ທ້າວ ສົມບັດ ອາຍຸ 26 ປີ ຢູ່ບ້ານໜອງດາ ແລະ ທ້າວ ພອນໃຈ ອາຍຸ 23 ປີ ຢູ່ບ້ານໃໝ່ ທັງ 2 ຄົນ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຊິງຊັບພົນລະເມືອງຢູ່ສາມແຍກໄຟອຳນາດເຂດບ້ານດົງນາທອງ ເມືອງສີໂຄດຕະບອງ. ແຕ່ໄປບໍ່ລອດ ຖືກເຈົ້າໜ້າທີ່ຕິດຕາມຈັບຕົວໄດ້ 6 ວັນຕໍ່ມາ; ເຊິ່ງຄັ້ງນີ້ ເປັນຄັ້ງທີ 2 ທີ່ພວກກ່ຽວຖືກດໍາເນີນຄະດີໃນຂໍ້ຫາເກົ່າ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ໃນວັນທີ 18 ມັງກອນ 2020, ທ້າວ ຫັດສະດີ ອາຍຸ 28 ປີ ຢູ່ບ້ານນາປຸນ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ທ້າວ ໄຊພອນ ອາຍຸ 29 ປີ ຢູ່ບ້ານວຽງສະຫວັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ພາກັນຂັບຂີ່ລົດຈັກຮອນດ້າ ຄິກໄອ້ ສີຂາວທະບຽນ ຍບ 5868 ກໍາແພງນະຄອນ ຈາກບ້ານທ່າລາດ ເມືອງວຽງຄໍາ ແຂວງວຽງຈັນ ເພື່ອຈະໄປບ້ານວຽງສະຫວັນ ເມືອງສີໂຄດຕະບອງ. ພໍຂັບຂີ່ມາຮອດໄຟແດງ ສາມແຍກ ເຂດບ້ານດົງນາທອງ ສີໂຄດຕະບອງ ເວລາປະ ມານ 14:40 ໂມງ ໄດ້ມີຜູ້ຊາຍ 2 ຄົນ ຂັບຂີ່ລົດຈັກຮອນ ດ້າເວບ 100 ສີແດງດໍາ ບໍ່ມີປ້າຍທະບຽນ ບໍ່ໃສ່ໝວກກັນກະທົບໄດ້ຂີ່ມາຮຽງຂ້າງ. ເວລານັ້ນ, ຜູ້ຊາຍທີ່ຊ້ອນທ້າຍລົດຈັກຄັນດັ່ງກ່າວ ໄດ້ລົງມືດຶງເອົາສາຍຄໍຄໍາໜັກ 3 ບາດເຄິ່ງ ຂອງ ທ້າວ ພອນໄຊ ຜູ້ຊ້ອນທ້າຍ ແລ້ວກໍໄດ້ຂັບຂີ່ລົດໜີໄປທາງບ້ານໜອງໜ້ຽວ; ຈາກນັ້ນ, ທ້າວ ຫັດສະດີ ກັບ ທ້າວ ໄຊພອນ ຈຶ່ງຂັບຂີ່ລົດນໍາໄປຮອດບໍ່ດິນເຂດບ້ານໜອງໜ້ຽວ ຜູ້ຖືກເສຍຫາຍໄດ້ເອົາຕີນຢັນລົດຂອງຄົນຮ້າຍ ເຮັດໃຫ້ລົດຈັກທັງສອງຄັນເສຍຫຼັກລົ້ມລົງຂ້າງທາງ ເຮັດໃຫ້ ທ້າວ ຫັດສະດີ ຂາຫັກເບື້ອງຊ້າຍ, ສ່ວນ ທ້າວ ໄຊ ພອນ ຂາຫັກເບື້ອງຊ້າຍ, ແຂນຫັກເບື້ອງຂວາ, ສ່ວນຄົນຮ້າຍທັງສອງໄດ້ຈັບລົດທີ່ລົ້ມ ແລ້ວຂັບລົດອອກໄປ ເພື່ອເອົາຕົວຫຼົບໜີ; ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ວິຊາສະ ເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ຈຶ່ງລົງເກັບກໍາຂໍ້ມູນເບິ່ງກ້ອງວົງຈອນປິດ ພ້ອມທັງກໍານົດເປົ້າໝາຍຢ່າງລະອຽດ. ຈົນມາຮອດເວລາ 12:00 ໂມງຂອງວັນທີ 24 ມັງກອນ 2020, ຈຶ່ງສາມາດຈັບຕົວຄົນຮ້າຍທັງ 2 ຄົນໄດ້ ຄື: ທ້າວ ສົມບັດ ແລະ ທ້າວ ພອນ ໃຈ.

