ພິທີປະກາດການຈັດຕັ້ງຂັ້ນກົມຂອງ ຫ້ອງວ່າການ ກະຊວງ ປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2019, ໂດຍມີ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພັທ ຄຳພອນ ແສງສາລິຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2309/ປກສ ລົງວັນທີ 28 ຕຸລາ 2019 ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ປກສ ເຊິ່ງໃນນີ້ໄດ້ໂຍກຍ້າຍ:

  • ພັທ ບຸນລ້ຽງ ປັນຍາແກ້ວ ຈາກ ກົມເສນາທິການ ໄປຮັບໜ້າທີ່ໃໝ່ຢູ່ ກົມບໍລິຫານ

ຫ້ອງວ່າການ ກະຊວງ ປ້ອງກັນຄວາມສະຫງົບ

ປະກາດຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 2310/ປກສ ລົງວັນທີ 28 ຕຸລາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ຫ້ອງວ່າການກະຊວງ ປກສ ເຊິ່ງໃນນີ້ໄດ້ແຕ່ງຕັ້ງ:

  • ພັທ ສີວັນທາ ເພຍສາຂາ ເປັນ ຫົວໜ້າຫ້ອງການເມືອງ ແລະ ພັທ ສະໝານ ດວງປັນຍາ ເປັນຮອງ
  • ພັທ ສົມພອນ ຈັນທະພົງ ເປັນ ຫົວໜ້າກົມກົດລັບ, ພັທ ກອງສິນ ຈັນທະວົງ ເປັນຮອງ
  • ພັທ ບຸນລ້ຽງ ປັນຍາແກ້ວ ເປັນ ຫົວໜ້າກົມບໍລິຫານ
  • ພັທ ສາຍພອນ ຫອມມີໄຊ ເປັນ ຮອງຫົວໜ້າກົມພົວພັນຕ່າງປະເທດ
  • ພັທ ສອນແກ້ວ ແພງຊະນະ ເປັນ ຮອງຫົວໜ້າກົມຄຸ້ມຄອງເອກະສານ

ສ່ວນ ຫົວໜ້າ ແລະ ຮອງ ທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໂອກາດນີ້, ພົຈວ ສົມວັນ ສາຍລ້ອງພາ ໄດ້ໂອ້ລົມວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້ ກໍເພື່ອເປັນການປັບປຸງແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ໃນໄລຍະໃໝ່. ພ້ອມນັ້ນ, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄວາມຮູ້-ຄວາມສາມາດຍິ່ງຂຶ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.