ອົງຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື ຍົກບັດປະຊາມະຕິຮັບຮອງເອົາບົດລາຍງານການເມືອງ
ອົງຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື ຍົກບັດປະຊາມະຕິຮັບຮອງເອົາບົດລາຍງານການເມືອງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2020 ເປັນປະທານໂດຍ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາ ການ ປກສ ແຂວງອັດຕະປື, ເຂົ້າຮ່ວມ ໂດຍ ສະຫາຍ ເລັດ ໄຊຍະພອນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆອັດຕະປື, ມີ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຕາງໜ້າຈາກກະຊວງ ປກສ, ມີການນຳຂອງແຂວງ, ພະນັກງານບໍານານ, ອະດີດການນໍາ, ຕະຫຼອດຮອດຜູ້ແທນສົມບູນເຂົ້າ ຮ່ວມ 105 ສະຫາຍ ຍິງ 2 ສະຫາຍ ເຂົ້າຮ່ວມ.

ສະມາຊິກພັກສົມບູນ ຍົກບັດປະຊາມະຕິຮັບຮອງເອົາບົດລາຍງານການເມືອງ

ສະຫາຍ ພັອ ສີເວີນ ແກ້ວສີວົງສາ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນຕໍ່ການຊີ້ນຳ-ນໍາພາຂອງຄະນະພັກຊຸດເກົ່າ ໂດຍສະເພາະແມ່ນໄດ້ສຸມໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ ເຊິ່ງເປັນວຽກຍຸດທະສາດຂອງພັກທີ່ກຳນົດຊົນຊັ້ນທີ່ເປັນລັກສະນະນຳໜ້າ ໂດຍຖືເອົາການຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ, ມະຕິ, ຄຳສັ່ງ, ສຶກສາຮໍ່າຮຽນຫຼັກມູນພື້ນຖານແນວຄິດ-ທິດສະດີຂອງລັດທິມາກ-ເລນິນ ເປັນບັນຫາສຳຄັນ; ໃນໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ເກີດຂຶ້ນໃນສັງຄົມ, ວຽກງານທັບມ້າງຄະດີທີ່ເກີດຂຶ້ນ, ວຽກງານກວດກາຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ວຽກງານປະກັນສັງຄົມ, ວຽກງານພາລາທິການ ແລະ ວຽກງານທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ.

ສະຫາຍ ພົຈວ ທອງຈັນ ຈັນທະພົງ ອະດີດເລຂາອົງຄະນະພັກ ປກສ ແຂວງອັດຕະປື
ສະຫາຍ ພົຈວ ທອງຈັນ ຈັນທະພົງ ອະດີດເລຂາອົງຄະນະພັກ ປກສ ແຂວງອັດຕະປື

ໃນຕໍ່ໜ້າ, ຈະສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບ, ໃຫ້ມີຄຸນທາດການເມືອງ, ມີທັດສະນະຊົນຊັ້ນກຳມະກອນ, ຈົງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສືບຕໍ່ປັບປຸງແບບແຜນ ການນຳພາ-ບັນຊາຂອງຄະນະພັກແຕ່ລະຂັ້ນ, ຮັບປະກັນທາງດ້ານພະລາທິການໃຫ້ແກ່ກຳລັງວິຊາສະເພາະຢ່າງຮອບດ້ານ; ພ້ອມນັ້ນ, ກອງປະຊຸມກໍໄດ້ສະເໜີໃຫ້ຜູ້ແທນສົມບູນ ແລະ ແຂກຖືກເຊີນປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານການເມືອງດັ່ງກ່າວ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ນ້ອງນ້ອຍເຍົາວະຊົນ ມອບຊໍ່ດອກໄມ້ໃຫ້ອົງຄະແນະພັກ ປກສ ແຂວງອັດຕະປື ຊຸດໃໝ່
ນ້ອງນ້ອຍເຍົາວະຊົນ ມອບຊໍ່ດອກໄມ້ໃຫ້ອົງຄະແນະພັກ ປກສ ແຂວງອັດຕະປື ຊຸດໃໝ່