ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງ ພັອ ສົມໝາຍ ພົມມະຈັນ ເປັນ ຫົວໜ້າກອງບັນຊາການ ປກສ ແຂວງ ໃນວັນທີ 4 ກຸມພາ 2020, ເຂົ້າຮ່ວມໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ, ພ້ອມທັງມີ ຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພັທ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 45/ນຍ ລົງວັນທີ 15 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ເຊິ່ງໄດ້ຕົກລົງແຕ່ງຕັ້ງ ພັອ ສົມໝາຍ ພົມມະຈັນ ເປັນ ຫົວໜ້າກອງບັນຊາການ ປກສ ແຂວງ.

ພັອ ສົມໝາຍ ພົມມະຈັນ

ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 246/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເຊິ່ງໄດ້ຕົກລົງແຕ່ງຕັ້ງ ພັທ ສີວານ ສີດາວົງ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ໂອກາດດັ່ງກ່າວ, ພົຕ ກົງທອງ ພົງວິຈິດ ໄດ້ກ່າວວ່າ:

ການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຄັ້ງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ປກສ ແຂວງສະຫວັນນະເຂດ ຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.

ນອກຈາກນີ້, ຍັງໄດ້ເນັ້ນໃຫ້ບັນດານາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ຄະນະ ຈົ່ງພ້ອມກັນສາມັກຄີ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ, ນຳພາຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ, ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ຕິດພັນກັບ ວຽກງານວິຊາສະເພາະ, ລົງເລິກໃກ້ຊິດຕິດແທດພະນັກງານ-ນັກຮົບ, ປ້ອງກັນ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ທັງພາຍໃນກຳລັງ ແລະ ສັງຄົມອ້ອມຂ້າງ.

ເຊິ່ງທັງໝົດທັງມວນນີ້ ກໍເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ມີຄວາມໜັກແໜ້ນ, ເຂັ້ມແຂງ, ພ້ອມຮັບໃຊ້ປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ.