທີ່ມີທ່າອ່ຽງເພີ່ມຂຶ້ນ.

ນອກນີ້, ຄວາມຮັບຜິດຊອບການເມືອງຂອງຄະນະນໍາອົງການໄອຍະການປະຊາຊົນບາງທ້ອງຖິ່ນໃນການຈັດຕັ້ງເຜີຍແຜ່ມະນີຂອງກອງປະຊຸມສະພາແຫ່ງຊາດ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນຍັງຊັກຊ້າ ແລະ ບໍ່ທົ່ວເຖິງ, ການຂະຫຍາຍອົງການໄອຍະການປະຊາຊົນເຂດ ຍັງບໍ່ທັນສາ ມາດບັນລຸໄດ້ຕາມຄາດໝາຍທີ່ກໍານົດໄວ້ ເປັນສາເຫດເຮັດໃຫ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການດໍາເນີນຄະດີຕາມກົດໝາຍບໍ່ໄດ້ດີເທົ່າທີ່ຄວນ, ຕະຫຼອດຮອດການຕິດຕາມກວດກາການປະຕິບັດກົດໝາຍຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໂດຍສະເພາະເຈົ້າໜ້າທີ່ສືບສວນ-ສອບສວນປ່າໄມ້ ແລະ ພາສີອາກອນບໍ່ທັນເຂັ້ມງວດ ຍັງລະເມີດກົດໝາຍ ແລະ ຄໍາສັ່ງສະບັບເລກທີ 15/ນຍ ບໍ່ໄດ້ຖືກນໍາມາດໍາເນີນຄະດີຕາມກົດ ໝາຍ ລວມທັງການຖະແຫຼງໄຈ້ແຍກກະທໍາຜິດບາງຄະດີຍັງບໍ່ສອດຄ່ອງຕາມກົດໝາຍ ເຮັດໃຫ້ມີຄວາມ ຫຍຸ້ງ ຍາກໃນການພິຈາລະນາຕັດສິນ, ມີບາງການກະທໍາຜິດຄົບອົງປະກອບຂອງການກະທໍາຜິດທາງອາຍາໃນສະຖານໂທສານຸໂທດ ແຕ່ບໍ່ຖືກຄໍາສັ່ງຟ້ອງຂຶ້ນສານຕັດສິນຕາມກົດໝາຍ ແລະ ການປະສານສົມທົບລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນການກວດກາຕາມຜົນການຕົກລົງຂອງຄະນະ ປະຈໍາສະພາແຫ່ງຊາດ ກ່ຽວກັບການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາໃນບາງເລື່ອງ ຍັງບໍ່ມີການລາຍງານຄືນໃຫ້ຄະນະປະຈໍາສະພາແຫ່ງ ຊາດຕາມມາດຕາ 32 ຂອງກົດໝາຍວ່າດ້ວຍການ ແກ້ໄຂຄໍາຮ້ອງທຸກ ຍັງຊັກຊ້າ.

ໃນໄລຍະ 9 ເດືອນຜ່ານມາ, ອົງການໄອຍະການ ປະຊາຊົນ ໄດ້ອອກມາດຕະການສະກັດກັ້ນຕາມ ການສະເໜີຂອງອົງການສືບສວນ-ສອບສວນ ເຊັ່ນ: ອອກຄໍາສັ່ງຈັບຕົວ 1.494 ສະບັບ, ອອກຄໍາສັ່ງກັກຂັງພາງ 6.906 ສະບັບ, ອອກຄໍາສັ່ງຕໍ່ເວລາກັກຂາງພາງ 4.850 ສະບັບ, ອອກຄໍາສັງປ່ອຍຕົວພາງ 525 ສະບັບ, ອອກຄໍາສັ່ງກວດຄົ້ນເຄຫາສະຖານ 528 ສະບັບ, ອອກຄໍາສັ່ງຢຶດຊັບ 22 ສະບັບ, ອອກຄໍາສັ່ງແນະນໍາໃຫ້ເຈົ້າໜ້າທີ່ສືບ ສວນ-ສອບສວນ ແລະ ເກັບກໍາຂໍ້ມູນເພີ່ມເຕີມ 1.218 