ສະພາບການຈອດລົດຊະຊາຍຢູ່ຕາມເສັ້ນທາງສາຍຫຼັກໃນເທດສະບານ ນະຄອນຫຼວງວຽງຈັນ ເປັນປະກົດ ການທີ່ຊໍ້າເຮື້ອມາດົນນານ ແລະ ນັບມື້ນັບແກ້ໄຂຍາກຂຶ້ນໄປເລື້ອຍໆ ເປັນຕົ້ນແມ່ນເຂດຕະຫຼາດ, ໂຮງ ຮຽນ, ສໍານັກງານອົງການຕ່າງໆທີ່ບ່ອນຈອດລົດບໍ່ພຽງພໍ ແລ້ວເອົາຫົນທາງເປັນບ່ອນຈອດລົດ ເຮັດໃຫ້ແຄມທາງແຄບຢູ່ແລ້ວຍັງແຄບເຂົ້າຕື່ມ. ນອກຈາກມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ແລ້ວຍັງຜິດຕໍ່ລະບຽບ ມີບາງເຂດຕິດປ້າຍຫ້າມຈອດຢູ່ບໍລິເວນນັ້ນ ແຕ່ຍັງມີຜູ້ຂັບຂີ່ຈຳນວນໜຶ່ງດື້ດ້ານຈອດລົດຍ້ອນຄວາມເຫັນແກ່ຕົວ. ໄລຍະຜ່ານມາ, ອໍານາດການປົກຄອງນະຄອນຫຼວງວຽງຈັນ ກໍຄືພາກສ່ວນທີ່ກ່ຽວຂ້ອງພະຍາຍາມເອົາໃຈໃສ່ຄົ້ນຄວ້າລະບຽບການມາດຕະການຕ່າງໆໃສ່ບັນດາຜູ້ຂັບຂີ່ ເພື່ອແກ້ໄຂປະກົດການຫຍໍ້ທໍ້ຕາມຖະໜົນ ເພື່ອບໍ່ໃຫ້ລົດຕິດຕາມເສັ້ນທາງສາຍຫຼັກ ແລະ ເຂດຊຸມຊົນ ເນື່ອງຈາກວ່າ ພາຫະນະເພີ່ມຂຶ້ນຢ່າງໄວວ່າໃນແຕ່ລະປີ, ການຂະຫຍາຍຕົວພື້ນຖານໂຄງລ່າງຖະໜົນຫົນທາງຊໍາພັດຊ້າ, ສໍານັກງານອົງການທັງພາກລັດ ແລະ ເອກະຊົນແມ່ນຂະຫຍາຍຕົວຂຶ້ນເລື້ອຍໆ ແຕ່ບ່ອນຈອດລົດພັດຍັງບໍ່ພຽງພໍ ແລະ ສະຕິຂອງຜູ້ຂັບຂີ່ຍັງບໍ່ທັນສູງບໍ່ເອົາໃຈໃສ່ຕໍ່ລະບຽບກົດ ໝາຍ ເຮັດໃຫ້ຖະໜົນຫົນທາງບໍ່ມີຄວາມເປັນລະບຽບຮຽບຮ້ອຍດີ.

ເພື່ອເຮັດຕາມຖະໜົນຫົນທາງ ພາຍໃນຕົວເມືອງເທດສະບານນະຄອນຫຼວງວຽງຈັນ ມີຄວມເປັນລະບຽບຮຽບ ຮ້ອຍ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ອອກແຈ້ງການ ເລກທີ 0293 ລົງວັນທີ 27 ກຸມພາ 2020 ເຖິງບັນດາຜູ້ຂັບຂີ່ໃຫຍ່ປະຕິບັດດັ່ງນີ້: ຫ້າມເອົາລົດໃຫ່ຍຂຶ້ນຈອດເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດຕາມຖະໜົນໃນຕົວເມືອງທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ. ກໍລະນີພົບເຫັນ ເຈົ້າໜ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນເຈົ້າໜ້າທີ່ຕຳຫຼວດຈະລາຈອນແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

ສຳລັບມາດຕະການປັບໃໝໃສ່ຜູ້ລະເມີດແມ່ນອີງຕາມດໍາລັດ 188/ນຍ ມາດຕາ 14 ລະບຸວ່າ: ຜູ້ຂັບຂີ່ຜູ້ໃດຫາກໄດ້ຈອດລົດໄວ້ຢູ່ບ່ອນຫ້າມຈອດ, ຈອດປ້າຍຫ້າມ ຫຼື ມີເຄື່ອງໝາຍຫ້າມ,ຈອດທາງຄ້ອຍ, ທາງໂຄ້ງ, ຈອດຢູ່ຫົວຂົວ, ຈອດຂວາງທາງ, ຈອດຕັນທາງ, ຈອດຊ້ອນກັນ, ຈອດເບື້້ອງຊ້າຍ ຫຼື ຢູ່ໃກ້ທາງຄົບກັນໃນຂອບເຂດ 15 ແມັດ ຈະຖື ປັບໃໝ່ຕາມປະເພດລົດດັ່ງນີ້: ລົດຈັກ 30.000 ກີບ, ລົດ 3 ລໍ້ຕິດເຄື່ອງຈັກ 50.000 ກີບ, ລົດເກັງ, ກະບະ, ຈີບ, ຕູ້ 70.000 ກີບ, ລົດໂດຍສານ 4 ລໍ້ 100.000 ກີບ, ລົດບັນທຸກ 6 ລໍ້ 150.000 ກີບ ແລະ ລົດບັນທຸກ 10 ລໍ້ ຂຶ້ນໄປ, ລົດໂດຍສານ (ລົດບັດ) 200.000 ກີບ.

