ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄະນະພັກຮາກຖານ ຄບສ

0
1725

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄະນະພັກຮາກຖານ ຄະນະບັນນາທິການຂ່າວສານ ປກສ (ຄບສ) ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2019 ໂດຍການເປັນປະທານຂອງ ສະຫາຍ ພັອ ເພີນຄໍາ ແສງດາລາ ເລຂາຄະນະພັກຮາກຖານ ຫົວໜ້າຄະນະບັນນາທິການຂ່າວສານ ປກສ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີ ຄະນະພັກ-ຄະນະກົມ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ ຂຶ້ນຜ່ານບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ

ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນ ຜົນງານການປະຕິບັດວຽກງານວິຊາສະເພາະ ຂອງແຕ່ລະກອງທີ່ຂຶ້ນກັບ ວ່າ:

+ ວຽກງານໜັງສືພິມ:

ໄດ້ປັບປຸງຍົກລະດັບ ໜັງສືພິມຄວາມສະຫງົບ “ສຽງຂອງກໍາລັງປ້ອງກັນຄວາມສະຫງົບ” ໃຫ້ມີເນື້ອໃນອຸດົມສົມບຸນ, ມີສິນລະປະ ແລະ ຖືກກັບພື້ນຖານເຕັກນິກຂອງໜັງສືພິມ ເຊັ່ນ: ມີການເພີ່ມຄໍລໍາ, ເພີ່ມໜ້າໜັງສືພິມຈາກ 12 ໜ້າ ຂຶ້ນເປັນ 16 ໜ້າ, ສອດສີຈາກ 2 ໜ້າ ເປັນ 4 ໜ້າ ໂດຍໄດ້ຮັບຄວາມສົນໃຈ ແລະ ການສັ່ງຈອງ ໜັງສືພິມຄວາມສະຫງົບ ມີທ່າອ່ຽງເພີ່ມຂຶ້ນ.

+ ວຽກງານວາລະສານ:

ໄດ້ນໍາພາປັບປຸງທາງດ້ານຮູບແບບ, ສີສັນ ແລະ ເນື້ອໃນຂອງບົດ ໃຫ້ແຫຼມຄົມ, ມີທັງທິດສະດີ-ພຶດຕິກໍາ, ພ້ອມທັງກາຍເປັນເວທີສະແດງຜົນງານ ການຂີດຂຽນບົດວິທະຍາສາດໃຫ້ນັກສຶກສາ ແລະ ນັກຄົ້ນຄວ້າໃນສະຖາບັນສຶກສາຕ່າງໆຂອງ ກໍາລັງປ້ອງກັນຄວາມສະຫງົບ ເຊິ່ງສາມາດຈັດພິມໄດ້ຖືກຕ້ອງທັນກັບກໍານົດເວລາລາຍເດືອນ.

+ ວຽກງານວິທະຍຸ:

ໄດ້ນໍາພາ ສະຖານີວິທະຍຸກະຈາຍສຽງ ປ້ອງກັນຄວາມສະຫງົບ ຜະລິດລາຍການອອກອາກາດເລີ່ມແຕ່ 5 ໂມງເຊົ້າ ແລະ ປິດເວລາ 24:00 ໂມງ, ມີທັງໝົດ 24 ລາຍການ, ອອກອາກາດສົດມີ 5 ລາຍການ, ຜະລິດເອງມີ 11 ລາຍການ ແລະ ຮ່ວມມືກັບພາກສ່ວນນອກຜະລິດມີ 13 ລາຍການ. ພ້ອມນັ້ນ, ເພື່ອເຮັດໃຫ້ການກະຈາຍສຽງກວ້າງຂວາງ ກໍໄດ້ມີການສ້າງຕັ້ງ ສະຖານີເຄືອຂ່າຍຮັບ-ສົ່ງສັນຍານວິທະຍຸ ຢູ່ 5 ຈຸດ ຄື: ແຂວງອຸດົມໄຊ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈໍາປາສັກ.

+ ວຽກງານໂທລະພາບ:

ນໍາພາການຜະລິດລາຍການອອກອາກາດ ສະຖານີໂທລະພາບ ປກສ, ໄດ້ມີການແຜ່ພາບທາງພາຍໃນ ແລະ ຕ່າງປະເທດຕະຫຼອດ 24 ຊົ່ວໂມງ, ມີລາຍການອອກອາກາດ 29 ລາຍການ, ລາຍການທີ່ຜະລິດເອງມີ 18 ລາຍການ ແລະ ຮ່ວມມືກັບພາກສ່ວນນອກມີ 11 ລາຍການ; ເຊິ່ງຜ່ານການອອກອາກາດບັນດາລາຍການດັ່ງກ່າວ ເຮັດໃຫ້ມວນຊົນມີຄວາມສົນອົກສົນໃຈ ແລະ ຮັບຊົມໂທລະພາບ ປກສ ຫຼາຍຂຶ້ນ.

+ ວຽກງານຫ້ອງການບໍລິຫານ-ຄົ້ນຄວ້າສັງລວມ:

ເປັນໃຈກາງໃນວຽກງານການເມືອງ-ແນວຄິດ, ເປັນເສນາທິການໃນການຄຸ້ມຄອງ, ກວດກາ, ອໍານວຍຄວາມສະດວກໃຫ້ແກ່ ການພົວພັນຮ່ວມມືກັບພາກສ່ວນຕ່າງໆ ແລະ ເປັນຂົວຕໍ່ໃຫ້ຄະນະພັກ ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະ ໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ.

ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່

ທັ້ງນີ້, ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 9 ສະຫາຍ, ເລືອກເອົາ 7 ສະຫາຍ ໄດ້ແກ່:

  • ສະຫາຍ ພັອ ເພີນຄໍາ ແສງດາລາ ເປັນ ເລຂາຄະນະພັກຮາກຖານ
  • ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ເປັນ ຮອງເລຂາ
  • ສະຫາຍ ພັທ ສີພາ ສິງທອງ ເປັນ ປະທານກວດກາພັກ
  • ສະຫາຍ ພັທ ພອນພິລຸນ ປັນຍາສີລິ ເປັນ ຮອງປະທານກວດກາພັກ ແລະ ອີກ 3 ສະຫາຍ ເປັນ ຄະນະ

ເພື່ອສືບຕໍ່ປັບປຸງ ວຽກງານສື່ມວນຊົນ ປກສ ໃຫ້ກ້າວຂຶ້ນສູ່ຄຸນນະພາບໃໝ່, ເນື້ອໃນການໂຄສະນາ ຈະຕ້ອງສ່ອງແສງເຖິງລັກສະນະຕົວຈິງ, ສຶກສາອົບຮົມ, ຈັດຕັ້ງຊີ້ນໍາ ແລະ ລັກສະນະຕໍ່ສູ້; ພ້ອມທັງ ຕ້ອງເອົາໃຈໃສ່ຂະຫຍາຍ ແລະ ຄຸ້ມຄອງ ສື່ມວນຊົນ ປກສ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຕໍ່ເນື່ອງ, ເປັນແຫຼ່ງສະໜອງຂໍ້ມູນທີ່ສໍາຄັນ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ ແລະ ຂອງກຳລັງ ປກສ ທີ່ໜ້າເຊື່ອຖື ແລະ ກ້າວສູ່ຍຸກ 4.0 ພາຍໃຕ້ຄໍາຂວັນ: ” ຖືກຕ້ອງ, ວ່ອງໄວ, ເຊື່ອຖືໄດ້, ທັນສະໄໝ ແລະ ຮັບໃຊ້ປະຊາຊົນ “.