ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ

0
1571

ພິທີມອບ-ຮັບໜ້າທີ່ ລະຫວ່າງ ພັອ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ (ຜູ້ເກົ່າ) ແລະ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 12 ທັນວາ 2019, ໂດຍມີ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ມີ ບັນດາຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກົມໃຫຍ່ການເມືອງ ແລະ ຄະນະຊາວໜຸ່ມຮາກຖານ 18 ກົມກອງ ເຂົ້າຮ່ວມ.

ໃນພິທີ ພັທ ໂອລົດ ຫຼວງໄຊ ຫົວໜ້າພະແນກບໍລິຫານ-ສັງລວມ ໄດ້ກ່າວວ່າ:

ການຈັດພິທີໃນຄັ້ງນີ້ ເປັນການປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງ ແລະ ໂຍກຍ້າຍ ພັອ ພິມມະສອນ ທຳມະວົງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ນວ ແລະ ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງ ພັທ ບຸນຈັນ ອິນພົມມາ ເປັນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ (ຜູ້ໃໝ່) ເພື່ອສືບຕໍ່ຊີ້ນນໍາ-ນໍາພາວຽກງານຂອງ ຊາວໜຸ່ມ ກະຊວງ ປກສ ໃຫ້ມີຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

ພັອ ພິມມະສອນ ທໍາມະວົງ ໄດ້ຍົກໃຫ້ເຫັນຜົນງານການຊີ້ນໍາ-ນໍາພາ ໃນໄລຍະຜ່ານມາວ່າ:

ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ຄະນະຊາວໜຸ່ມຮາກຖານ 18 ກົມກອງ ສຸມໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ສະມາຊິກຊາວໜຸ່ມ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຈໍາແນກມິດ-ສັດຕູໄດ້ຢ່າງຈະແຈ້ງ ພ້ອມທັງໄດ້ເອົາໃຈໃສ່ສ້າງ ພະນັກງານສືບທອດປ່ຽນແທນຂອງ ຫ້ອງຊາວໜຸ່ມ ເຮັດໃຫ້ຊາວໜຸ່ມ ກະຊວງ ປກສ ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ.

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ (ຜູ້ໃໝ່) – ພັອ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ (ຜູ້ເກົ່າ)

ໃນມື້ດຽວກັນ, ທ່ານ ເສິນ ສຽວລ້ຽງ ປະທານບໍລິສັດເອບີບີ ການໄຟຟ້າ ຈະເລີນຊັບ ຈໍາກັດ ພ້ອມຄະນະ ໄດ້ມອບເຄື່ອງກິລາ 40 ຊຸດ, ບານເຕະ 2 ໜ່ວຍ ແລະ ເສື້ອໂປໂລ 50 ໂຕ ລວມມູນຄ່າ 7 ລ້ານກີບ ໃຫ້ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ກ່າວຮັບໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເພື່ອນໍາໃຊ້ເຂົ້າໃນການສ້າງຂະບວນການຕ່າງໆ ແລະ ຕ້ອນຮັບ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ອ້ອມຂ້າງ ກະຊວງ ປກສ ຄັ້ງທີ V ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ.

ທ່ານ ເສິນ ສຽວລ້ຽງ ປະທານບໍລິສັດເອບີບີ ການໄຟຟ້າ ຈະເລີນຊັບ ຈໍາກັດ ພ້ອມຄະນະ ໄດ້ມອບເຄື່ອງກິລາ 40 ຊຸດ, ບານເຕະ 2 ໜ່ວຍ ແລະ ເສື້ອໂປໂລ 50 ໂຕ ລວມມູນຄ່າ 7 ລ້ານກີບ