ຫ້ອງການໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ເມືອງໄຊເສດຖາ ຮ່ວມກັບກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສຶກສາອົບຮົມພໍ່ຄ້າ-ແມ່ຄ້າ ໂດຍສະເພາະແມ່ນລົດລໍ້ຂາຍໝາກໄມ້ຕາມແຄມທາງ ທີ່ຂຶ້ນກັບເມືອງໄຊເສດຖາ, ເຊິ່ງເປັນການລະເມີດຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ສະບັບເລກທີ 1184/ຈນວ ລົງວັນທີ 20 ທັນວາ 12 ທັນວາ 2017 ອັນສ້າງ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງ.

ການສຶກສາອົບຮົມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2020 ໂດຍມີ ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ, ພັທ ສີເພັດ ພິມມະສອນ ຫົວໜ້າ ປກສ ເມືອງໄຊເສດຖາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການ ຍທຂ ເມືອງໄຊເສດຖາ ກ່າວວ່າ: ຕໍ່ກັບບັນດາພໍ່ຄ້າຊາວຂາຍທີ່ເຄື່ອງຕາມລົດລໍ້ຂາຍໝາກໄມ້ຕາມແຄມທາງນັ້ນແມ່ນເຫັນວ່າບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນໃນຕົວເມືອງນະຄອນຫຼວງວຽງຈັນ ມີຄວາມແອອັດ ໂດຍສະເພາະແມ່ນເມືອງໄຊເສດຖາ, ເຊິ່ງ ເປັນເສັ້ນທາງຫຼັກໃນການສັນຈອນ ແລະ ຕໍ່ກັບບັນດາລົດລໍ້ຂາຍເຄື່ອງຕາມແຄມທາງນີ້. ຜ່ານມາທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ນໍາມາສຶກສາອົບຮົມເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ເຈົ້າຂອງຮ້ານເຂົ້າໃຈກ່ຽວກັບຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງ ອັນເຮັດໃຫ້ການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນມີຄວາມຫຼ້າຊ້າ ໄປຄຽງຄູ່ກັນຍັງມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດນໍາອີກ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາເຈົ້າຂອງລົດລໍ້ຂາຍໝາກໄມ້ທັງໝົດທີ່ຂຶ້ນກັບເມືອງໄຊເສດຖາ ຈົ່ງເປັນເຈົ້າການນໍາກັນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງອັນສໍາຄັນຕ້ອງປະຕິບັດຕາມກົດລະບຽບຂອງພາກສ່ວນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ທັງນີ້ກໍເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.