ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເຂົ້າກັກຕົວຄູ່ຜົວ-ເມຍ ທີ່ລັກລອບເຄື່ອນໄຫວຄ້າ-ຂາຍ ຢາເສບຕິດ ປະເພດຢາບ້າ ພ້ອມຂອງກາງ 771 ເມັດ ໃນຂະນະທີ່ເອົາຢາບ້າໄປຂາຍ ຢູ່ໃກ້ຟາມລ້ຽງສັດປາງບົງ ເຂດບ້ານແກ້ວ ພ້ອມຜູ້ຮ່ວມຂະບວນການອີກ 1 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ໃຫ້ຖະແຫຼງຂ່າວໃນອາທິດຜ່ານມາວ່າ: ຄະດີດັ່ງກ່າວ ແມ່ນຈັບຕົວໄດ້ໃນເວລາ 14:25 ໂມງ ຂອງວັນທີ 22 ພະຈິກ ຜູ້ຖືກຫາຊື່ ທ້າວ ກວຍຫີນ ອາຍຸ 67 ປີ ພ້ອມຂອງກາງຢາບ້າ ຈໍານວນ 40 ເມັດ ແລະ ນາງ ເຊັງ ອາຍຸ 60 ປີ ພ້ອມຂອງກາງຢາບ້າຈໍານວນ 731 ເມັດ (ຜົວ-ເມຍ) ຢູ່ບ້ານນາຊໍ່າ-ຜາຊ້າງ ເມືອງໄຊຍະບູລີ ແລະ ຜູ້ຊັດຖອດອີກ 1 ຄົນ ຊື່ ທ້າວ ສ້ອຍ ອາຍຸ 20 ປີ ຢູ່ ບ້ານແກ້ວ ເມືອງໄຊຍະບູລີ ພ້ອມຢາບ້າ ຈໍານວນ 16 ເມັດ.

ຜ່ານການສອບສວນ ທ້າວ ກວຍຫີນ ໃຫ້ການວ່າ: ໄດ້ເຄື່ອນໄຫວຄ້າ-ຂາຍຢາບ້າ ມາແຕ່ປີ 2017 ຢາບ້າທີ່ນໍາມາ ຂາຍໃນແຕ່ລະຄັ້ງແມ່ນເອົານໍາ ນາງ ເຊັງ (ເມຍ) ຄັ້ງລະ 10-60 ເມັດ ເມື່ອໄດ້ຢາບ້າແລ້ວກໍເອົາໄປຂາຍໃຫ້ກັບໄວລຸ້ນເຂດບ້ານ ແລະ ບ້ານໃກ້ຄຽງ. ພາຍຫຼັງ ຂາຍໝົດແລ້ວ ກໍເອົາເງິນຕົ້ນທຶນໄປສົ່ງໃຫ້ເມຍ ສ່ວນກໍາໄລແມ່ນໃຊ້ຈ່າຍຟຸມເຟືອຍ. ມາໃນເດືອນພະຈິກ 2019, ໄດ້ເອົາຢາບ້ານໍາ ນາງ ເຊັງ ອີກ ຈໍານວນ 50 ເມັດ ໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາບ້າ ຈໍານວນ 10 ເມັດ ເຫຼືອ 40 ເມັດ ກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.

ນາງ ເຊັງ ສາລະພາບວ່າ: ໄດ້ເລີ່ມຄ້າ-ຂາຍຢາບ້າມາແຕ່ຕົ້ນປີ 2017 ໂດຍຮັບເອົາຢາບ້າມາຂາຍໃນແຕ່ລະຄັ້ງແມ່ນເອົານໍາຄົນຮູ້ຈັກ ຄັ້ງລະ 400 ເມັດ ແລະ ຫຼາຍສຸດແມ່ນ 1.000 ເມັດ ເພື່ອນໍາໄປຂາຍຕໍ່. ມາວັນທີ 20 ພະຈິກ, ໄດ້ເອົາຢາບ້າມາໃຫ້ຈໍານວນ 4 ຖົງ ເທົ່າກັບ 800 ເມັດ ຜູ້ກ່ຽວໄດ້ແບ່ງໃຫ້ ທ້າວ ກວຍຫີນ ຂາຍຈໍານວນ 50 ເມັດ ແລະ ຂາຍໃຫ້ຜູ້ຮ່ວມຂະບວນການເສບນໍາກັນ ຈໍານວນ 19 ເມັດ. ຈາກນັ້ນ, ເວລາ 14:25 ໂມງຂອງມື້ຕໍ່ມາກໍຖືກກັກຕົວ ພ້ອມຂອງກາງຢາບ້າຈໍານວນ 731 ເມັດ.

ສ່ວນທ້າວ ສ້ອຍ ໄດ້ເລີ່ມເສບຢາບ້າມາແຕ່ປີ 2017 ເສບຄັ້ງລະ 2-3 ເມັດ ສ່ວນຢາບ້າທີ່ຊື້ມາເສບ ແລະ ຂາຍໃນແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ອົງປາຍ ຢູ່ບ້ານສະນໍາຢາງບົງ ຈໍານວນຫຼາຍຄັ້ງ ຄັ້ງລະ 10-50 ເມັດ ເພື່ອໄປເສບເອງ ແລະ ຂາຍເອົາກໍາໄລ. ນອກນີ້, ຜູ້ກ່ຽວຍັງເຄີຍຊື້ຢາບ້ານໍານາງ ເຊັງ ຈໍານວນ 5-16 ເມັດ ຫຼາຍຄັ້ງ. ວັນທີ 21 ພະຈິກ, ໄດ້ໄປຊື້ຢາບ້ານໍາ ທ້າວ ອົງປາຍ ອີກຈໍານວນ 20 ເມັດ ໄດ້ເສບຈໍານວນ 4 ເມັດ. ຈາກນັ້ນ ກໍຖືກເຈົ້າ ໜ້າທີ່ກັກຕົວ ພ້ອມຢາບ້າທີ່ຍັງເຫຼືອໄປດໍາເນີນຄະດີ.