ໃນເດືອນພະຈິກ 2019 ທີ່ຜ່ານມາ, ສະພາບການສັນຈອນພາຍໃນແຂວງຈໍາປາສັກ ຍັງບໍ່ທັນມີຄວາມເປັນລະບຽບຮຽບຮ້ອຍເທົ່າທີ່ຄວນ, ສະພາບການສັນຈອນມີຄວາມແອອັດ, ຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງຍັງລະເມີດກົດລະບຽບການສັນຈອນຈອດລົດຊະຊາຍ, ດື່ມສິ່ງມຶນເມົາຂັບຂີ່, ຂັບຂີ່ລົດໄວ, ແຊງບໍ່ຮັບປະກັນເປັນຕົ້ນ; ຈາກບັນຫາດັ່ງກ່າວ, ຈຶ່ງເຮັດໃຫ້ທ້ອງຖະໜົນພາຍໃນແຂວງຍັງມີ ອຸບັດຕິເຫດ ເກີດຂຶ້ນ, ເຊິ່ງສ້າງຄວາມເສຍຫາຍເປັນຈໍານວນຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນ.

ອຸບັດຕິເຫດ ທີ່ເກີດຂຶ້ນ ພາໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ
ອຸບັດຕິເຫດ ທີ່ເກີດຂຶ້ນ ພາໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຈໍາປາສັກໃຫ້ຮູ້ວ່າ: ເປັນການເປີດສົກຮຽນໃໝ່ຢ່າງເປັນທາງການ, ປົກກະຕິສະພາບການສັນຈອນພາຍໃນເທດສະບານເມືອງເປເຊ ແຂວງຈໍາປາສັກ ຕາມເສັ້ນທາງ 3 ແຍກ, 4 ແຍກ, ໄຟອຳນາດ, ໜ້າຕະຫຼາດ, ຊຸມຊົນອື່ນໆ ກໍ ມີພາຫະນະແອອັດພໍສົມຄວນ, ໃນສົກຮຽນນີ້ ແນ່ນອນການສັນຈອນກໍຈະເພີ່ມຈໍານວນຂຶ້ນອີກ ຍ້ອນການນໍາໃຊ້ລົດ-ໃຊ້ຖະໜົນຂອງນັກຮຽນ-ນັກສຶກສາ; ເພື່ອຮັບມືກັບເຫດການທີ່ເກີດຂຶ້ນ, ຕໍາຫຼວດຈະລາຈອນແຂວງ ສົມທົບກັບຕໍາຫຼວດຈະລາຈອນນະຄອນປາກເຊ ສ້າງແຜນປ້ອງກັນ, ພ້ອມທັງວາງກໍາລັງໃສ່ຈຸດທີ່ເຫັນວ່າມີຄວາມສ່ຽງສະພາບຈະລາຈອນຈະແອອັດປະຈໍາຈຸດ, ປະຈໍາປ້ອມຕາມສາຍທາງ, ຕາມສໍານັກງານ-ອົງການ, ສະຖາບັນການສຶກສາຕ່າງໆໃນຕອນເຊົ້າ, ຕອນທ່ຽງ ແລະ ຕອນແລງ ເພື່ອອໍານວຍຄວາມສະດວກສະບາຍ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ຜູ້ທີ່ສັນຈອນໄປ-ມາ. ຈາກການປະຕິບັດຕົວຈິງ, ກໍເຫັນວ່າສະພາບການສັນຈອນກໍດີຂຶ້ນ, ນອກນັ້ນ ກໍເຮັດໜ້າທີ່ຈັດສັນ ແລະ ວຽກງານ ໂຄສະນາໄປພ້ອມກັນ ເພື່ອແນະນໍາໃຫ້ຜູ້ຂັບຂີ່ໂດຍສະເພາະຜູ້ປົກຄອງທີ່ສົ່ງລູກ-ຫຼານໄປຈອດໃຫ້ຖືກບ່ອນທີ່ກໍານົດ ເພື່ອບໍ່ເປັນການກີດຂວາງການສັນຈອນ; ເຊິ່ງໃນແຜນຕໍ່ໜ້າ, ພະແນກຕໍາຫຼວດຈະລາຈອນ ກໍມີແຜນອົບຮົມວຽກງານຈະລາຈອນໃຫ້ແກ່ຄູ-ອາຈານ ແລະ ນັກ ຮຽນ-ນັກສຶກສາຢູ່ຕາມໂຮງຮຽນທີ່ຕິດກັບແຄມທາງ ເພື່ອຊ່ວຍເຈົ້າໜ້າທີ່ໃນການອັດລົດ-ເປີດລົດໃນເວລາເຂົ້າຮຽນ ແລະ ເລີກຮຽນ. ນອກນັ້ນ, ກໍເຮັດໜ້າທີ່ໂຄສະນາຕາມສາຍທາງໂດຍນໍາໃຊ້ເຄື່ອງຂະຫຍາຍສຽງຈາກລົດມ້າຂາວ ເພື່ອແນໃສ່ສ້າງໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ແລະ ເປັນເຈົ້າໃນການປະຕິບັດລະບຽບກົດໝາຍໃຫ້ມີຄວາມປອດໄພສູງໃນການຂັບຂີ່.

ສາເຫດຫຼັກຍ້ອນຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບການສັນຈອນຢ່າງເຄັ່ງຄັດ
ສາເຫດຫຼັກຍ້ອນຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບການສັນຈອນຢ່າງເຄັ່ງຄັດ

ໃນເດືອນພະຈິກ 2019, ທົ່ວແຂວງຈໍາປາສັກ ມີອຸບັດຕິເຫດເກີດຂຶ້ນທັງໝົດ 66 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 73 ຄັນ, ສົມຄວນ 51 ຄັນ, ບາດເຈັບເລັກໜ້ອຍ 67 ຄົນ, ສົມຄວນ 46 ຄົນ, ສາຫັດ 20 ຄົນ ແລະ ເສຍຊີວິດ 9 ຄົນ ສາເຫດທີ່ພາໃຫ້ເກີດອຸບັດຕິເຫດສ່ວນໃຫຍ່ຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບການສັນຈອນວາງອອກ.

ຢ່າງໃດກໍຕາມ, ການເຮັດໜ້າທີ່ແກ້ໄຂຈະລາຈອນແອອັດ ແລະ ອຸບັດຕິເຫດເຖິງຈະເຮັດໜ້າທີ່ຢ່າງຕັ້ງໜ້າປານໃດກໍຕາມ, ກໍບໍ່ສາມາດຮັບປະກັນໄດ້ວຽກງານດັ່ງກ່າວຈະລຸລ່ວງໄປໄດ້ດີ, ຖ້າຫາກຂາດຜູ້ໃຊ້ລົດ-ໃຊ້ຖະໜົນເປັນເຈົ້າການໃນການປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ, ເຈົ້າໜ້າທີ່ກໍ ເປັນສ່ວນໜຶ່ງເທົ່ານັ້ນໃນການເຮັດໜ້າທີ່ ແລະ ປະຕິບັດຕາມລະບຽບກົດໝາຍ, ສິ່ງສໍາຄັນທີ່ສຸດກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນເປັນຜູ້ກໍານົດ.