ຜ່ານການສອບສວນທັງ 2 ຄົນ ຮັບສາລະພາບວ່າ: ເວລາປະມານ 7:00 ໂມງ ຂອງວັນທີ 18 ມັງກອນ 2020, ທ້າວ ສົມບັດ ກັບ ທ້າວ ພອນໃຈ ໄດ້ຊວນກັນໄປຊອກເລາະລັກລົດຈັກ ແລະ ດຶງສາຍຄໍ. ຖ້າມີຊ່ອງວ່າງອັນໃດກໍລົງມືເຮັດອັນນັ້ນ ໂດຍຂັບຂີ່ລົດຈັກເວບ 100 ສີ ແດງດໍາຂອງ ທ້າວ ສົມບັດ ທັງ 2 ຄົນ ພາກັນເລາະໄປທາງສີໄຄ ແລ້ວໄປທາງ T2 ຫາຕະຫຼາດຊັ່ງຈ່ຽງ. ແຕ່ກໍຍັງບໍ່ມີບ່ອນໃດມີຊ່ອງວ່າງ; ຈາກນັ້ນ, ຈຶ່ງພາກັນຂັບຂີ່ໄປທາງໄຟແດງດົງນາໂຊກ ມຸ່ງໜ້າໄປທາງຄິວລົດສາຍເໜືອ ແລ້ວໄປທາງຕະຫຼາດລາວອົກຊີ ກໍຍັງບໍ່ມີເຫຍື່ອໃຫ້ລົງມືລັກ ແລະ ຊິງຊັບ ແລ້ວກໍພາກັນໂຄ້ງລົດກັບຄືນນໍາມາຮອດແຖວໄຟແດງ ສາມແຍກດົງນາທອງ ເວລາ 14:45 ໂມງ ທັງສອງໄດ້ເຫັນຜູ້ຊາຍ 2 ຄົນ ຂັບຂີ່ລົດຈັກຄຼິກໄອ ສີຂາວ ຜູ້ຊ້ອນທ້າຍໃສ່ສາຍຄໍຄໍາ ຈຶ່ງຂີ່ລົດຈັກໄປຮຽງຂ້າງ ແລ້ວລົງມືດຶງສາຍຄໍຄໍາ.

ພາຍຫຼັງດຶງສາຍຄໍຄໍາໄດ້ແລ້ວ ທັງ 2 ຄົນ ກໍພາກັນເອົາຕົວຫຼົບໜີ, ແຕ່ເຈົ້າຂອງຊັບໄດ້ຂັບລົດຈັກໄລ່ຕາມ ຈົນຮອດບໍ່ດິນເຂດບ້ານໜອງໜ້ຽວ ເຈົ້າຂອງຊັບໄດ້ຍັນເຂົ້າທ້າຍລົດເຮັດໃຫ້ລົດທັງ 2 ຄັນ ເສຍຫຼັກລົ້ມລົງຂ້າງທາງ. ຈາກນັ້ນ, ຜູ້ກ່ຽວກັບໝູ່ກໍເອົາລົດຂຶ້ນແລ້ວຂັບໜີໄປ; ຕໍ່ມາ, ຈຶ່ງເອົາສາຍຄໍທີ່ຊິງມາໄດ້ໄປຂາຍຢູ່ຮ້ານຄໍາຕະຫຼາດເຊົ້າໄດ້ເງິນຈໍານວນ 18.800.000 ກີບ ແລ້ວມາແບ່ງກັນໄດ້ຜູ້ລະ 9.400. 000 ກີບ. ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

ພວກກ່ຽວຍັງຮັບສາລະພາບຕື່ມອີກວ່າ: ຜ່ານມາ, ພວກກ່ຽວທັງສອງຍັງເຄີຍດຶງສາຍຄໍຄໍາມາແລ້ວ 1 ຄັ້ງ ຈາກຜູ້ຍິງທີ່ຂັບຂີ່ລົດຈັກມາຜູ້ດຽວ ຢູ່ເສັ້ນທາງເຂດບ້ານໜອງບຶກ ເມືອງສີໂຄດຕະບອງ ໄດ້ຄໍາ 1 ສະຫຼຶງ. ຫຼັງຈາກໄດ້ຄໍາມາແລ້ວ ກໍເອົາໄປຂາຍຢູ່ຮ້ານຄໍາຕະຫຼາດສີໄຄ ໄດ້ເງິນມາປະມານ 800.000 ກີບ. ພາຍຫຼັງໄດ້ເງິນມາ ກໍນຳເງິນຈໍານວນດັ່ງກ່າວໄປຊື້ຢາມາເສບ ແລະ ຫຼິ້ນກິນຟຸມເຟືອຍຈົນໝົດ. ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງເລັ່ງທຳການສືບສວນ-ສອບສວນ ເພື່ອເກັບກໍາຂໍ້ມູນຂະຫຍາຍຜົນ ແລະ ເກັບກູ້ຂອງກາງກັບຄືນມາໃຫ້ໄດ້ຄົບຕາມຈໍານວນ.