ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສືບຕໍ່ປະຕິບັດໂຄງການຍົກສູງຄຸນນະພາບຂອງ ວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອເປັນພື້ນຖານໃນການສ້າງຄວາມກະຕືລືລົ້ນ, ຄວາມຕັດສິນໃຈ, ເຮັດສໍາເລັດໜ້າທີ່ວຽກງານທີ່ຂັ້ນເທິງ ກໍຄື ກະຊວງມອບໝາຍໃຫ້ມີຜົນສໍາເລັດ.

ທ່ານກ່າວເນັ້ນໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການ ໃນປີ 2020 ຂອງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ທີ່ຈັດຂຶ້ນໃນວັນທີ 30 ມັງກອນ ວ່າ:

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ກ່ອນອື່ນ, ຄະນະພັກ-ຄະນະກົມ ຕ້ອງເອົາໃຈໃສ່ຕໍ່ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ຖືວຽກງານນີ້ ເປັນກົກໃນການສ້າງຈິດສໍານຶກ, ຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງຕໍ່ທີ່ຕັ້ງ ແລະ ພາລະບົດບາດ  ຂອບເຂດສິດ ແລະ ໜ້າທີ່ຂອງກົມ ເພື່ອເປັນເສນາທິການໃຫ້ຂັ້ນເທິງ ໃນການຄົ້ນຄວ້າລະບົບທິດສະດີຕ່າງໆ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ແຂງແຮງກວ່າເກົ່າ.

ເຊິ່ງຖ້າຢາກເຮັດໄດ້ຄືແນວນັ້ນ, ຄະນະກົມ ຕ້ອງເອົາໃຈໃສ່ສ້າງ ພະນັກງານຫຼັກແຫຼ່ງນໍາພາ-ບັນຊາ ແລະ ພະນັກງານວິຊາການ ທີ່ເຕັມປ່ຽມໄປດ້ວຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕ້ງ, ປະຕິບັດມະຕິຄໍາສັ່ງ ແລະ ລະບຽບວິໄນເຂັ້ມງວດ, ພາຍໃນມີຄວາມສາມັກຄີເປັນເອກະພາບ, ຄະນະພັກ ແລະ ສະມາຊິກພັກ ຕ້ອງເປັນແບບຢ່າງ ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງມີປະສິດທິຜົນ.

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການ ໃນປີ 2020 ຂອງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ

ສູ້ຊົນຈັດຕັ້ງປະຕິບັດ ບັນດາກິດຈະກຳ ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ ທີ່ໄດ້ກຳນົດໄວ້ໃນທິດທາງແຜນການ ປີ 2020, ເປັນເຈົ້າການກະກຽມ ບັນດານິຕິກຳແຜນແມ່ບົດ ຈັດຕັ້ງເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ໃຫ້ທັນເວລາ. ພ້ອມກັນນີ້, ກໍໃຫ້ເຄື່ອນໄຫວເກັບກຳຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ປັບປຸງປຶ້ມປະຫວັດສາດ 60 ປີ ຂອງກຳລັງ ປກສ, ປັບປຸງເນື້ອໃນຈັດວາງສະແດງຂອງ ຫໍພິພິທະພັນ ປກສ ໃຫ້ອຸດົມສົມບູນ ສ່ອງແສງໃຫ້ເຫັນເຖິງຜົນງານໄຊຊະນະອັນຍິ່ງໃຫຍ່ ແລະ ມູນເຊື້ອອັນຈົບງາມຂອງ ກຳລັງ ປກສ ຕະຫຼອດ 60 ປີ ຜ່ານມາ ຢ່າງພາວະວິໄສ.

ນອກຈາກນັ້ນ, ກໍໃຫ້ສຸມໃສ່ໃນການຄົ້ນຄວ້າປັບປຸງ ສະພາວິທະຍາສາດ ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວ ຕາມພາລະບົດບາດການຈັດຕັ້ງດັ່ງກ່າວ ຢ່າງແຂງແຮງກວ່າເກົ່າ.