ວັນທີ 30 ມັງກອນ 2020, ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບ ຜົນການລົງຝຶກຫັດ ນັກຮຽນ ຮຸ່ນທີ XIII ໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມໂດຍ ພັຕ ອຸ່ນເຮືອນ ກັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ມີ ພັທ ວຽງດາວອນ ຈັນທະມາລີ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບການລົງຝຶກຫັດຄູ-ອາຈານ, ຫົວໜ້າພະ ແນກ, ຮອງພະແນກ, ຫົວໜ້າກຸ່ມ, ຮອງກຸ່ມ, ພະນັກງານ-ນັກຮົບ, ພ້ອມດ້ວຍນັກຮຽນລົງຝຶກຫັດເຂົ້າຮ່ວມ.

ພັຕ ບຸນເຖິງ ປັນຍາທອງ ອາຈານຊີ້ນໍານັກຮຽນລົງຝຶກຫັດຂຶ້ນຜ່ານບົດສະຫຼຸບບັ້ນລົງຝຶກຫັດຂອງນັກຮຽນ ຮຸ່ນທີ XIII ໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ ໄດ້ກ່າວວ່າ: ໂດຍການລົງຝຶກຫັດຂອງນັກຮຽນຢູ່ກອງບັນຊາການ ປກສ ເມືອງແກ່ນທ້າວ ໃນຄັ້ງນີ້ ເລີ່ມແຕ່ວັນທີ 31 ທັນວາ 2019 -29 ມັງກອນ 2020 ໄດ້ສໍາເລັດ, ມີນັກຮຽນລົງຝຶກຫັດທັງໝົດ 29 ສະຫາຍ; ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ, ເຫັນວ່ານັກຮຽນແຕ່ລະສະຫາຍໄດ້ເອົາໃຈໃສ່ໃນການປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ

ຜົນການລົງຝຶກຫັດ ຂອງນັກຮຽນຮຸ່ນທີ XIII ໂຮງຮຽນ ປກສຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ
ຜົນການລົງຝຶກຫັດ ຂອງນັກຮຽນຮຸ່ນທີ XIII ໂຮງຮຽນ ປກສຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ

ສະແດງອອກຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງເຫັນວ່ານັກຮຽນແຕ່ລະສະຫາຍ ໄດ້ກັກຕົວເປົ້າໝາຍເສບຢາເສບຕິດໄດ້ 22 ຄົນ ຍິງ 3 ຄົນ; ຢຶດຂອງກາງປະເພດຢາບ້າໄດ້ 374 ເມັດ, ປືນດັດແປງ 6 ກະບອກ, ໂທລະສັບ 1 ເຄື່ອງ; ລົດຈັກເວບໄອສ໌ 1 ຄັນ, ສຶກສາອົບຮົມເປົ້າໝາຍເສບຢາເສບຕິດໄດ້ 8 ຄັ້ງ ມີເປົ້າໝາຍເຂົ້າຮ່ວມ 16 ຄົນ, ໄດ້ປ່ຽນປຶ້ມ ແລະ ຂຶ້ນສໍາມະໂນຄົວໃໝ່ໄດ້ 145 ຫົວ; ກວດກາຂອບເຂດຮັບຜິດຊອບໄດ້ 48 ຄັ້ງ, ປ້ອງກັນກອງປະຊຸມໃຫຍ່ຂອງອົງຄະນະພັກ ເມືອງແກ່ນທ້າວ ສະໄໝທີ VII ໄດ້ 1 ຄັ້ງ ກວດກາຄົນເຂົ້າ-ຄົນອອກເມືອງໄດ້ 2 ຄັ້ງ ມີຄົນເຂົ້າ-ອອກ 58 ຄົນ ຍິງ 48 ຄົນ; ພ້ອມທັງໄດ້ເຂົ້າຮ່ວມຂະບວນການດ້ານຕ່າງໆທີ່ທາງກອງບັນຊາການ ປກສ ເມືອງຈັດຂຶ້ນຢ່າງເປັນຂະບວນຟົດຟື້ນ.

ຜ່ານການຕີລາດ້ານດີ, ຜົນງານ ແລະ ການເຄື່ອນໄຫວວຽກງານຕົວຈິງໃນໄລຍະ 1 ສາມາດຄັດເລືອກຜົນງານໄດ້ປະເພດດີ 29 ສະຫາຍ ຍິງ 5 ສະຫາຍ, ຄະແນນ 9 ຂຶ້ນ ມີ 29 ສະຫາຍ ຍິງ 5 ສະຫາຍ.