ສະບັບ. ນອກນັ້ນ, ອົງການໄອຍະການປະຊາຊົນຂັັນຕ່າງໆໄດ້ເອົາໃຈໃສ່ປະຕິບັດສັ່ງຟ້ອງຜູ້ຖືກຫາ ແລະ ຖະແຫຼງຄະດີຂຶ້ນສານ 3 ຂັ້ນ ຕາມກົດໝາຍ ຄື: ຂັ້ນຕົ້ນ ໄດ້ຮັບສໍານວນຄະດີອາຍາຂັ້ນຕົ້ນ 8.358 ເລື່ອງ, ແກ້ໄຂ 7.638 ເລື່ອງ, ສົ່ງໃຫ້ເຈົ້າໜ້າທີ່ດໍາເນີນການສືບສວນ-ສອບ ສວນຄືນໃໝ່ 2.442 ເລື່ືອງ, ໂຈະ 13 ເລື່ອງ, ຊັດມ້ຽນ 249 ເລື່ອງ, ສົ່ງພາກສ່ວນອື່ນ 66 ເລື່ອງ, ສັ່ງຟ້ອງສານ 4.868 ເລື່ອງ, ສານສົ່ງກວດກາໃໝ່ 66 ເລື່ອງ, ຖະແຫຼງໃນທີ່ປະ ຊຸມ 3.832 ເລື່ອງ, ພິຈາລະນາຕັດສິນຕາມການຖະແຫຼງ 3.820 ເລື່ອງ, ສານຕັດສິນບໍ່ເອົາຕາມຖະແຫຼງ 12 ເລື່ອງ, ສະ ເໜີຄັດຄ້ານ 8 ເລື່ອງ. ສໍາລັບຄະດີແພ່ງຂັ້ນຕົ້ນ 795 ເລື່ອງ, ແກ້ໄຂ 733 ເລື່ອງ, ຖະແຖງໃນທີ່ປະຊຸມສານ 529 ເລື່ອງ, ສານພິຈາ ລະນາ 526 ເລື່ອງ ແລະ ບໍ່ເອົາຕາມການຖະແຫຼງ 3 ເລື່ອງ; ຂັ້ນອຸທອນໄດ້ຮັບສໍານວນຄະດີທັງໝົດ 319 ເລື່ອງ, ແກ້ໄຂ 304 ເລື່ອງ, ຖະແຫຼງສົ່ງສານຂັ້ນອຸທອນ 304 ເລື່ອງ, ຖະແຫຼງໃນທີ່ປະຊຸມສານ 281 ເລື່ອງ, ແລະ ສານພິພາກສາເອົາຕາມຖະແຫຼງຂອງໄອຍາການ 276 ເລື່ອງ, ພິພາກສາຕາມຄໍາຖະແຫຼງບາງສ່ວນ 30 ເລື່ອງ, ພິພາກສາບໍ່ເອົາຕາມ 5 ເລື່ອງ, ສະເໜີຄັດຄ້ານ 4 ເລື່ອງ. ສໍາລັບຄະດີແພ່ງຂັ້ນອຸທອນ 501 ເລື່ອງ, ແກ້ໄຂ 457 ເລືື່ອງ, ຖະແຫຼງໃນທີ່ປະຊຸມສານຂັ້ນອຸທອນ 427 ເລື່ອງ, ພິພາກສາຕາມການຖະແຫຼງ 391 ເລື່ອງ, ພິພາກສາຕາມການຖະແຫຼງບາງສ່ວນ 38 ເລື່ອງ, ບໍ່ເອົາຕາມ 36 ເລື່ອງ ແລະ ສະເໜີຄັດຄ້ານ 4 ເລື່ອງ ແລະ ຂັ້ນລົບລ້າງ ໄດ້ຮັບສໍານວນຄະດີອາຍາຂັ້ນລົບລ້າງ 199 ເລື່ອງ, ແກ້ໄຂ 131 ເລື່ອງ, ຖະແຫຼງສົ່ງສານ ລົບລ້າງ 131 ເລື່ອງ, ຖະແຫຼງໃນທີ່ປະຊຸມສານ 76 ເລື່ອງ, ສານ ພິພາກສາຕາມຄໍາຖະແຫຼງ 74 ເລື່ອງ, ບໍ່ເອົາຕາມຖະ ແຫຼງ 2 ເລື່ອງ. ສໍາລັບຄະດີແພ່ງ ຂັ້ນລົບລ້າງ 234 ເລືື່ອງ, ແກ້ໄຂ 232 ເລື່ອງ, ຖະແຫຼງໃນທີ່ປະຊຸມສານ 71 ເລື່ອງ, ພິພາກສາຕາມການຖະແຫຼງ 71 ເລື່ອງ. ໃນນີ້, ພິພາກສາເອົາຄໍາຖະແຫຼງບາງສ່ວນ 5 ເລື່ອງ. ນອກນັ້ນ ໄດ້ຮັບຄໍາຮ້ອງຂໍຮື້ຟື້ນຄະດີອາຍາ 73 ເລື່ອງ, ແກ້ໄຂ 37 ເລື່ອງ, ບໍ່ຮື້ຟື້ນ 9 ເລື່ອງ.