ຄະນະສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຊາຍໝຸ່ມ ອາຍຸ 25 ປີ  ທີ່ລັກລອບຄ້າມະນຸດ ແລະ ການຄ້າປະເວນີຂອງບຸກຄົນອື່ນແບບເສບສົມ ຈໍາຄຸກ 18 ປີ ປັບໃໝ່ 120 ລ້ານກີບ.

ຄະດີດັ່ງກ່າວ, ສານໄດ້ນໍາສໍານວນຄະດີຂຶ້ນພິຈາລະນາ ໃນວັນທີ 26 ພະຈິກ ນີ້, ຈໍາເລີຍ ຊື່ ທ້າວ ປັດທະວີ ຫຼື ແບ໋ງ ອາຍຸ 25 ປີ ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ, ເຊິ່ງເຈົ້າໜ້າທີ່ກັກຕົວໃນວັນທີ 17 ມັງກອນ 2019 ຜ່ານມາ. ຕາມການຖະແຫຼງຂອງໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໃນຫ້ອງປະຊຸມສານວ່າ: ໃນປີ 2017 ທ້າວ ປັດທະວີ ຫຼື ແບ໋ງ (ຈໍາເລີຍ) ໄດ້ໄປຢູ່ນໍາ ນາງ ເງິນ (ແບບຜົວ-ເມຍ) ຢູ່ບ້ານວຽງຈະເລີນ ເມືອງໄຊເຊດຖາ; ເຊິ່ງ ນາງ ເງິນ ໄດ້ເຊົ່າເຮືອນຢູ່ບ້ານດັ່ງກ່າວມາແຕ່ປີ 2011. ພາຍຫຼັງທີ່່ໄປຢູ່ນໍາກັນມາໄລຍະໜຶ່ງ ພວກກ່ຽວກໍໄດ້ຮັບເອົາ ນາງ ຫຼ້າ (ນາມສົມມຸດ) ອາຍຸ 25 ປີ ເມືອງວັງວຽງ ແຂວງວຽງຈັນ ແລະ ໝູ່ອີກ 11 ຄົນ ໄປພັກຢູ່ເຮືອນເຊົ່ານໍາ. ແລ້ວເວົ້າກັບພວກກ່ຽວວ່າ ວຽກທີ່ໃຫ້ເຮັດ ຄື: ຂາຍປະເວນີໃຫ້ກັບແຂກທີ່ຕິດຕໍ່ມາ, ເຊິ່ງວິທີການແມ່ນທ້າວ ປັດທະວີ ແລະ ນາງ ເງິນ ໄດ້ເອົາເບີ້ໂທລະສັບຂອງຕົນໄປແຈກຍາຍໄວ້ຕາມໂຮງແຮມ, ເຮືອນພັກ ແລະ ຮ້ານບັນເທິງຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ. ຖ້າມີແຂກຄົນໃດຕ້ອງການຊື້ສາວບໍລິການໄປນອນນໍາ ຫຼື ຊື້ປະເວນີ ແມ່ນຈະໂທຫາຕາມເບີ້ທີ່ແຈກຍາຍໄວ້.

ໃນແຕ່ລະວັນເມື່ອມີຜູ້ຕິດຕໍ່ມາທາງໂທລະສັບ, ພວກກ່ຽວກໍເອົາຍິງສາວດັ່ງກ່າວໃສ່ລົດກະບະມັດສະດ້າ ສີດໍາ ປ້າຍທະບຽນ ກຣ 7985 ກໍາແພງນະຄອນ ແລະ ລົດຟໍຈູນເນີ ສີຂາວ ປ້າຍທະບຽນ ກວ 1116 ກໍາແພງນະຄອນ ໄປສົ່ງໃຫ້ແຂກຢູ່ຕາມໂຮງແຮມ ຫຼື ເຮືອນພັກ ດ້ວຍຄວາມສະໝັກໃຈຂອງຍິງສາວເອງ ເມື່ອຮັບແຂກສໍາເລັດແລ້ວ ກໍໄປຮັບກັບເຮືອນ ແລະ ຄ່າຕົວທີ່ໄດ້ຈາກຂາຍປະເວນີແຕ່ລະຄັ້ງ ແມ່ນ ທ້າວ ປັດທະວີ ແລະ ນາງ ເງິນ ເປັນຄົນກໍານົດຄ່າຕົວຄື: ຊົ່ວຄາວລາຄາ 300.000 ກີບ ແລະ ຄ້າງຄືນ 500.000 ກີບ, ພາຍຫຼັງທີ່ໄດ້ເງິນມາແລ້ວ ກໍຈະແບ່ງໃຫ້ ສາວບໍລິການ ຊົ່ວຄາວຄັ້ງລະ 100.000 ກີບ, ຄ້າງຄືນ 200.000 ກີບ ໂດຍເບີກເງິນເປັນເດືອນໃຫ້ແຕ່ລະຄົນ ຖ້າຜູ້ໃດໄດ້ຂາຍປະເວນີ້ຫຼາຍຄັ້ງກໍຈະໄດ້ເງິນຫຼາຍ.

