ສະພາບການສັນຈອນຕາມເສັ້ນທາງສາຍຕ່າງໆຢູ່ນະຄອນຫຼວງວຽງຈັນ ແມ່ນເຂົ້າສູ່ສະພາບລົດຕິດຢ່າງໜາ ແໜ້ນ ພາຍຫຼັງລັດຖະບານເລີ່ມເປີດການຮຽນການສອນທຸກຊັ້ນຮຽນຄືນໃໝ່ ແຕ່ວັນທີ່ 2 ມິຖຸນາ ຜ່ານມາ, ເປັນເວລາ 2 ອາທິດກວ່າແລ້ວ. ສ່ວນຫຼາຍແມ່ນເວລາເຂົ້າການ-ເລີກການ ເຫັນວ່າສະພາບລົດຕິດຍາວຫຼາຍ 100 ເມັດ ຢູ່ຈຸດ 3 ແຍກ-4 ແຍກ. ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ແລະ ຕໍາຫຼວດຈະລາຈອນບັນດາເມືອງ ແມ່ນອອກປະຕິບັດໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບ ເພື່ອຊ່ວຍອໍານວຍຄວາມສະດວກຢ່າງເຕັມທີ່. ສະນັ້ນ, ບັນດານັກຂັບຂີ່ຄວນມີສະຕິລະມັດລະວັງໃຫ້ຫຼາຍຂຶ້ນໃນການສັນຈອນ ເພື່ອຄວາມປອດໄພຂອງໝົດທຸກຄົນ ແລະ ຫຼຸດຜ່ອນລົດຕິດ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ນັບແຕ່ມື້ເປີດຮຽນຄືນ ໃໝ່ນັບແຕ່ວັນທີ 2 ມິຖຸນາ ຜ່ານມາ, ສະພາບການສັນຈອນຕາມເສັ້ນທາງສາຍຕ່າງໆໃນນະຄອນຫຼວງວຽງຈັນ ແມ່ນມີລົດຕິດອັ່ງອໍແບບປົກກະຕິຄືກັນກັບໄລຍະຜ່ານໆມາ ( ກ່ອນພະຍາດໂຄວິດລະບາດ ) ເນື່ອງຈາກມີຍານພາຫະນະຫຼາຍ ໂດຍສະເພາະໃນຕອນເຊົົ້າເລີ່ມແຕ່ເວລາ 7:30-8:30 ໂມງ ແລະ ຕອນແລງເລີກການເວລາ 16-17:30 ໂມງ.

ເສັ້ນທາງສາຍຫຼັກທີ່ຕິດອັ່ງອໍຫຼາຍກວ່າໝູ່ ແມ່ນຖະໜົນໄກສອນ ພົມວິຫານ, ລ້ານຊ້າງ, ສາມແສນໄທ, ຖະໜົນ ເຕ 4, ເຕ 2, ຖະໜົນທ່າເດື່ອ ແລະ ຖະໜົນທາດຫຼວງ ເນື່ອງຈາກຖະໜົນສາຍດັ່ງກ່າວ, ມີເສັ້ນທາງຊອຍຫຼາຍເສັ້ນຕັດຜ່ານເຂົ້າຫາຫຼາຍຈຸດ ຈຶ່ງມີສະພາບພາຫະນະເຂົ້າຈໍານວນຫຼາຍເຂົ້າໄປໂຮມຕົວກັນໃນໄລຍະດຽວກັນເຮັດໃຫ້ລົດຕິດເປັນໄລຍະຍາວຫຼາຍ 100 ເມັດ ບ່ອນຈຸດ 3 ແຍກ,4 ແຍກ, ເສັ້ນທາງໃດມີໂຮງຮຽນຕິດແຄມທາງຍິ່ງເຮັດໃຫ້ລົດຕິດຫຼາຍ. ອີກສາເຫດໜຶ່ງທີ່ເຮັດໃຫ້ລົດຕິດແມ່ນມາຈາກການລະເມີດການສັນຈອນ, ການຈອດລົດຊະຊາຍຕາມແຄມທາງ, ຂັບຂີ່ບໍ່ຖືກຊອງຈະລາຈອນ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ ແລະອື່ນໆ ເຮັດໃຫ້ການສັນຈອນບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສົມທັບກັບຈະລາຈອນ ບັນດາເມືອງ ກໍເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງບໍ່ວ່າອາກາດຈະຮ້ອນ ຫຼື ຝົນຈະຕົກ ກໍບໍ່ໄດ້ຫວັນໄຫວ ຫຼື ປະຕິເສດຕໍ່ການປະຕິບັດໜ້າທີ່, ເຊິ່ງໃນແຕ່ລະວັນແມ່ນຕ້ອງໄດ້ແກ້ໄຂສະພາບລົດຕິດສະເພາະໜ້າ ໂດຍຈັດວາງກໍາລັງຈະລາຈອນປະຈໍາຕາມສາມ 3 ແຍກ, 4 ແຍກ ແລະ ທາງຊອຍ, ທາງຄົບ ແລະ ບ່ອນມີສະຖານທີ່ການສຶກສາ ເພື່ອຊ່ວຍລະບາຍພາຫະນະໃຫ້ຂັບເຄື່ອນໄດ້ໄວກວ່າເກົ່າ.

