ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີ ມອບເງິນນະໂຍບາຍ ບຳເນັດໃຫ້ນາຍຕຳ ຫຼວດ ຜູ້ທີມີເງື່ອນໄຂອອກສ້າງເສດຖະກິດຄອບຄົວ, ໃນວັນທີ 11 ມີນາ 2020; ເຂົ້າຮ່ວມໂດຍ ພັທ ບຸນຮັກ ເຢີມມະລີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະພະແນກນະໂຍບາຍປະກັນສັງຄົມ ພ້ອມດ້ວຍຄອບຄົວ, ຜູ້ອອກສ້າງເສດຖະກິດຄອບຄົວເຂົ້າຮ່ວມ.

ພິທີ ມອບເງິນນະໂຍບາຍ ບຳເນັດ ໃຫ້ ສະຫາຍ ຮອ ຂຸງຄໍາ ແກ້ວມີໄຊ
ພິທີ ມອບເງິນນະໂຍບາຍ ບຳເນັດ ໃຫ້ ສະຫາຍ ຮອ ຂຸງຄໍາ ແກ້ວມີໄຊ

ພັທ ບຸນແກ້ວ ອິນຕາວົງ ຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2403/ປກສ, ລົງວັນທີ 5 ພະຈິກ 2019 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ຂຸງຄໍາ ແກ້ວມີໄຊ ອາຍຸ 50 ປີ, ຊັ້ນ ຮອ ໜ້າທີ່ຮັບຜິດຊອບວິຊາການ, ສັງກັດຢູ່ ປກສ ເມືອງລອງ ແຂວງຫຼວງນ້ຳທາ ອອກສ້າງເສດຖະກິດຄອບຄົວ; ລວມອາຍຸການ 33 ປີ ໄດ້ຮັບເງິນບໍາເນັດລວມທັງໝົດ ຈໍານວນ 114.375.000 ກີບ , ມອບໂດຍ ພັທ ບຸນຮັກ ເຢີມມະລີ.

ໂອກາດດຽວກັນ, ທ່ານຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ກໍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ ສະຫາຍ ຮອ ຂຸງຄໍາ ແກ້ວມີໄຊ ໄດ້ປະກອບສວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານພາຍໃນກົມກອງໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ສະຫາຍ ແລະ ຄອບຄົວຈົ່ງໝູນໃຊ້ເງິນນະໂຍບາຍທີ່ພັກ-ລັດມອບໃຫ້ຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດໃນການດໍາລົງຊີວິດຕໍ່ໄປ.