ສະພາບປຸ້ນຊັບພົນລະເມືອງແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍ ແລະ ຄວາມເສຍຫາຍໃຫ້ແກ່ສັງຄົມປັດຈຸບັນ, ສະພາບປຸ້ນຊັບສ່ວນຫຼາຍຈະມັກເກີດໃນຊ່ວງຄໍ່າຄືນ, ຢູ່ຕາມເສັ້ນທາງຕ່າງໆບັນຫາດັ່ງກ່າວນີ້ ເປັນບັນຫາໜຶ່ງທີ່ຕ້ອງໄດ້ຮັບການຕິດຕາມຈັບກຸ່ມຄົນທີ່ເຄື່ອນໄຫວປຸ້ນຊັບຢູ່ຕາມເສັ້ນທາງມາລົງໂທດຕາມກົດໝາຍ ເພື່ອຄວາມປອດໄພຂອງຜູ້ຄົນທີ່ໃຊ້ລົດ-ໃຊ້ຖະໜົນໃນຍາມຄໍ່າຄືນ.

ເມື່ອເວົ້າເຖິງກຸ່ມແກ້ງເຄື່ອນໄຫວປຸ້ນຊັບຢູ່ຕາມເສັ້ນທາງຕ່າງໆ ພວກເຂົາໄດ້ຕັ້ງກັນເຮັດເປັນກຸ່ມແກ້ງເຄື່ອນໄຫວອອກປຸ້ນຊັບ ແລະ ແນໃສ່ນັກຂັບຂີ່ລົດຈັກທີ່ເປັນເພດຍິງທີ່ຂັບຂີ່ມາຜູ້ດຽວຢູ່ຕາມເສັ້ນທາງຕ່າງໆຢູ່ພາຍໃນ ນະຄອນຫຼວງວຽງຈັນ ໃນຊ່ວງເວລາປະມານ 23:00 ໂມງຈົນເຖິງ 3:00 ໂມງ ອອກຄັ້ງໜຶ່ງແມ່ນອອກເທື່ອລະ 2-4 ຄົນ ຢູ່ຕາມເສັ້ນທາງປ່ຽວຂອງຂອບເຂດເມືອງໄຊເສດຖາ, ໄຊທານີ, ສີໂຄດຕະບອງ, ຈັນທະບູລີ, ຫາດ ຊາຍຟອງ ເປັນຕົ້ນ; ເຊິ່ງໃນແຕ່ລະຄັ້ງແມ່ນຈະນໍາໃຊ້ລົດໃຫຍ່ ແລະ ລົດຈັກ ຂີ່ເລາະໄປຕາມເສັ້ນທາງ, ຕະຫຼາດ, ເຂດຊຸມຊົນ, ບ້ານຄົນ ແລະອື່ນໆ ເມື່ອເຫັນເປົ້າໝາຍທີ່ຕ້ອງການຍາກຈະປຸ້ນຊັບ ພວກເຂົາກໍຈະຂີ່ລົດເຂົ້າໄປຕັດໜ້າລົດເປົ້າໝາຍແລ້ວໃຊ້ອາວຸດ ເປັນຕົ້ນແມ່ນມີດ, ງ້າວ, ປືນ, ຄ້ອນຊ໋ອດໄຟຟ້າ ແລະອື່ນໆ ເຂົ້າໄປນາບຂູ່ເອົາລົດ ແລະ ສິງຂອງທີ່ມີຄ່າ.

ບັນຫາດັ່ງກ່າວທີ່ເກີດຂຶ້ນນັ້ນ, ເຈົ້າໜ້າທີ່ ໄດ້ເອົາໃຈໃສ່ຕິດຕາມຊອກຄົ້ນຫາເປົ້າໝາຍຢ່າງເນື່ອງນິດລຽນຕິດ ຈົນສາມາດຮູ້ຕົວກຸ່ມແກ້ງປຸ້ນຊັບຢູ່ຕາມເສັ້ນທາງຈໍານວນຫຼາຍກຸ່ມ ແລະ ສາມາດຈັບຕົວມາດຳເນີນຄະດີໄດ້ຫຼາຍ 10 ຄົນ ສະແດງອອກ ຄື: ສາມາດຈັບກຸ່ມປຸ້ນຊັບເອົາລົດ ແລະ ໃຊ້ງ້າວຟັນຜູ້ເສຍຫາຍ ຈົນໄດ້ຮັບບາດເຈັບຢູ່ເສັ້ນທາງເຂດບ້ານສົມສະຫງ່າ ເມືອງໄຊເສດຖາ ໃນວັນທີ 11 ເມສາ ຈໍານວນ 5 ຄົນ ພ້ອມຜູ້ຊື້ຊັບຜິດກົດໝາຍ (ລົດຈັກ) ມາສອບສວນຂະຫຍາຍຜົນ; ເຊິ່ງການເຄື່ອນໄຫວປຸ້ນຊັບຂອງກຸ່ມດັ່ງກ່າວ ແມ່ນຮ່ວມກັນປຸ້ນມາແລ້ວ 20 ກວ່າຄັ້ງ ໄດ້ລົດຈັກທັງໝົດ 20 ກວ່າຄັນ; ເຊິ່ງລົດຈັກທີ່ປຸ້ນໄດ້ແມ່ນເອົາໄປຂາຍໃຫ້ ຫຼາຍຄົນທີ່ຮູ້ຈັກໃນລາຄາ ຄັນລະ 1.500.000-2.000.000 ກີບ; ນອກນີ້, ໃນຕົ້ນເດືອນກັນຍາ 2019 ເຈົ້າໜ້າທີ່ຍັງສາມາດຕິດຕາມຈັບເປົ້າໝາຍເຄື່ອນໄຫວປຸ້ນຊັບທີ່ໃຊ້ອາວຸດປືນສັ້ນ, ເຄືອງຊ໋ອດໄຟຟ້າ, ມີດ, ງ້າວ ແລະ ລົດໃຫຍ່ 2 ຄັນ ເຂົ້າໃນການກໍເຫດໄດ້ ຈໍານວນ 5 ຄົນ, ເຊິ່ງພວກເຂົາໄດ້ຮ່ວມກັນ ກໍ່ເຫດມາແລ້ວ 21 ຄັ້ງ ໄດ້ລົດຈັກ 20 ຄັນ, ລົດໃຫຍ່ 1 ຄັນ ພາຍຫຼັງປຸ້ນໄດ້ກະນຳລົດໄປຂາຍໃຫ້ກັບຜູ້ທີ່ຕ້ອງການ ພາຍຫຼັງໄດ້ເງິນມາກໍເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຝືອຍ ແລະ ຊື້ຢາມາເສບຈົນໝົດ.

