ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ໄດ້ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກ ໂທດ ຈໍານວນ 60 ກວ່າຄົນ ເນື່ອງໃນໂອກາດວັນຊາດ 2 ທັນວາ 2019 ຄົບຮອບ 44 ປີ ໃນວັນທີ 29 ມັງ ກອນ 2020 ໂດຍການເຂົ້າຮ່ວມ ຂອງ ທ່ານ ພົມມະສຸກ ວິໄລກຸນ ຫົວໜ້າຫ້ອງວ່າການປົກຄອງ ແຂວງຫຼວງນໍ້າທາ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສັກ ຈັນທະວິໄລ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫຼວງນໍ້າທາ ໄດ້ຜ່ານດຳລັດຂອງປະທານປະເທດ ເລກທີ 031/ປປທ, ລົງວັນທີ 10 ມັງກອນ 2020 ວ່າດ້ວຍການອະໄພຍະໂທດໃຫ້ນັກໂທດທີມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 44 ປີ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ມີນັກໂທດທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ 63 ຄົນ ຍິງ 8 ຄົນ, ຕ່າງປະ ເທດ 1 ຄົນ ແລະ ອະໄພຍະໂທດປ່ອຍຕົວ 1 ຄົນ.

ສໍາລັບນັກໂທດທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ປະຈໍາ ປີ 2019 ໃນຂອບເຂດທົ່ວປະເທດ ມີທັງໝົດຈຳນວນ 2.146 ຄົນ, ຍິງ 347 ຄົນ, ຕ່າງປະເທດ 39 ຄົນ ຍິງ 2 ຄົນ. ໃນນີ້, ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ ຈຳນວນ 1.824 ຄົນ ຍິງ 291 ຄົນ, ຕ່າງປະເທດ 34 ຄົນ, ຍິງ 2 ຄົນ, ປ່ອຍຕົວນັກໂທດ ຈຳ ນວນ 322 ຄົນ ຍິງ 56 ຄົນ, ຕ່າງປະເທດ 5 ຄົນ.