ນອກນັ້ນ, ໃນໄລຍະເດືອນພະຈິກ 2018 ທ້າວ ປັດທະວີ ແລະ ນາງ ເງິນ ຍັງໄດ້ຮັບເອົາ ນາງ ນ້ອຍ ອາຍຸ 14 ປີ ຢູ່ເມືອງວຽງຄໍາ ແຂວງຫຼວງພະບາງ ມາຢູ່ນໍາ ເພື່ອຂາຍປະເວນີ້, ພາຍຫຼັງທີ່ ນາງ ນ້ອຍ ມາພັກເຊົາຢູ່ນໍາແລ້ວກໍໄດ້ພາ ນາງ ຄອມ ໄປຮ່ວມປະເວນີ (ເປີດສົດ) ກັບແຂກຄົນຕ່າງປະເທດ ຢູ່ໂຮງແຮມແຫ່ງໜຶ່ງ ດ້ວຍຄ່າຕົວ 5.000.000 ກີບ. ທ້າວ ປັດທະວີ ຫັກເອົາ 500.000 ກີບ ແລະ ໃຫ້ຄ່ານາຍໜ້າຜູ້ຕິດຕໍ່ມາ ຈໍານວນ 1.250.000 ກີບ ສ່ວນທີ່ເຫຼືອແມ່ນເອົາໃຫ້ ນາງ ນ້ອຍ. ຮອດວັນທີ 17 ມັງກອນ 2019 ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ປັດທະວີ ແລະ ນາງ ຫຼ້າ ໄປດໍາເນີນຄະດີ. ສ່ວນ ນາງ ເງິນ ແລະ ຄົນອື່ນໆແມ່ນໄດ້ເອົາຕົວຫຼົບໜີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໃສແລ້ວເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍທີ່ຢັ້ງຢືນວ່າ: ການກະທໍາຂອງ ທ້າວ ປັດທະວີ (ຈໍາເລີຍ1) ເປັນການກະທໍາຜິດທາງອາຍາ ໃນສະຖານ ການຄ້າມະນຸດ ແລະ ການຄ້າປະເວນີຂອງບຸກຄົນອື່ນ, ສ່ວນການກະທໍາຂອງ ນາງ ຫຼ້າ(ນາມສົມມຸດ)ຈໍາເລີຍ2 ເປັນການກະທໍາຜິດທາງອາຍາ ໃນສະຖານການຂາຍປະເວນີ ທີ່ແຕະຕ້ອງເຖິງສິດເສລີພາບ, ສາຍຜົວ-ເມຍ, ຄອບຄົວ, ຮີດຄອງປະເພນີ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 215, 254 ແລະ 260 ຢ່າງແທ້ຈິງ.

ດ້ວຍເຫດນີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງພິຈາລະນາຕັດສິນລົງ ໂທດ ທ້າວ ປັດທະວີ ຈໍາຄຸກ 18 ປີ ປັບໃໝ 120.000.000 ກີບ ສະຖານຄ້າມະນຸດ ແລະ ການຄ້າປະເວນີຂອງບຸກຄົນອື່ນ. ສ່ວນ ນາງ ຫຼ້າ ແມ່ນຕັດອິດສະລະພາບ 3 ເດືອນ ປັບໃໝ 500.000 ກີບ ແຕ່ການກະທໍາຜິດຂອງຜູ້ກ່ຽວພຽງຄັ້ງດຽວ ສານຈຶ່ງພິຈາລະນາໃຫ້ຮັບຝາກໂທດໄວ້.