ຜ່ານການດໍາເນີນຄະດີຂອງເຈົ້າໜ້າທີ່ ໃນຫຼາຍຄັ້ງຜ່ານມາ, ພວກເຮົາພໍສະຫຼຸບໄດ້ວ່າ: ການປຸ້ນຊັບແມ່ນເກີດຈາກຄວາມໂລບມາກຂອງບຸກຄົນ, ເກີດຈາກການດໍາລົງຊີວິດໃນຄອບຄົວ, ເກີດຈາກແນວຄິດຂີ້ຄ້ານອອກແຮງງານ, ເກີດຈາກການດໍາລົງຊີວິດຫຼິ້ນກິນຟຸມເຟືອຍ, ມົ້ວສຸມອະບາຍຍະມຸກ, ມົ້ວສຸມຢາເສບຕິດ ແລະອື່ນໆ.

ຖ້າຢາກສະກັດກັ້ນບັນຫາດັ່ງກ່າວໄດ້, ກ່ອນອື່ນໝົດພໍ່-ແມ່ ຫຼື ຜູ້ປົກຄອງຕ້ອງເອົາໃຈໃສ່ສຶກສາອົບຮົມ ແລະ ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວລູກ-ຫຼານຂອງຕົນຢູ່ເລື້ອຍໆ, ຖ້າເຫັນລູກ-ຫຼານຂອງຕົນເຮັດຜິດ ກໍຕ້ອງກ່າວເຕືອນ ຫຼື ຈິງໃຈລາຍງານໃຫ້ເຈົ້າໜ້າທີ່ຕໍາຫຼວດ, ບໍ່ຄວນປົກປິດການກະທໍາທີ່ບໍ່ຖືກຕ້ອງຂອງລູກ-ຫຼານຕົນ. ເພາະຜ່ານມາ, ພວກເຮົາຍັງມີລັກສະນະປົກປ້ອງການກະທໍາຜິດຂອງລູກ-ຫຼານຢູ່, ໂດຍສະ ເພາະຕໍ່ພວກຂີ້ລັກ-ງັດແງະ ແລະ ປຸ້ນຊັບ, ເມື່ອເຫັນເຈົ້າໜ້າທີ່ເອົາມາດໍາເນີນຄະດີ, ພໍ່-ແມ່ ແລະ ຜູ້ປົກຄອງພັດວິ້ງເຕັ້ນແລ່ນໄປຫາຜູ້ນັ້ນ-ຜູ້ນີ້ທີ່ມີສິດ-ມີອໍານາດ ເພື່ອຊ່ວຍເອົາລູກ-ຫຼານຂອງຕົນອອກ, ແທນທີ່ຈະພ້ອມກັບເຈົ້າໜ້າທີ່ສຶກສາອົບຮົມລູກ-ຫຼານຂອງຕົນ, ພັດກົງກັນຂ້າມໄປປົກປ້ອງ ແລະ ໃຫ້ໂອກາດພວກເຂົາ ຈົນເຮັດໃຫ້ ລູກ-ຫຼານທີ່ເປັນຄົນຂີ້ລັກ ຫຼື ປຸ້ນຊັບນັ້ນໄດ້ເດີ້ມ, ບໍ່ຢ້ານກົວຕໍ່ເຈົ້າໜ້າທີ່ ຫຼື ລະບຽບກົດໝາຍ ແລ້ວສືບຕໍ່ກະທໍາຜິດຕື່ມອີກ. ໃນທີ່ສຸດ, ລູກ-ຫຼານຂອງຕົນ ກໍກາຍເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບ.