ໃນວັນທີ 29 ມັງກອນ 2020, ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີ ປະກາດເລື່ອນຊັ້ນ ໃຫ້ນາຍຕຳຫຼວດ, ໂດຍການເປັນປະທານຂອງ ພັທ ກົງຈັນ ໄຊປັນຍາ ວ່າການເລຂາຄະນະພັກ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ, ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດ ສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ 7 ຕົວເມືອງ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ປກສ ແຂວງບໍລິຄຳໄຊ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

ພັທ ຄຳໄມ ແກ່ນຄຳຈັນ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງບໍລິຄຳໄຊ ສະບັບເລກທີ 2860/ປກສ, ລົງວັນທີ 31 ທັນວາ 2019; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ມີ 14 ສະຫາຍ ຍິງ 3 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 26 ສະຫາຍ ຍິງ 4 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 43 ສະຫາຍ ຍິງ 5 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 41 ສະຫາຍ ຍິງ 10 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 13 ສະຫາຍ ຍິງ 1 ສະຫາຍ, ສິບເອກ ຂຶ້ນ ວາທີ 6 ສະຫາຍ ຍິງ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ 1 ສະຫາຍ.

ປກສ ແຂວງບໍລິຄຳໄຊ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

ໂອກາດດັ່ງກ່າວ, ພັທ ກົງຈັນ ໄຊປັນຍາ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄຳຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃນທຸກດ້ານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ມີແບບແຜນໃນການເຮັດວຽກທີ່ດີ, ຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ ພ້ອມກັນພັດທະນາກົມກອງໃຫ້ນັບມື້ນັບເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ປກສ ແຂວງບໍລິຄຳໄຊ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