ເມືອງໄຊທານີ ກໍເປັນອີກເມືອງໜຶ່ງໃນນະຄອນຫຼວງວຽງຈັນ ທີ່ສະພາບການສັນຈອນ ພົບກັບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກມີສໍານັກງານ, ຫ້ອງການ ແລະ ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຕັ້ງຢູ່ຫຼາຍ. ພັຕ ສຸນີ ໄຊຍະວົງ ຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 15 ມິຖຸນາ ວ່າ: ສະພາບການສັນຈອນພາຍໃນເມືອງນັບແຕ່ມື້ເປີດຮຽນຄືນໃໝ່ ເຫັນວ່າຍັງມີຄວາມສະດວກ ແລະ ຄອງຕົວດີຢູ່, ມີພຽງບາງເສັ້ນທາງສາຍຫຼັກຍັງສັບສົນ ເປັນຕົ້ນເສັ້ນທາງ ໄກສອນ ພົມວິຫານ ແລະ ເສັ້ນທາງດອນໜູນ ເນື່ອງຈາກບັນດາຜູ້ຂັບຂີ່ນໍາໃຊ້ພາຫະນະເວລາດຽວກັນ ເຮັດໃຫ້ຫະນະເພີ່ມຂຶ້ນລົດຕິດອັ່ງອໍ ເນື່ອງຈາກສະພາບການເສັ້ນທາງບໍ່ຕອບສະໜອງກັບການຂະຫຍາຍຕົວຂອງພາຫະ ນະ. ອີກຢ່າງໜຶ່ງ, ຈາກການຝືນດື້ລະເມີດການສັນຈອນຂອງຜູ້ຂັບເອງຈອດລົດຊະຊາຍຕາມແຄມທາງ, ຂັບຂີ່ບໍ່ຖືກຊ່ອງຈະລາຈອນ ເຊັ່ນ: ລົດຈັກແລ່ນເຂົ້າມາໃນຊ່ອງຂອງລົດໃຫຍ່, ໂຕລົດໃຫຍ່ເອງກະບຽດເຂົ້າໃສ່ຊ່ອງລົດຈັກ ແລະອື່ນໆ ເຮັດໃຫ້ການສັນຈອນບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ຕໍ່ກັບສະພາບດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຜູ້ທີ່ແກ້ໄຂສະເພາະໜ້າໄດ້ພຽງຈັດກໍາລັງອອກເຄື່ອນໄຫວ ກວດກາບ່ອນທີ່ເປັນຕົ້ນເຫດລົດຕິດ ແລະ ວາງກໍາລັງຊ່ວຍລະບາຍພາຫະນະໃນແຕ່ລະວັນ ເພື່ອໃຫ້ມີຄວາມຄ່ອງຕົວ ແລະ ແລ່ນສະດວກຂຶ້ນ.

ຢ່າງໃນກໍຕາມ, ບັນດາຜູ້ຂັບຂີ່ຕ້ອງເພີ່ມສະຕິໃນການໃນການໃຊ້ລົດໃຊ້ຖະໜົນຄ່ອຍໄປຄ່ອຍມາໃຫ້ກຽດເຊິ່ງ ກັນແລະກັນ, ທີ່ສໍາຄັນກ່ອນອອກບ້ານ ຕ້ອງຄໍານຶງເຖິງເວລາ ແລະ ເສັ້ນທາງທີ່ຈະຜ່ານ. ຖ້າຫຼີກລ່ຽງເສັ້ນທາງແອອັດໄດ້ຍິ່ງເປັນການດີ ຫຼື ຄວນອອກເດີນທາງ ແຕ່ເຊົ້າເພື່ອຮັບປະກັນຄວາມປອດໄພ ແລະ ທັນເວລາກັບເປົ້າ ໝາຍທີ່ເຮົາຈະໄປ, ຖ້າໄດ້ແບບນັ້ນສະພາບການສັນຈອນທີ່ຕິດຂັດຫຼາຍເສັ້ນທາງຫຼາຍຈຸດອາດຫຼຸດລົງແນ່ນອນ.