ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງອານຸວົງ ແຂວງໄຊ ສົມບູນ ໄດ້ຕິດຕາມກັກຕົວເປົ້າໝາຍທີ່ ພົວພັນກັບຢາເສບຕິດປະເພດຢາບ້າ ໄດ້ 1 ຄົນ ແລະ ຜູ້ຊັດຖອດທີ່ຮ່ວມຂະບວນການດຽວກັນ ລວມຂອງກາງຢາບ້າ 2.000 ກວ່າເມັດ ໃນທ້າຍເດືອນກຸມພາ 2020.

ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອານຸວົງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຊົ່ວວ່າງ ອາຍຸ 55 ຢູ່ບ້ານອ່າວກາງ ເມືອງອະນຸວົງ ແຂວງໄຊສົມບູນ ພ້ອມຂອງກາງຢາບ້າ ຈໍານວນ 1.560 ເມັດ ຖືກກັກຕົວ ໃນວັນທີ 26 ກຸມພາ 2020 ຈາກນັ້ນ, ນໍາໄປສອບສວນ ຜູ້ກ່ຽວໄດ້ຊັດຖອດຫາໝູ່ຮ່ວມຂະບວນ ການດຽວກັນອີກ. ວັນຕໍ່ມາ, ເຈົ້າໜ້າທີ່ຈຶ່ງຕິດຕາມກັກຕົວໄດ້ຊື່ ນາງ ໄມທໍ່ວ່າງ ອາຍຸ 28 ປີ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ພ້ອມຢາບ້າ ຈໍານວນ 923 ເມັດ.

ທ້າວ ຊົ່ວວ່າງ ຮັບສາລະພາບວ່າ: ເລີ່ມເສບຢາຝິ່ນມາແຕ່ປີ 1998 ພໍເສບມາໄລຍະໜຶ່ງຢາຝິ່ນແມ່ນຊອກຫາ ຊື້ຍາກຂຶ້ນທຸກວັນ. ຮອດປີ 2019, ໝູ່ໄດ້ຊັກຊວນໃຫ້ລອງເສບຢາບ້າ ຈຶ່ງໄດ້ລອງເສບ ນັບແຕ່ນັ້ນມາຈຶ່ງພົວພັນກັບຢາບ້າມາຕະຫຼອດ ທັງເສບທັງຂາຍ ແມ່ນໄດ້ຊື້ນໍາ ທ້າວ ເກົາຊົ່ງ ແລະ ນາງ ໄມທໍ່ວ່າງ (ຜົວ-ເມຍ) ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຊື້ຄັ້ງລະ 40 ເມັດ ຫາ 200 ເມັດ ຈໍານວນຫຼາຍຄັ້ງ. ມາຮອດວັນທີ 25 ກຸມພາ 2020, ຜູ້ກ່ຽວໄດ້ຊື້ຢາບ້ານໍາ ນາງ ໄຍເຮີ ມາແຕ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 7 ຖົງ ຢາຈຳນວນດັ່ງກ່າວແມ່ນເພື່ອນໍາມາເສບ ແລະ ຂາຍໃຫ້ກຸ່ມໄວລຸ້ນ ພົວພັນກັບຢາເສບຕິດ. ວັນຕໍ່ມາ, ຖືກເຈົ້າໜ້າທີ່ຕໍາຫຼວດ ກັກຕົວຢູ່ເຮືອນ ພ້ອມຢາບ້າຈໍານວນ 1.560 ເມັດ.

ນາງ ໄມທໍ່ວ່າງ ຮັບສາລະພາບວ່າ: ຕົນເອງກັບຜົວ ຊື່ ທ້າວ ເກົາຊົ່ງ ໄດ້ເລີ່ມຄ້າຂາຍຢາບ້າມາແຕ່ປີ 2015 ສ່ວນຢາບ້າທີ່ຊື້ໄວ້ຂາຍແຕ່ລະຄັ້ງແມ່ນຊື້ນຳ ນາງ ຕ່າຢ່າງ ຢູ່ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ ຊື້ຄັ້ງລະ 1 ຖົງຈຳນວນຫຼາຍຄັ້ງ ເພື່ອມາເສບ ແລະ ຂາຍ.

ນອກນີ້, ຍັງໄດ້ໄປຊື້ຢາບ້ານຳ ນາງ ຈືຊົ່ງ ເທື່ອລະ 1 ຖົງ 200 ເມັດ ໃນຈຳນວນຫຼາຍຄັ້ງ. ຈົນຮອດວັນທີ 27 ກຸມພາ 2020, ໄດ້ໄປຊື້ຢາບ້ານໍາ ນາງ ຈືຊົ່ງ ຈໍານວນ 923 ເມັດ ພໍໄປຮອດເຮືອນຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວ ພ້ອມຂອງກາງຢາບ້າຈໍານວນດັ່ງກ່າວ.