ປກສ ເມືອງໄຊຍະບູລີ ປະກາດການຈັດຕັ້ງ

0
575

ກອງບັນຊາການ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ ປະກາດການຈັດຕັ້ງ ໃນວັນທີ 9 ທັນວາ 2019, ເປັນປະທານໂດຍ ພັທ ບຸນນັດ ແກ້ວອາລຸນ ຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ; ມີຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ບຸນນັດ ແກ້ວອາລຸນ ປະທານພິທີ ປະກາດການຈັດຕັ້ງ ປກສ ເມືອງໄຊຍະບູລີ
ພັທ ບຸນນັດ ແກ້ວອາລຸນ ປະທານພິທີ ປະກາດການຈັດຕັ້ງ ປກສ ເມືອງໄຊຍະບູລີ

ໃນພິທີ, ພັທ ບຸນໃສ ກອງທອງ ຫົວໜ້າພະແນກການເມືອງ ປກສ ເມືອງໄຊຍະບູລີ ໄດ້ຜ່ານຂໍໍ້ຕົກລົງຂອງກອງບັນຊາການ ປກສ ເມືອງໄຊຍະບູລີ ສະບັບເລກທີ 4406/ປມຊຍ, ລົງວັນທີ 9 ທັນວາ 2019 ວ່າດ້ວຍການໂຍກຍ້າຍສັບຊ້ອນນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ເມືອງໄຊຍະບູລີ; ໃນນີ້, ໂຍກຍ້າຍ ຮທ ສົມວອນ ທອນມະນີທໍ່ ຈາກຫ້ອງການ ປກສ ບໍລິການປະຊາຊົນນາຫຼາ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການ ປກສ ບໍລິການປະຊາຊົນກຸ່ມນາຕາກ; ວທ ຄໍາ ເງິນ ວິງວອນ ຈາກຫ້ອງການ ປກສ ບໍລິການປະຊາຊົນ ນາມອນ ໄປຮັບໜ້າທີ່ໃໝ່ຢູ່ພະແນກ 509; ວທ ນາງ ລັດທະພອນ ພັກວິຊາ ຈາກຫ້ອງການ ປກສ ບໍລິການປະຊາຊົນສີເມືອງ ໄປຮັບໜ້າທີ່ໃໝ່ຢູ່ພະແນກ 509; ສອ ນາງ ມິ່ມີ່ ຈັນທິບ ຈາກຫ້ອງການ ປກສ ບໍລິການປະຊາຊົນບ້ານໃຫຍ່ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການ ປກສ ບໍລິການປະຊາຊົນສີເມືອງ.

ໂອກາດດັ່ງກ່າວ, ພັທ ບຸນນັດ ແກ້ວ ອາລຸນ ຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ ໄດ້ເນັ້ນໜັກບັນດາສະຫາຍທີ່ມີການໂຍກຍ້າຍຊັບຊ້ອນໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ສຸມສະຕິປັນຍາ, ຄວາມຮູ້-ຄວາມສາມາດຂອງຕົນເຂົ້າໃນການຊີ້ນໍາ-ນໍາພາວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນງານພົ້ນເດັ່ນ, ເພີ່ມທະວີສຶກສາອົບຮົມແນວຄິດ, ພໍ່-ແມ່ປະຊາຊົນໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ສາມັກຄີກັບພາຍນອກໃຫ້ ກວ້າງຂວາງແໜ້ນແຟ້ນ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດ ຂຶ້ນໃຫ້ທັນເວລາ; ເຮັດໃຫ້ຂອບເຂດຄວາມຮັບຜິດຊອບ ແລະ ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.