ພະແນກຕໍາຫຼວດສຶບສວນ – ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ມອບລົດຈັກ 5 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ໃນວັນທີ 10 ທັນວາ 2019 ມອບໂດຍ ພັທ ເຂັມເພັດ ວັນນະລາດ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ຮັບໂດຍເຈົ້າຂອງລົດ.

ມອບລົດຈັກ 5 ຄັນຄືນໃຫ້ເຈົ້າຂອງເດີມ

ການມອບລົດຈັກຄືນເຈົ້າຂອເດີມໃນຄັ້ງນີ້, ມີລົດຈັກຮອນດາ ເວັບ 110 ໄອ ສີແດງ – ດໍາ ຈໍານວນ 2 ຄັນ, ລົດຈັກຮອນດາເວັບ 110 ສີແດງ – ປອນ ທັງ 3 ຄັນ ມີເອກະສານ, ລົດຈັກຮອນດາ ເວັບ 110 ສີຟ້າ – ດໍາ ແລະ ລົດຈັກຮອນດາຄຣິກໄອ ສີຂາວ – ດໍາ ທັງສອງຄັນບໍ່ມີເອກະສານ; ເຊິ່ງລົດຈັກຈໍານວນດັ່ງກ່າວ ແມ່ນໄດ້ຖືກຄົນຮ້າຍລັກຢູ່ຂອບເທດສະບານເມືອງໄຊຍະບູລີ ແຕ່ໄລຍະເດືອນກຸມພາ 2018 ຫາ ເດືອນກໍລະກົດ 2019 ຜ່ານມາ, ໂດຍເບື້ອງຕົ້ນເຈົ້າຂອງລົດຈັກທັງ 5 ຄັນ ໄດ້ນໍາຫຼັກຖານເຂົ້າແຈ້ງຕໍ່ເຈົ້າໜ້າທີ່ວ່າ ມີຄົນບໍ່ດີໄດ້ລັກເອົາລົດ ຈັກຂອງຕົນ. ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະລົງເຄື່ອນໄຫວຕິດຕາມກວດກາຕາມເສັ້ນທາງ ເທດສະບານເມືອງໄຊຍະບູລີ ຈົນສາມາດພົບເຫັນເປົ້າໝາຍ ຈຶ່ງໄດ້ເຂົ້າກັກຕົວຜູ້ກໍ່ເຫດຊື່ທ້າວ ສຸ ພາວັນ ພົງສະຫວັດ ຫຼື ສິນ ອາຍຸ 28 ປີ ຢູ່ບ້ານສີມຸງຄຸນ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ຜ່ານການສືບສວນ, ຜູ່ກ່ຽວສາລະພາບວ່າ: ນັບແຕ່ເດືອນ ກຸມພາ 2018 ຫາ ເດືອນກໍລະກົດ 2019 ຜູ້ກ່ຽວໄດ້ເຄື່ອນໄຫວລັກລົດຈັກຢູ່ເທດສະບານເມືອງໄຊຍະບູລີ ທັງໝົດ 11 ຄັນ ລົດຈໍານວນດັ່ງກ່າວໄດ້ນໍາເອົາໄປຂາຍຢູ່ ແຂວງຫຼວງພະບາງ ແລະ ແຂວງວຽງຈັນ, ເຊິ່ງເຈົາໜ້າທີ່ເກັບກູ້ຄືນມາໄດ້ທັງໝົດແລ້ວ.