ໃນຄວາມເປັນຈິງແລ້ວ, ນັບຕັ້ງແຕ່ມື້ອອກແຈ້ງການມາເກືອບເດືອນ ເຫັນວ່າ ຜູ້ຂັບຂີ່ຈໍານວນໜ້ອຍມີສະຕິຕື່ນຕົວຕໍ່ລະບຽບການທີ່ກໍານົດໄວ້ ຖ້າທຽບໃສ່ຈໍານວນພາຫະນະໃນຄອນຫຼວງວຽງຈັນ, ເຊິ່ງຍັງມີຜູ້ຂັບຂີ່ຈໍານວນຫຼວງຫຼາຍທີ່ເຄີຍເຮັດແບບໃດ ກໍຍັງເຮັດຄືເກົ່າໂດຍອ້າງວ່າ ບໍ່ທັນຮັບຮູ້ບັນດາຂໍ້ກໍານົດ ແລະ ລະບຽບການຕ່າງໆ ຫຼື ແຈ້ງການຕ່າງໆ ແລະ ອີກຈໍານວນໜຶ່ງ ກໍຮູ້ດີບັນຂໍ້ຫ້າມໃນການໃຊ້ລົດໃຊ້ຖະໜົນ ແຕ່ພັດຕັນຫາພາໂລ ຢາກ ຈອດໃສ່ກໍຈອດຕາມໃຈຕົວເອງ ພຽງແຕ່ໃຫ້ມີຊ່ອງວ່າງໃຫ້ຈອດສະດວກສະບາຍກໍພໍ ໂດຍບໍ່ຄໍານຶງເຖິງຜົນກະ ທົບຕໍ່ຜູ້ໃຊ້ລົດໃຊ້ຖະໜົນຄົນອື່ນໆ ເຮັດໃຫ້ເກີດມີສັງຄົມຂ້ອນຂ້າງເຫັນແກ່ໂຕ ນັບມື້ນັບຫຼາຍຂຶ້ນໃນຕົວເມືອງໃຫຍ່.

ບັນດາຜູ້ຂັບຂີ່ຫຼາຍຄົນໃຫ້ທັດສະນະວ່າ ການອອກແຈ້ງການຕ່າງໆຂອງພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນມີການຄົ້ນຄວ້າກັນຄັກແນ່ ເຊັ່ນ: ກໍານົດຈຸດຫ້າມຈອດຫຼາຍຈຸດ, ການຈັດສັນບ່ອນຈອດລົດໃນຕົວເມືອງພັດມີໜ້ອຍ ຫຼື ບໍ່ມີເລີຍ, ການຈັດຕັ້ງປະຕິບັດລົງກວດກາຕາມເສັ້ນທາງທີ່ແອອັດອັງອໍ່ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ນອກນັ້ນ, ຍັງເຫັນຫຼາຍຈຸດເອົາຫົນທາງເປັນບ່ອນຝາກລົດ ເຊັ່ນ: ທາງຕະຫຼາດເຊົ້າເຊິ່ງເປັນຈຸດສັບສົນທີ່ສຸດ, ເສັ້ນທາງ 6 ເລນ ຂາຂຶ້ນ 3, ລົງ 3 ເລນ ແຕ່ພັດໃຊ້ເປັນບ່ອນຝາກລົດໃສ່ 1 ເລນ, 1 ເລນ ລົດຈອດຖ່າຍເຄື່ອງສິນຄ້າ, ຈອດໃຫ້ຜູ້ໂດຍສານຂຶ້ນ-ລົງ, ພາຫະນະແລ່ນຕາມທາງໄດ້ພຽງເລນດຽວ. ເບື້ອງຕະຫຼາດຂົວດິນເຮັດໃຫ້ລົດຕິດອັ່ງອໍ່ມີຄວາມສ່ຽງໃນການເກີດອຸບັດຕິເຫດໄດ້ງ່າຍ ແລະ ຍັງມີອີກຫຼາຍສະຖານທີ່ຊຸມຊົນ ເປັນຕົ້ນໂຮງຮຽນ, ໂຮງໝໍ ແລະ ສໍານັກງານຕ່າງໆທີ່ພະນັກງານເອົາຫົນທາງເປັນບ່ອນຈອດລົດ ຍ້ອນສະຖານທີ່ຈອດລົດບໍ່ພຽງພໍ.

ຢ່າງໃດກໍຕາມ, ຜູ້ຂັບຂີ່ກໍຕ້ອງມີສະຕິສູງກວ່າເກົ່າຈອດລົດໃນເທດສະບານເມືອງໃຫຍ່ຕ້ອງເຫັນໃຈເຊິ່ງກັນ ແລະກັນ. ຫຼີກລ່ຽງໄປບ່ອນສະຖານທີ່ແອອັດ ຫຼື ບໍ່ມີບ່ອນຈອດລົດ ຫຼື ກໍລະນີຈໍາເປັນ ກໍຕ້ອງຫາບ່ອນຈອດລົດ ໃຫ້ມີຄວາມປອດໄພທີ່ສຸດ, ຕ້ອງປະຕິບັດຕາມລະບຽບການ ຢ່າໃຫ້ຄໍາແຈ້ງການດັ່ງກ່າວ ເປັນພຽງກະດາດເຈ້ຍຂ່າວ ທີ່ບໍ່ມີຄວາມໝາຍ. ຖ້າພວກເຮົາຫາກປະຕິບັດຕາມຄໍາແຈ້ງການດັ່ງກ່າວ ເຊື່ອແນ່ວ່າ ຕາມຖະໜົນຫົນທາງໃນເທດສະບານນະຄອນຫຼວງວຽງຈັນ ກໍຈະມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາແນນອນ.