ໃນວັນທີ 23 ມັງກອນ ທີ່ຜ່ານມາ, ກອງບັນຊາການໄດ້ສຶກສາອົບຮົມເປົ້າໝາຍພົວພັນກັບຢາເສບຕິດ ຢູ່ 4 ບ້ານ ຄື: ບ້ານສະໜາມໄຊ, ບ້ານ ດົງນາຄຳ, ບ້ານໂນນສະຫວາດ ແລະ ບ້ານນາແກ ທີ່ຂຶ້ນກັບນະຄອນໄກສອນ ພົມວິຫານ, ມີພັທ ຄຳພູນ ຊອມບຸຜາ ຫົວໜ້າພະແນກຕຳຫຼວດ ນະຄອນໄກສອນ ພົມວິຫານ, ຜູ້ປົກຄອງ, ກຸ່ມມົ້ວສຸມເສບຢາເສບຕິດເຂົ້າຮ່ວມ.

ກຸ່ມພວກມົ້ວສຸມທີ່ສຶກສາອົບຮົມໃນຄັ້ງນີ້ ມີຈໍານວນ 25 ຄົນທີ່ນຳມາຈາກ 4 ບ້ານດັ່ງກ່າວ, ເຊິ່ງຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໂທດໄພຂອງຢາເສບຕິດ ເພາະມັນເປັນສານກະຕຸ້ນ ຫຼື ລະງັບລະບົບປະສາດ, ເມື່ອເສບເຂົ້າໄປແລ້ວ ຈະເຮັດໃຫ້ຜູ້ເສບມີຄວາມຢາກ ແລະ ຕ້ອງເສບເພີ່ມຂຶ້ນເລື້ອຍໆ. ນອກນັ້ນ, ມັນຍັງສົ່ງຜົນສະທ້ອນຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ເຮັດໃຫ້ຄອບຄົວແຕກແຍກ, ສັງຄົມບໍ່ມີຄວາມສະຫງົບ ທັງເປັນການກົດ ໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ການສຶກສາອົບຮົມພວກເປົ້າໝາຍພົວພັນຢາເສບຕິດ ເພື່ອເຮັດໃຫ້ພວກກ່ຽວມີຄວາມກິນແໜງແຄງໃຈ, ເບື່ອ ໜ່າຍຕໍ່ພຶດຕິກຳທີ່ຜ່ານມາຂອງຕົນ, ມີຄວາມຄິດຢາກປ່ຽນແປງພຶດຕິກຳດັ່ງກ່າວ ແລ້ວກັບມາເປັນລູກທີ່ດີຂອງພໍ່-ແມ່ ແລະ ເປັນຄົນດີຂອງສັງຄົມໃນຕໍ່ໜ້າ, ທ່ານຍັງໄດ້ຮຽກຮ້ອງໃຫ້ອຳນາດການ ປົກຄອງບ້ານ. ຕະຫຼອດຮອດພໍ່-ແມ່ຜູ້ປົກຄອງ ເອົາໃຈໃສ່ຕິດຕາມລູກຫຼານຂອງຕົນ ເພື່ອບໍ່ໃຫ້ເຂົາເຈົ້າກັບມາຫຍຸ້ງກ່ຽວກັບຢາເສບຕິດຕື່ມອີກ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ໄດ້ເຮັດບົດບັນທຶກ ເພື່ອເປັນການຜູກມັດໃຫ້ພວກກ່ຽວປ່ຽນແປງພຶດຕິກຳທີ່ບໍ່ດີຂອງຕົນ ແລ້ວມອບຄືນໃຫ້ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານນຳໄປສຶກ ສາອົບຮົມ ຕື່ມອີກ.