ໃນໄລຍະ 7 ວັນຜ່ານມາ, ທົ່ວນະຄອນຫຼວງວຽງຈັນ (ນວ) ມີຄະດີເກີດຂຶ້ນ 28 ເລື່ອງ ມີຄວາມເສຍຫາຍ 50 ລ້ານກວ່າ ແລະ ລົດຈັກເສຍຫາຍ 16 ຄັນ, ທຽບໃສ່ອາທິດກ່ອນໜ້ານີ້ ແມ່ນເພີ່ມຂຶ້ນ 2 ເລື່ອງ. ແຕ່ສະພາບອຸບັດຕິເຫດຕາມທ້ອງຖະໜົນ ແລະ ຄົນເສຍຊີວິດຫຼຸດລົງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ສະພາບປະກົດການຫຍໍ້ທໍ້ຍັງສືບຕໍ່ເກີດຂຶ້ນຫຼາຍບັນຫາ ເນື່ອງຈາກບັນດາເປົ້າໝາຍອາຍາ ຍັງສືບຕໍ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ໄດ້ສ້າງຜົນເສຍຫາຍທາງດ້ານຊັບສິນ, ຊີວິດ, ສຸຂະພາບ ແລະອື່ນໆ ໃຫ້ແກ່ສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການປຸ້ນຊັບ, ຊິງຊັບ, ລັກຊັບ, ຍັກຍອກ-ສໍ້ໂກງຊັບ ແລະອື່ນໆ ສະແດງອອກນັບແຕ່ວັນທີ 3-9 ມິຖຸນາ 2020 ທົ່ວນະຄອນຫຼວງວຽງຈັນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ 28 ເລື່ອງ (ບໍ່ນັບອັກຄີໄພ, ອຸບັດຕິເຫດ) ເພີ່ມຂຶ້ນຈາກອາທິດຜ່ານມາຈຳນວນ 2 ເລື່ອງ, ຄະດີທີ່ເກີດຂຶ້ນຫຼາຍແມ່ນຄະດີລັກຊັບມີ 19 ເລື່ອງ. ໃນນີ້, ງັດແງະ 4 ເລື່ອງ, ຊິງຊັບ 6 ເລື່ອງ, ຄາດຕະກຳ 1 ເລື່ອງ; ທຳລາຍຊັບ 2 ເລື່ອງ; ຜົນເສຍຫາຍຈຳນວນ 55.635.000 ກີບ; ລົດຈັກ 16 ຄັນ; ສາຍແຂນມຸກ 3 ເສັ້ນ; ກ້ອງຖ່າຍຮູບ 1 ເຄື່ອງ; ໂທລະສັບມືຖື 5 ເຄື່ອງ, ໄດໂປມນໍ້າໃຫຍ່ 1 ເຄື່ອງ; ກົງເຕີນໍ້າປະປາ 10 ໜ່ວຍ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ.

ບາງສະພາບພົ້ນເດັ່ນມີດັ່ງນີ້: ເວລາ 15:35 ໂມງ ຂອງວັນທີ 3 ມິຖຸນາ ໄດ້ມີຄົນຮ້າຍງັດແງະຕູ້ເຊັບ ແລະ ຈູດໄຟວາງເພີງຫ້ອງຂອງ ທ້າວ ຫຽນວັນແກນ 27 ປີ ເຊື້ອຊາດ-ສັນຊາດ ຫວຽດນາມ ພັກເຊົາຢູ່ບ້ານໜອງດ້ວງໃຕ້ ເມືອງສີໂຄດຕະບອງ, ໃນເວລານັ້ນເມຍຂອງຜູ້ກ່ຽວໄດ້ມາພົບເຫັນ ແລະ ສາມາດມອດໄຟໄດ້; ຜົນ ເສຍ ຫາຍມີ ເງິນ 12.000.000 ກີບ, ຕູ້ເຊັບ 1 ໜ່ວຍ ແລະ ເຄື່ອງອື່ນໆຈຳນວນໜຶ່ງ. ນອກຈາກນີ້, ເວລາປະມານ 2:20 ໂມງ ຂອງວັນທີ 6 ມິຖຸນາ 2020 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ລົງກວດກາສະຖານທີ່ເກີດເຫດຄົນຮ້າຍງັດຕູ້ ATM ຂອງທະນາຄານສົ່ງເສີມກະສິກໍາ ຕັ້ງຢູ່ບ້ານເພຍລາດ, ເມືອງສັງທອງ ມີຮອຍງັດແງະ ເລັກໜ້ອຍ.
ເວລາ 7:30 ໂມງ ຂອງວັນທີ 3 ມິຖຸນາ, ທ້າວ ຈ່າງໂຈຍ 45 ປີ ພັກເຊົາຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ, ໄດ້ຂັບຂີ່ລົດຈັກມາຕາມເສັ້ນທາງ. ພໍມາຮອດໜ້າຮ້ານອາຫານກັນເອງຕັ້ງຢູ່ບ້ານສີສະຫວາດ, ໄດ້ມີຄົນຮ້າຍ 1 ຄົນ ຂັບຂີ່ລົດຈັກມາຕາມຫຼັງມາດຶງເອົາກະເປົາຂອງຜູ້ກ່ຽວໜີໄປ; ໃນກະເປົາມີເງິນ 2.000.000 ກີບ, ໂນດບຸກ 1 ເຄື່ອງ, ໂທລະສັບມືຖື 1 ເຄື່ອງ.

ເວລາ 17:30 ໂມງ ຂອງວັນທີ 8 ມິຖຸນາ 2020, ນາງ ມະນີວັນ ອານຸລັກ 62 ປີ ຄ້າຂາຍບ້ານເກົ້າຍອດ ເມືອງສີສັດຕະນາກ; ຜູ້ກ່ຽວໄດ້ຢືນຢູ່ໜ້າຮ້ານຂາຍເຄື່ອງຫັດຖະກຳບູຕິກ ຕັ້ງຢູ່ບ້ານມີໄຊ ເມືອງຈັນທະບູລີ ໄດ້ມີຄົນຮ້າຍ 1 ຄົນ, ຂັບຂີ່ລົດຈັກຮອນດ້າຄຼິກໄອສີແດງດໍາ ມາດຶງເອົາກະເປົາຂອງຜູ້ກ່ຽວໜີໄປ; ຜົນເສຍຫາຍມີ: ເງິນ 6.000.000 ກີບ, 500 ໂດລາ, 2.100 ບາດ.

ເວລາ 10 ໂມງຂອງວັນທີ 3 ມິຖຸນາ, ໄດ້ມີຄົນຮ້າຍງັດແງະລັກຊັບຢູ່ເຮືອນຂອງ ທ້າວ ອຸດອນ 55 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ; ຜົນເສຍຫາຍ ລົດຈັກຮອນດ້າຊູເມີ້ເອັກ ສີຟ້າດຳ ປ້າຍທະບຽນ ດພ 1628.
ນອກນີ້, ອຸບັດຕິເຫດຕາມທ້ອງຖະໜົນທົ່ວນະຄອນຫຼວງວຽງຈັນເກີດຂຶ້ນ 19 ຄັ້ງ, ພາຫະນະເປ່ເພ 37 ຄັນ, ຄົນໄດ້ຮັບບາດເຈັບ 29 ຄົນ, ຄົນເສຍຊີວິດ 2 ຄົນ ຫຼຸດລົງຈາກອາທິດກ່ອນ 5 ເລື່ອງ ເທົ່າກັບ 20,8%, ຄົນເສຍຊີວິດຫຼຸດລົງຈາກອາທິດຜ່ານມາ 1 ຄົນ.